ເຄືອຂ່າຍຮັກແມ່ນໍ້າຂອງ ຈະພົບ ຜູ້ສ້າງ ເຂື່ອນ
2018.09.17

ເຄືອຂ່າຍ 8 ແຂວງພາກອີສານລຸ່ມແມ່ນໍ້າຂອງໃນໄທ ຈະເດີນທາງເຂົ້າພົບຜູ້ບໍຣິຫານ ຂອງບໍຣິສັດ ຊໍ ການຊ່າງ ທີ່ຮັບຜິດຊອບ ໂຄງການ ເຂື່ອນໄຊຍະບູລີ ຖ້າເຂື່ອນດັ່ງກ່າວ ທຳການຜລິດໄຟຟ້າຂາຍ ໂດຍທີ່ຂະດີໃນຊັ້ນສານ ຍັງບໍ່ທັນຕັດສິນເທື່ອ. ດັ່ງ ຄຳເວົ້າຂອງທ່ານ ນິວັດ ຣ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ຂອງໄທ ຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 10 ກັນຍາ ນີ້ ວ່າ:
"ເຂື່ອນໄຊຍະບູລີ ປະຈຸບັນກໍຢູ່ໃນສານປົກຄອງສູງສຸດ ຊຶ່ງກໍຍັງບໍ່ມີການຕັດສິນ ຫລື ອິຫຍັງອອກມາເນາະ ແຕ່ວ່າເຂື່ອນທົດລອງ ທຳງານ ແລ້ວ ກໍຈະເຣີ້ມຜລິດ ໄຟຟ້າໃນຕົ້ນປີໜ້າ ເຮົາມີການໂອ້ລົມກັນ ວ່າເຮົາຈະຕ້ອງເດີນທາງ ເຂົ້າບາງກອກ ເພື່ອພົບພໍ້ ເຈົ້າຂອງໂຄງການ ແລ້ວໂອ້ລົມໃນເຣື່ອງ ຂອງການປ້ອງກັນ ຫລືວ່າ ການແກ້ໄຂຜົລກະທົບ ອິຫຍັງຕ່າງໆ ທີ່ມັນຈະເກີດຂຶ້ນ ໂດຍຕົວແທນ 8 ແຂວງລຸ່ມ ແມ່ນໍ້າຂອງ ໃນປະເທດໄທ."
ທ່ານ ນິວັດ ກ່າວວ່າ ການເດີນທາງເຂົ້າພົບນີ້ຍັງບໍ່ທັນສະຫລຸບໄດ້ເທື່ອວ່າ ຈະເດີນຂະບວນໃນຮູບແບບປະທ້ວງ ຫລື ໃຫ້ສະເພາະຕົວແທນ ກຸ່ມ 8 ແຂວງລຸ່ມນໍ້າຂອງ ໃນໄທໄປໂອ້ລົມ ແຕ່ຫລັກໆ ກໍຈະໄປໂອ້ລົມກັບ ຜູ້ບໍຣິຫານຂອງ ບໍຣິສັດ ຊໍ ການຊ່າງ ແລະ ສຳນັກງານໃຫຍ່ ການໄຟຟ້າການຜລິດ ເພື່ອໃຫ້ທັງ 2 ພາກສ່ວນນີ້ ຊີ້ແຈງເຣື່ອງການແກ້ໄຂ ຜົລກະທົບ ແລະ ແນວທາງການປ້ອງກັນ ບັນຫາທີ່ປະຊາຊົນ ຮຽກຮ້ອງເປັນຕົ້ນທາງປາຜ່ານ, ບັນຫາດິນເຈື່ອນ, ນໍ້າຖ້ວມພື້ນທີ່ ກະສິກັມແຄມຝັ່ງ.
ພ້ອມດຽວກັນໃນການໄປນັ້ນ ກໍ່ຈະຮຽກຮ້ອງໃຫ້ຜູ້ບໍຣິຫານ ຮັບຜິດຊອບ ເຂື່ອນໄຊຍະບູລີ ໃຫ້ພາກປະຊາຊົນ ທີ່ໄດ້ຮັບຜົລກະທົບ ເຊີ່ງສ່ວນໃຫຍ່ຢູ່ພາກອີສານ ເຂົ້າໄປມີສ່ວນຮ່ວມ ໃນການຄິດວິທີແກ້ໄຂບັນຫາ ທີ່ຈະນໍາມາຫລັງ ຈາກເຂື່ອນຜລິດໄຟຟ້າ ຂາຍ.
ສຳລັບເຂື່ອນໄຊຍະບູລີ ປະຈຸບັນສຳເຣັດໄປ 96% ແລະ ເຣີ້ມທົດລອງການຜລິດໄຟຟ້າ ບາງສ່ວນແລ້ວ ແຕ່ເຣື່ອງການຊົດເຊີຍ ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ທາງຝັ່ງໄທບໍຣິສັດຜູ້ສ້າງ ຍັງບໍ່ເວົ້າຫຍັງເທື່ອ ຂນະທີ່ຝັ່ງລາວປະຊາຊົນ 15 ບ້ານ ທີ່ຕ້ອງຍົກຍ້າຍຈາກບ້ານເດີມ ຍ້ອນ ໂຄງການເຂື່ອນແຫ່ງນີ້ ໄປຢູ່ບ້ານຈັດສັນ ກໍ່ຮຽກຮ້ອງໃຫ້ທາງການລາວ ຊົດເຊີຍດິນທຳການຜລິດ ໃຫ້ຕື່ມອີກ ເນື່ອງຈາກດິນ ທີ່ໄດ້ຮັບ ການຊົດເຊີຍ ມາມີແຕ່ 0.70 ເຮັກຕ້າ ຕໍ່ຄອບຄົວບໍ່ຄຸ້ມຄ່າ ບໍ່ສາມາດເຮັດການຜລິດ ຫຍັງໄດ້.
ສຳລັບໂຄງການເຂື່ອນໄຟຟ້າໄຊຍະບູລີ ມີປະຊາຊົນໄດ້ ຮັບຜົລກະທົບທັງໝົດ 15 ບ້ານ 663 ຄອບຄົວ ຫລື ລວມແລ້ວເກືອບ 3,000 ຄົນ.