ສານປົກຄອງສູງສຸດຮັບຄໍາຟ້ອງ ຊາວໄທ 8 ແຂວງ

ມະນີຈັນ
2014.06.25
F-thai ຊາວບ້ານໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ພໍໃຈ ທີ່ ສານປົກຄອງສູງສຸດ ຮັບຄໍາຟ້ອງ
RFA

 

ພາຍຫລັງ ທີ່ ສານປົກຄອງ ສູງສຸດ ຂອງໄທ ມີ ຄໍາສັ່ງ ໃຫ້ ຮັບຄໍາຟ້ອງ ຂໍ້ນຶ່ງ ໃນ ຈໍານວນ ຫຼາຍຂໍ້ ຂອງ ເຄືອຂ່າຍ ປະຊາຊົນ ໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ກ່ຽວກັບ ກໍຣະນີ ເຂື່ອນ ໄຊຍະບູຣີ ຂອງລາວ ທີ່ ບາງກອກ ໃນວັນທີ 24 ມິຖຸນາ 2014 ນີ້ແລ້ວ ຄະນະ ຜູ້ຕາງ ໜ້າ ເຄືອຂ່າຍ ດັ່ງກ່າວ ຈໍານວນ 37 ຄົນ ທີ່ ພາກັນໄປ ຮັບຟັງ ກໍມີ ຄວາມພໍໃຈ ທີ່ສານ ຮັບຄໍາຟ້ອງ ຂໍ້ທີ 3 ທີ່ ເວົ້າເຖິງ ຂະບວນການ ການແຈ້ງ ໃຫ້ຊາບ ການປຶກສາ ຫາລື ການ ດໍາເນີນ ການ ແລະການ ເຮັດ ຂໍ້ຕົກລົງ. ດັ່ງ ຜູ້ຕາງໜ້າ ເຄືອຂ່າຍ ນາງນຶ່ງ ໄດ້ກ່າວ:

"ຄໍາສັ່ງ ຂອງສານ ທີ່ ອອກມາ ວັນນີ້ ຮັບຟ້ອງເຮົາ ໃນປະເດັນ ທີ 3 ໃນມຸມ ຂອງ ພີ່ນ້ອງ ຊາວບ້ານເຮົາ ເຮົາຂ້ອນຂ້າງ ພໍໃຈ ວ່າ ຢ່າງນ້ອຍ ໄດ້ໃຫ້ສິດ ພີ່ນ້ອງເຮົາ ໄດ້ໃຫ້ ຄວາມໝັ້ນໃຈ ໃນການ ລຸກຂຶ້ນມາ ປົກປ້ອງ ວິຖີຊີວິດ ປົກປ້ອງ ສິ່ງແວດລ້ອມ ປົກປ້ອງ ຊຸມຊົນ ຂອງ ພວກເຮົາ".

ກ່ອນ ຈະເຂົ້າ ຮັບຟັງ ຄໍາສັ່ງ ຂອງສານ ຊາວບ້ານ ໄດ້ຮ່ວມກັນ ທໍາພິທີ ຕາມ ຄວາມເຊື່ອ ຢູ່ ບໍຣິເວນ ໜ້າສານ ໂດຍຫວັງ ວ່າ ສານ ຈະຮັບ ຄໍາຟ້ອງ ນັ້ນ.
ນາງເວົ້າ ຕໍ່ໄປວ່າ ຊາວບ້ານ ທັງ 8 ແຂວງ ລໍ ເວລາ ມາເກືອບ 2 ປີ ແລ້ວວ່າ ສານປົກຄອງ ຈະຮັບ ຄໍາຟ້ອງ ເຣື່ອງ ທີ່ວ່ານັ້ນ ຫລືບໍ່ ຂະນະທີ່ ຊາວບ້ານ ກໍ ຮວບຮວມ ຂໍ້ມູນ ກ່ຽວກັບ ການ ປ່ຽນແປງ ຂອງນໍ້າ ໃນ ແມ່ນໍ້າຂອງ ຢູ່ຕໍ່ມາ ແລະ ກໍເຫັນ ຜົລກະທົບ ໃນຊ່ວງ ທີ່ມີ ການເລິ້ມ ກໍ່ສ້າງ ເຂື່ອນ ໄຊຍະບູ ຣີ.

ນາງວ່າ ນາງ ໝັ້ນໃຈ ຫາກສູ້ກັນ ໃນ ເຣຶ້ອງ ສິດທິມະນຸດ ແລະ ການ ປົກປ້ອງ ສະພາບ ແວດລ້ອມ ໃນ ຂັ້ນສານ ຊາວບ້ານ ຈະຊະນະ ແນ່ນອນ. ນາງ ເວົ້າ ຕື່ມອີກວ່າ ມາຮອດ ປັດຈຸບັນ ຊາວບ້ານ ໄທ 8 ແຂວງ ລຸ່ມ ແມ່ນໍ້າຂອງ ຍັງບໍ່ມີ ຫລັກປະກັນ ໃດໆວ່າ ຖ້າຫາກ ໂຄງການ ສ້າງ ເຂື່ອນ ໄຊຍະບູຣີ ສໍາເຣັດ ແລ້ວ ຊາວບ້ານ ຈະມີຄວາມ ເປັນຢູ່ ທີ່ ດີຂຶ້ນ.

ດັ່ງນັ້ນ ການປົກປ້ອງ ແມ່ນໍ້າຂອງ ປົກປ້ອງ ແຫລ່ງ ອາຫານ ແລະ ປົກປ້ອງ ວັທນະທັມ ຈຶ່ງເປັນສິ່ງ ທີ່ ຢູ່ໃນໃຈ ຂອງ ຊາວໄທ ຕລອດມາ ຂະນະ ທີ່ ຮູ້ວ່າ ການລົບລ້າງ ສັນຍາ ຊື້-ຂາຍ ໄຟຟ້າ ນັ້ນ ເປັນເຣຶ້ອງ ທີ່ ຈະເກິດຂຶ້ນ ໄດ້ຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.