ນາຍົກໄທຢ້ຽມຢາມ ສປປລາວ
2014.11.26

ທ່ານ ປຣະຢຸດ ຈັນໂອຊາ ນາຍົກ ຣັຖມົນຕຣີ ໄທ ເດີນທາງ ຢ້ຽມ ຢາມ ລາວ ແລະ ວຽດນາມ ໃນ ວັນທີ 26 ຫາ 28 ພຶສຈິກາ ນີ້. ຊຶ່ງ ກໍເປັນ ສ່ວນນຶ່ງ ຂອງ ການ ຢ້ຽມຢາມ ປະເທດ ອາຊຽນ ເພື່ອ ເສີມ ຂຍາຍ ການພົວພັນ ຣະຫວ່າງ 2 ຝ່າຍ.
ຂ່າວ NNT ຣາຍງານ ຈາກ ບາງກອກ ວ່າ ການ ຢ້ຽມຢາມ ຂອງ ນາຍົກ ຣັຖມົນຕຣີ ໄທ ຄັ້ງນີ້ ຈະເປັນການ ແນະນໍາ ຕົວ ຂອງທ່ານ ຢ່າງເປັນ ທາງການ ພາຍຫລັງ ເຂົ້າຮັບ ຕໍາແໜ່ງ ເພື່ອ ສະແດງ ເຖິງ ຄວາມ ຈິງໃຈ ຂອງໄທ ຕໍ່ ປະເທດ ເພື່ອນບ້ານ ໃນການ ເສີມສ້າງ ການພົວພັນ ຣະຫວ່າງ ສອງຝ່າຍ ນໍາກັນ ແລະ ຊຸກຍູ້ ໂຄງການ ຮ່ວມມື ຕ່າງໆ ໃຫ້ ຄືບໜ້າ.
ທີ່ ນະຄອນ ຫລວງ ວຽງຈັນ ນາຍພົລ ປຣະຢຸດ ຈະພົບປະ ກັບ ຄູ່ຕໍາແໜ່ງ ທ່ານ ທອງສິງ ທໍາມະວົງ ຮວມທັງ ປະທານ ສະພາ ແຫ່ງຊາດ ແລະ ນັກ ທຸຣະກິດ ໄທ ໃນລາວ ນໍາ ດ້ວຍ. ພ້ອມ ດຽວກັນ ທ່ານ ກໍຈະຮ່ວມ ເປັນ ພິຍານ ໃນ ພິທີ ລົງນາມ ໃນ ຂໍ້ຕົກລົງ 3 ສະບັບ ກ່ຽວກັບ ການກໍ່ສ້າງ ໂຮງ ພຍາບານ, ການ ຮ່ວມມື ດ້ານ ວິທຍາສາດ ແລະ ເທັກໂນໂລຈີ ແລະ ການຊ່ວຍເຫລືອ ການເງິນ ສໍາລັບ ໂຄງການ ກໍ່ສ້າງ ເສັ້ນທາງ ໃນ ແຂວງ ຫລວງ ພຣະບາງ.