ຫ້າມເດັກນ້ອຍເຂົ້າຮ້ານຫລິ້ນເກມ ໃນໂມງ ເຂົ້າຮຽນ


2013.11.04
F-default ຫ້າມເດັກນ້ອຍເຂົ້າຮ້ານຫລິ້ນເກມ ໃນໂມງ ເຂົ້າຮຽນ
RFA

 

ເຈົ້າຫນ້າທີ່ ຜແນກສຶກສາທິການ ທ່ານນຶ່ງເວົ້າວ່າ ໃນປັດຈຸບັນ ເດັກນ້ອຍນັກຮຽນລາວ ມັກຂາດໂຮງຮຽນໄປຫລິ້ນເກມ ໃນຮ້ານອິນເຕີແນັດ ກາເຟຫລາຍຂຶ້ນ ສົ່ງຜົລກະທົບຕໍ່ ຄຸນນະພາບການສຶກສາ ທາງການຈຶ່ງຫາວິທີປ້ອງກັນດ້ວຍການ ຂໍຄວາມຮ່ວມມື ກັບອຳນາດການປົກຄອງ ບ້ານແລະເຈົ້າຫນ້າທີ່ ປກສ ໃຫ້ກວດກາຮ້ານຫລິ້ນເກມຕ່າງໆ ຖ້າຫາກພົບເຫັນຮ້ານໃດ ອະນຸຍາດໃຫ້ເດັກນ້ອຍ ນັກຮຽນຫລີ້ນເກມ ໃນຍາມ ເຂົ້າໂຮງຮຽນ ຄັ້ງທຳອິດຈະຖືກ ຕັກເຕືອນ ແລະຄັ້ງຕໍ່ໄປ ຈະຖືກປິດຮ້ານ ຢ່າງຖາວອນ:

"ຈະສຶກສາອົບຮົມຕໍ່ໄປວ່າ 1- ບໍ່ໃຫ້ນັກຮຽນ ເຂົ້າມາຫລິ້ນ ໃນຊົ່ວໂມງຮຽນ 2- ຫ້າມເປີດກາຍໂມງ ກາງຄືນໃຫ້ປິດຫມົດ ຢ່າງຊ້າບໍ່ໃຫ້ກາຍ 10 ໂມງ. ເຮົາກໍໄດ້ເອົາເຈົ້າຂອງຮ້ານມາເຮັດ ບັນທຶກນໍາກັນຫມົດ ທັງເຈົ້າຂອງຮ້ານແນ່ ທັງຜູ້ມາຫລິ້ນນັ້ນພ້ອມ ເຮົາກໍໄດ້ເນັ້ນໃສ່ ເຈົ້າຂອງ ຮ້ານເນາະ ຖ້າເຈົ້າຂອງຮ້ານບໍ່ອະນຸຍາດ ໃຫ້ເຂົາເຂົ້າຫລິ້ນ ເຂົາກໍອາດຈະເຂົ້າບໍ່ໄດ້".

ນາງເວົ້າຕື່ມວ່າ ເດັກນ້ອຍນັກຮຽນ ຜູ້ທີ່ມັກຫລິ້ນເກມນັ້ນ ສ່ວນໃຫຍ່ແມ່ນ ຂັ້ນປະຖົມປາຍ ຫາມັທຍົມປາຍ ເຮັດໃຫ້ຜົລການຮຽນ ຂອງພວກ ຂະເຈົ້າບໍ່ຄ່ອຍດີ ເມຶ່ອຕິດເກມແລ້ວກໍຈະສອບເສັງຮຽນຕໍ່ບໍ່ໄດ້ ໃນທີ່ສຸດກໍຈະມົ້ວສຸມ ຢາເສບຕິດ ແລະກາຍເປັນບັນຫາຂອງສັງຄົມ.

ສຳລັບການກວດກາເຈົ້າຫນ້າທີ່ ປກສ ເວົ້າວ່າໃນມຶ້ວັນທີ 30 ຕຸລາ ຜ່ານມາ ທາງການໄດ້ອອກໄປກວດກາຮ້ານຫລິ້ນເກມ ທີ່ບ້ານທົ່ງຂັນຄຳ ເມືອງຈັນທະບູຣີ ໄດ້ພົບເຫັນຮ້ານຫລິ້ນເກມແຫ່ງນຶ່ງ ອະນຸຍາດໃຫ້ເດັກນ້ອຍນັກຮຽນ 8 ຄົນ ຫລິ້ນເກມໃນຍາມຮຽນ ຈຶ່ງເອີ້ນເຈົ້າຂອງ ແລະ ເດັກນ້ອຍນັກຮຽນ ມາຕັກເຕືຶອນ ຖ້າຍັງປ່ອຍໃຫ້ຫລິ້ນຕໍ່ໄປອີກ ຈະສັ່ງປິດຮ້ານ ຢ່າງຖາວອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.