ໄທ NGOs ຈະສືບຕໍ່ ເຣື້ອງທ່ານສົມບັດ


2013.06.13
F-thai-ngo ເຍົາວະຊົນໄທ ລຸ່ມແມ່ນໍ້າຂອງ ຮ່ວມໄຕ້ທຽນ ຮຽກຮ້ອງ ຂໍຄວາມເປັນທັມ ໃຫ້ແກ່ ທ່ານສົມ ສົມພອນ ແລະ ເພື່ອສັນຕິສຸກ ໃນຂົງເຂດ
NGO Thai youths

 

ເຈົ້າຫນ້າທີ່ ອົງການ ທີ່ ບໍ່ຂຶ້ນກັບ ຣັຖບານ ທີ່ ປະເທດໄທ ຫລາຍ ອົງການ ເຊັ່ນ ກຸ່ມ ເຍົາວະຊົນ ລຸ່ມ ແມ່ນ້ຳຂອງ ແລະ ກຸ່ມອຶ່ນໆ ກ່າວ ໃນມື້ວັນທີ 13 ມິຖຸນາ ວ່າ ພວກຕົນ ຍັງຈະສືບຕໍ່ ຈັດກິຈກັມ ຮຽກຮ້ອງ ໃຫ້ມີການ ສືບສວນ ເພີ້ມຕຶ່ມ ໃນ ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຕໍ່ໄປ ເພື່ອແສດງ ທ່າທີ່ ໃຫ້ ຣັຖບານລາວ ກັບຄືນມາ ໃຫ້ ຄວາມສົນໃຈ ອີກໃຫມ່ ຫລັງຈາກ ທີ່ ທາງການລາວ ໄດ້ອອກຜົລ ແຈ້ງ ການສືບສວນ ຄັ້ງທີ 3 ທີ່ບໍ່ມີ ຄວາມຄືບຫນ້າ ເລີຍ.
ດັ່ງ ເຍົາວະຊົນ ໄທ ນາງນຶ່ງ ເວົ້າວ່າ:

"ທາງນ້ອງ ກຸ່ມ ເຍົາວະຊົນ ກ່ຽວກັບ ໂຄງການ ຊອກຫາ ທ່ານ ສົມບັດ ສົມພອນ ໃນ ອະນາຄົດ, ພວກຕົນກໍ ຈະພຍາຍາມ ຈັດກິຈກັມ ຂຶ້ນ ຕອນນີ້ ກໍມີການ ຣົນນະຣົງ ມີເສື້ອຍືດ ອອກມາຂາຍ ເພື່ອ ຈະເຜີຍແຜ່ ປະເດັນ ເຣື້ຶ້ອງ ຂໍ້ມູນ ການຫາຍໄປ ແບບນັ້ນ ຫລະ".

ນາງວ່າ ປັດຈຸບັນ ກໍຣະນີ ການຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ກາຍເປັນ ປະເດັນ ເຣຶ້ອງ ສັນຕິພາບ ຊຶ່ງ ກຸ່ມ ເຍົາວະຊົນ ລຸ່ມ ແມ່ນ້ຳຂອງ ກຳລັງ ເນັ້ນ ເຖິງຈຸດນີ້ ເພຶ່ອຮຽກຮ້ອງ ໃຫ້ເກີດ ສັນຕິພາບ ພາຍໃນ ພາກພື້ນ ແລະ ການເຜີຍແພ່ ຂໍ້ມູນ ຂອງ ທ່ານ ສົມບັດ ສົມພອນ ກໍຈະກາຍ ເປັນບັນຫາ ທີ່ສຳຄັນ ເພິ້ມຂຶ້ນ.

ເຖິງຢ່າງໃດ ກໍຕາມ ຫລັງຈາກ ທີ່ ທາງການລາວ ໄດ້ອອກ ບົດລາຍງານ ຊອກຫາ ທ່ານ ສົມບັດ ສົມພອນ ສະບັບທີ 3 ທີ່ບໍ່ມີ ຄວາມຄືບຫນ້າ ເຮັດໃຫ້ ຫລາຍ ພາກສ່ວນ ໃນຂົງເຂດ ແຮງເປັນຫ່ວງ ໃນຊະຕາກັມ ຂອງ ທ່ານ,  ອົງການ ທີ່ບໍ່ຂຶ້ນ ກັບ ຣັຖບານ ຫລາຍອົງການ ໃນໄທ ຈຶ່ງຢາກ ຊຸກຍູ້ ໃຫ້ ທາງການລາວ ພຍາຍາມ ຂຶ້ນ ຫລາຍກວ່ານີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.