ທ່ານ ສົມບັດ ສົມພອນ ເປັນໃຜ, ມາຈາກໃສ

ຮູບທ່ານ ສົມບັດ ສົມພອນ ທີ່ນຳມາສະແດງ ໃນງານຣຳລຶກເຖິງທ່ານ ສົມບັດ ສົມພອນ ແລະ ການວາງສະແດງຜົລງານ ຂອງສູນປາແດກ ໃນນະຄອນຫຼວງວຽງຈັນ, ເດືອນ ທັນວາ 2016.
ຮູບທ່ານ ສົມບັດ ສົມພອນ ທີ່ນຳມາສະແດງ ໃນງານຣຳລຶກເຖິງທ່ານ ສົມບັດ ສົມພອນ ແລະ ການວາງສະແດງຜົລງານ ຂອງສູນປາແດກ ໃນນະຄອນຫຼວງວຽງຈັນ, ເດືອນ ທັນວາ 2016. (RFA)

0:00 / 0:00

ທ່ານ ສົມ​ບັດ ສົມ​ພອນ ນັກ​ພັ​ທ​ນາ​ ອາ​ວຸ​ໂສ​ດີ​ເດັ່ນ ​ຂອ​ງ​ລາວ ແລະ ເຈົ້າ​ຂອງ​ຣາງວັນ ແມັກ​ໄຊ​ໄຊ ອາ​ວອຣ໌ດ ປີ 2005 ສາ​ຂາການ​ພັ​ທ​ນາ​ຊຸມ​ຊົນ. ທ່ານ ສົມ​ບັດ ສົມ​ພອນ ຖືກ​ລັກ​ພາ​ໂຕ​ໄປ ວັນ​ທີ 15 ທັນ​ວາ 2012 ຢູ່ ຕໍ່​ໜ້າ​ປ້ອມ​ຍາມ ​ຕຳ​ຣວດ ຖ​ນົນ​ທ່າ​ເດື່ອ ເມືອງ ສີ​ສັດ​ຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ, ທ່ານ ສົມບັດ ເກີດໃນປີ 1952 ເປັນລູກຊາຍກົກ ໃນຄອບຄົວຊາວນາ ຢູ່​ແຂວງ​ຄຳ​ມ່ວນ ເຊິ່ງ​ຄອບ​ຄົວ​ຂອງ​ທ່ານ ດຳ​ລົງ​ຊີ​ວິຕ ຢູ່ແຄມແມ່ນ້ຳຂອງ. ທ່ານ ເປັນຄົນສະຫຼາດ ມັກຮຽນຮູ້ ແລະ ໄດ້ຮັບ​ໂອ​ກາດເຂົ້າຮຽນ ໃນໂຮງ​ຮຽນ ທີ່​ໃຊ້​ລະ​ບົບ​ການ​ສຶກ​ສາ​ແບບ​ຝຣັ່ງ .

ທ່ານ ສົມ​ບັດ ສົມ​ພອນ ໄດ້​ຮັບ​ທຶນ​ໄປ​ຮຽນ​ຕໍ່ ​ຢູ່ມະ​ຫາ​ວິ​ທ​ະ​ຍາ​ໄລ ຮາ​ວາຍ ຣັ​ຖ​ຮາ​ວາຍ ສະ​ສະ​ຫະ​ຣັ​ຖ ອາ​ເມ​ຣິ​ກາ ໃນ​ປີ 1971 ແລະ ຕໍ່​ມາ ກໍ​ໄດ້​ມີ​ໂອ​ກາດ ​ພົບ​ກັບ ຍາ​ນາງ ອຶ້ງ ຊຸ່ຍ​ເມັ້ງ ຜູ້​ທີ່​ເປັນ​ພັ​ນຣະ​ຍາ​ຂອງ​ທ່ານ.

ຍາ​ນາງ ຊຸ່ຍ​ເມັ້ງ ກ່າວ​ວ່າ:

" ຂ້ອຍພົບກັບສົມບັດ ປະມານປີ 1976 ຫຼັງຈາກ ສົງຄາມວຽດນາມ ສິ້ນສຸດລົງ."

ຫຼາຍ​ຄົນ ​ທີ່​ເຄີຍ​ຮ່ວມ​ງານ ກັບ​ທ່ານ​ສົມ​ບັດ ກໍ​ມີ​ຄວາມ​ປະ​ທັບ​ໃຈ ຍ້ອນ​ວ່າ ທ່ານ ເປັນ​ຄົນ​ມີ​ຫຼັກ​ໝັ້ນ. ທ່ານ ບຣູສ ຊູເມັກເກີ ຜູ້​ທີ່​ເຄີຍ​ຮ່ວມ​ງານ​ກັບ ທ່ານ ສົມ​ບັດ ກ່າວ​ວ່າ:

“ຄວາມປະທັບໃຈຄັ້ງແລກ ກ່ຽວກັບ ທ່ານ ສົມບັດ ກໍ​ຄື ລາວ ມີຫຼັກໝັ້ນ, ເສັຍສະລະ ກັບຄືນ​ມາ​ລາວ ຂ້ອຍ ເຮັດວຽກ ກັບ​ຄົນ​ອົພຍົບ ອອກ​ປະ​ເທດ ແຕ່ ທ່ານ ສົມບັດ ພັດຕັດສິນໃຈ ກັບຄືນປະເທດ.”

ຍາ​ນາງ ອານາ ໂຊຟີ ຜູ້​ທີ່​ເຄີຍ​ເຮັດ​ວຽກ ດ້ານ​ການ​ພັ​ທ​ນາ ​ຢູ່​ປະ​ເທດ​ລາວ ມາ​ຫຼາຍ​ປີ ໄດ້​ກ່າວ​ວ່າ:

" ທ່ານ ສົມບັດ ເຊື່ອວ່າປະເທດລາວ ສາມາດເປັນຕົວແບບ ໃນການພັທນາ ທີ່ຫລາກຫລາຍ ມີຫລາຍວິ ​ທີ ໃນ​ການ​ພັ​ທ​ນາ ເພື່ອຫລຸດຜ່ອນ ຄວາມທຸກຍາກ ແລະ ມັນຍັງຊ່ວຍໃຫ້ຄົນເຮົາ ພັທນາຕົນເອງ."

ຍາ​ນາງ ອຶ້ງ ຊຸ່ຍ​ເມັ້ງ ພັ​ນຣະຍາ ຂອງ​ທ່ານ ສົມ​ບັດ ກ່າວ​ວ່າ:

" ຂ້ອຍ ໄດ້ພົບ ສົມບັດ ຢູ່ມະຫາວິໄລ ຮາວາຍພວກເຮົາ ຢູ່ ​ກຸ່ມ​ນັກ​ສຶກ​ສາວຽດນາມ, ກັມພູ​ຊາ ບາງ​ຄັ້ງ ສົມບັດ ມາເຂົ້າຮ່ວມກຸ່ມເຮົາ ແລະ ເຮົາພວກ ກໍກາຍ​ເປັນ​ໝູ່​ກັນ. ຂ້ອຍໄດ້ຮັບທຶນ ການສຶກສາ ຈາກສະຖາບັນ ຢູ່ສິງກະໂປ ໃຫ້ມາຮຽນຕໍ່ປະລິນຍາເອກ ຢູ່ຮາວາຍ. ຂ້ອຍເລືອກ​ຮຽນ​ ພາກວິ​ຊາວຽດ​ນາມ​ ສຶກ​ສາ ເພື່ອ​ເປັນ​ຊ່ຽວ​ຊານ ດ້ານ​ນີ້ ເວ​ລາກັບຄືນປະ​ເທດ."

ຍາ​ນາງ ຊຸ່ຍ​ເມັ້ງ ກໍບໍ່ເຄີຍຄິດວ່າ ຈະຕົກລົງປົງໃຈກັບ ທ່ານ ສົມບັດ ແລະ ໃຊ້ຊີວິຕນຳກັນຈົນແກ່ເຖົ້າ

ໃນ​ເວ​ລາ​ນັ້ນ ທ່ານ ສົມບັດ ຮຽນຕໍ່ປະລິນຍາໂທ ໃນຂະແໜງກະສິກັມ, ທ່ານ ສົນໃຈເລື່ອງກະສິກັມ ແຕ່ໃດມາ ເພາະ ທ່ານເປັນຊາວນາແຕ່ຍັງນ້ອຍ. ທ່ານ ສົມ​ບັດ ໃຫຍ່​ຂຶ້ນ​ມາ ໄດ້​ສຳ​ຜັດກັບຊີວິຕ ຜູ້ອົບພະຍົບ ຫລາຍ​ຄັ້ງ ທ່ານ​​ເຫັນ​ຄອບ​ຄົວ ຂອງ​ທ່ານ ໜີເສິກສົງຄາມ ຍ້ອນວ່າ ເປັນຄອບ​ຄົວຊາວ​ນາ ບໍ່ເລືອກຝ່າຍໃດໜຶ່ງ ບໍ່​ວ່າ​ຝ່າຍປະເທດລາວ ຫຼື ຝ່າຍຣາຊະອານາຈັກ.

ຍາ​ນາງ ຊຸ່ຍ​ເມັ້ງ ແລະ ທ່ານ ສົມບັດ ເປັນກຸ່ມ​ນັກຮຽນ ທີ່​ຕ້ານ​ສົງ​ຄາມ ເຂົາ​ເຈົ້າຊັງການຖິ້ມລະເບີດ ທີ່ກໍາລັງດໍາເນີນຢູ່ ເຂົາ​ເຈົ້າຢາກເຫັນສັນຕິພາບ ກັບມາສູ່ປະ​ຊາ​ຊົນ ໃຫ້ເຂົາເຈົ້າມີເສ​ຣີ ໃນການສ້າງສາປະເທດຂອງຕົນ.

ສົງຄາມວຽດນາມສິ້ນສຸດລົງ ເດືອນເມສາ 1975 ສະ​ຫະ​ຣັ​ຖ ອາເມລິກາ ໄດ້ຖອນທະຫານ ອອກຈາກ ວຽດນາມ ເຖິງວ່າ ອາ​ເມ​ຣິ​ກາ ມີ​ອິດ​ທິ​ພົນ ​ຕໍ່ລາວຫລາຍ ແຕ່ເມື່ອຖອນຈາກ​ວຽດ​ນາມແລ້ວ ຈຳເປັນ​​ຕ້ອງອອກຈາກລາວ. ຫຼັງຈາກໄຊງ່ອນ ຫຼື​ ວຽດ​ນາມ​ໃຕ້ ລົ່ມສະຫຼາຍ ກຳ​ລັງ​ຝ່າຍ​ປະ​ເທດ​ລາວ ທີ່​ໄດ້​ຮັບ​ການ​ສ​ນັບ​ສ​ນຸນ​ ແລະ ນຳ​ໂດຍ ພັກຄອມມຸ​ນິສຕ໌ ອິນ​ໂດ​ຈີນ ຫຼື ວຽດ​ນາມ​ເໜືອ ກໍຍຶດອຳນາດ ໃນ​ວັນ​​ທີ 2 ທັນວາ 1975 ແລະ ໄດ້ປະກາດສ້າງຕັ້ງ ສ​ປ​ປ ລາວ ແລະ ​ປົກ​ຄອງແບບ​ພັກ​ດຽວ. ສິ້ນ​ສຸດ​ສົງ​ຄາມ​ວຽດ​ນາມ, ຄົນ​ລາວ ຄົນ​ກັມພູ​ຊາ ແລະ ຄົນວຽດ​ນາມ ພາ​ກັນ​ໂຕນ​​ໜີ ຍ້ອນ​ວ່າ ເຂົາ​ເຈົ້າຢ້ານ ຄອມ​ມຸ​ນິສຕ໌ ສ່ວນ​ວ່າ ນັກ​ສຶກ​ສາ​ລາວ ວຽດ​ນາມ ​ທີ່ສຶກ​ສາ​ຢູ່ນອກປະ​ເທດ ກໍ​ເປັນ​ຫ່ວງສິ່ງ​ທີ່​ເກີດ​ຂຶ້ນ ​ໃນປະ​ເທດ. ນັກ​ສຶກ​ສາ​ ຈໍາ​ນວນ​ນຶ່ງ ບໍ່​ຢາກ​​ກັບໄປ​ຫາ ລະ​ບອບ​ໃໝ່ ແຕ່ນັກ​ສຶກ​ສາຫົວ​ເປັນ​ກາງ ​ຕ້ອງ​ເລືອກ​ທາງ​ໃດ​ນຶ່ງ, ເຂົາ​ເຈົ້າ​ຄວນ​ຈະ​ກັບ​ເມືອ​ບ້ານ ຫລື ຈະ​ຢູ່​ຕ່າງ​ປະ​ເທດ.

ຍາງ​ນາງ ຊຸຍ​ເມັງ ກ່າວ​ວ່າ:

" ທ່ານ ສົມ​ບັດ ເປັນ​ຄົນ​ຮັກ​ຊາຕ ແຕ່ມີ ​ແນວ​ຄິດ​ເປັນ​ກາງ, ທ່ານ ພູມ​ໃຈ​ຫລາຍ ທີ່​ເປັນ​ຄົນ​ລາວ ຂ້ອຍ​ຈື່​ໄດ້ ຕອນ​ທີ່ໄປຢາມ​ເພິ່ນ ຢູ່​ມະ​ຫະ​ໄລ ຮາ​ວາຍ, ທ່ານ ຕິດ​ທຸງ​ຊາດ​ຕລະ​ບົບ​ໃໝ່ ຢູ່​ເທິງ​ຝາຫ້ອງນອນ ສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ແປກ​ໃຈອີກ ກໍ​ຄື ເພິ່ນແຕ້ມ​ຮູບ​ເພິ່ນເອງ ຄື​ກັບ​ຮູບ ໄກ​ສອນ ພົມ​ວິ​ຫານ. "

ທ່ານ ສົມ​ບັດ ກັບ​ຄືນ​ມາ​ປະ​ເທດ​ລາວ ​ໃນ​ປີ 1978. ຣັຖ​ບານ​ ຊື້​ປີ້​ຍົນ​ໃຫ້​ທ່ານ ແລະ ຣັຖບານ ລະ​ດົມນັກ​ສຶກ​ສາລາວ ໃຫ້​ກັບ​ຄືນ​ປະ​ເທດ ໂດຍ​ສະ​ເພາະ ນັກ​ສຶກ​ສາ​ຄົນລາວ ຢູ່ສະ​ຫະ​ຣັ​ຖອາ​ເມຣິ​ກາ ແລະ ປະ​ເທດຝຣັ່ງ.

ຫຼັງ​ຈາກກັບ​ມາ​ ສປປ ລາວ ໄດ້​ປະ​ມານ 3 ເດືອນ, ບັນ​ດານັກ​ສຶກ​ສາ ​​ທີ່ກັບ​ມາຖືກ​ສົ່ງ​ໄປ​ຮຽນ ທິ​ສ​ດີ​ມາຣ໌ກ-ເລ​ນິນ ນັ້ນ​ເປັນ​ສິ່ງ​ທີ່​ຣັຖ​ບານລະ​ບອບ​ໃໝ່ ຕ້ອງ​ການ ແລະ ເປັນ​ເປົ້າ​ໝາຍ ສູ້​ຊົນ ຂອງຣັຖບານ.

ຍາ​ນາງ ຊຸ່ຍ​ເມັ້ງ ກ່າວ​ວ່າ:

" ທ່ານ ສົມ​ບັດ​ ເລົ່າ​ປະ​ສົບ​ການ​ ໃຫ້​ຂ້ອຍ​ຟັງ ລາວ​ວ່າ ມັນ​ເປັນ​ເຣ່ື່ອງ​ທີ່​ໜ້າ​ເບື່ອ ຍ້ອນ​ ເຈົ້າ​ໜ້າ​ທີ່ພານັກ​ສຶກ​ສາ ມາ​ຢູ່​ຫ້ອງ​ຮຽນ ເຈົ້າ​ໜ້າ​ທີ່​ ​ອ່ານທິສ​ດີ​ມາຣ໌ກ-ເລ​ນິນ ໃຫ້​ຟັງ ຜູ້​ມາ​ເຜີຍທິສ​ດີ ມີ​ໜ້າ​ທີ່​ອ່ານ​ໃຫ້​ຟັງ ຢ່າງ​ດຽວ ເຂົາ​ເຈົ້າ ​ບໍ່​ເຂົ້າ​ໃຈ ໃນ​ສິ່ງ​ທີ່​ຕົນ​ເອງ​ອ່ານ ."

ທ່ານ ສົມ​ບັດ ຢາ​ກກັບ​ມາ ​ຢູ່​ປະ​ເທດ​ລາວ ແຕ່ບໍ່​ຄິດ​ວ່າ ຍາ​ນາງ ຊຸ່ຍ​ເມັ້ງ ຈະ​ຕັດ​ສິນ​ໃຈ ​ມາ​ຮ່ວມ​ຊີ​ວິດຕ ຢູ່​ປະ​ເທດ​ລາວ.

ຍາ​ນາງ ຊຸ່ຍ​ເມັ້ງ ກ່າວ​ວ່າ:

" ຂ້ອຍ ​ກໍ​ຮຽນ​ຈົບ ແລະ ​ກັບ​ໄປ​ສິງ​ກະ​ໂປ ແຕ່​ ພວກ​ເຮົາ ຍັງ​ຂຽນ​ຈົດ​ໝາຍ​ ຫາ​ກັນ​ຢູ່."

ທ່ານ ສົມ​ບັດ ແລະ ຍາ​ນາງ ຊຸ່ຍ​ເມັ້ງ ແຕ່ງ​ງານ​ກັນ ​ຢູ່​ຮາ​ວາຍ, ເຂົາ​ເຈົ້າ ​ຕັດ​ສິນ​ໃຈ ​ກັບ​ມາ​ຢູ່​ລາວ ໃນ​ຊຸມ​ປີ 1980.

ຍາ​ນາງ ຊຸ່ຍ​ເມັ້ງ ຕ້ອງ​ໃຊ້​ເວ​ລາ ໃນ​ການ​ປັບ​ຕົວ ທຳ​ອິດ ມັນ​ບໍ່​ງ່າຍ​ເລີຍ ​ວຽງ​ຈັນ ເປັນ​ເມືອງ​ນ້ອຍ ມີ​ຮ້ານ​ເຝີ​ 2 ຮ້ານ, ໄຟ​ຟ້າ ກໍ​ມາບໍ່​ປົກ​ກະ​ຕິ, ບໍ່​ມີ​ຫຍັງ​ເປັນ​ໜ້າ ​ເປັນ​ຕາ ໃຫ້​ລະ​ບອບ​ຄອມ​ມຸນິສຕ໌ ເປີດ​ໂທ​ລະ​ໂຄ່ງ-ກະ​ຈ່າຍ​ສຽງ ທັງເຊົ້າ ທັງ​ແລງ ແຕ່ ບໍ່​ສົ່ງຜົນ​ຫຍັງ​ ຕໍ່​​ຊີ​ວິຕ​ຂອງ​ຄົນ.

ເຂົາ​ເຈົ້າ​ທັງ​ສອງ ພົບ​ວ່າ ມັນ​ບໍ່​ງ່າຍ ໃນ​ການ​ດຳ​ເນີນ​ຊີ​ວິດຕ ປົກ​ກະ​ຕິ​ ຢູ່ ສປປ ລາວ ນັບ​ແຕ່ ສົງ​ຄາມສິ້ນ​ສຸດ​ລົງ ແນວ​ຄິດ​ສັງ​ຄົມ​ນິ​ຍົມ ແມ່ນສ້າງ​ເສຖ​ກິຈ​ຮາກ​ຖານ.

ຊຸມປີ​ 1980 ປະ​ເທດ​ລາວປ່ຽນ​ແປງ ຈາກໜ້າ​ມື ເປັນ​ຫລັງ​ມື. ທ່ານ ສະ​ຈວດ ຟອກສ໌ ນັກ​ຂຽນ​ປ​ວັດ​ສາຕ​ລາວ ໄດ້​ກ່າວ​ວ່າ: “ປະ​ເທດ​ລາວ ຖືກ​ປົກ​ຄອງ ແບບ​ພັກ​ດຽວ ເລັງ​ໃສ່ສ້າງ​ເສຖກິຈ ​ແບບ​ສັງ​ຄົມ​ນິ​ຍົມ ແລະ ລັດຖເປັນ​ຜູ້​ຄວບ​ຄຸມ ​ອຸດ​ສາ​ຫະ​ກັມ ທຸກ​ຢ່າງ ການ​ບໍ​ລິ​ການ ເສຖກິຈ ການ​ຕລາດ ແລະ ອື່ນໆ. ໃນຂະ​ແໜງ​ກະ​ສິ​ກັມ ປະ​ເທດ​ລາວ ຕ້ອງ​ເຮັດແບບ ​ໂຊ​ວຽດ ແລະ ວຽດ​ນາມ.”

ປະ​ມານ 1985 ສະ​ຫະ​ກອນ​ລວມ​ໝູ່ ​ຢູ່​ປະ​ເທດ​ລາວຫລົ້ມ​ລະ​ລາຍ ຜົນຜ​ລິດ ໃຊ້​ການບໍ່​ໄດ້ ລາວບໍ່​ສາ​ມາດ ເດີນ​ຕາມ ແນວ​ທາງລັດ​ທິ​ມາຣ໌ກ-ເລ​ນິນ. ຄົນ​ລາວ ບໍ່​ຍອມມອບ​ຊັບ​ສິນ​ທີ່​ດິນ ເຂົ້າ​ເປັນ​ຂອ​ງ​ລວມ​ໝູ່.

ຍາ​ນາງ ຊຸຍ​ ເມັງ ກ່າວ​ວ່າ:

" ທ່ານ ສົມ ​ບັດ​ ບໍ່​ມີ​ວຽກ​ເຮັດ ຕອນ​ທຳ​ອິດທີ່​ເພິ່ນ​ກັບ​ມາຄິດ​ວ່າ ຮຽນ​ກະ​ສິ​ກັມມາ ເພິ່ນຈະ​ໄດ້ຢູ່​ ກະ​ຊວງ​ກະ​ສິ​ກັມ ເຊິ່ງ​ມັນ​ຍາກ​ສຳ​ລັບ​ເພິ່ນທີ່​ຈົບ ຈາກ​ສະ​ຫະ​ຣັ​ຖ ອາ​ເມຣິ​ກາ. ລັຖບານ ບໍ່ເຊື່ອ​ຄົນທີ່​ຮ​ຽນ​ຈົບ ​ຈາ​ກ​ ສະ​ຫະ​ຣັ​ຖອາ​ເມ​ຣິກາ ເພາະວ່າ ລັຖບານ​ ຍັງລະ​ແວງ ຕໍ່​ແນວ​ທາງ​ຂອງ​ອາ​ເມຣິ​ກາ."