ຈ.ມ ຈາກຍານາງຊູຍເມັງ
2013.08.30

ເນື່ອງໃນໂອກາດ ວັນສາກົນເພື່ອຜູ້ຖືກບັງຄັບໃຫ້ຫາຍສາບສູນ ວັນທີ່ 30 ສິງຫາ ຍານາງ ຊູຍເມັງ ພັລຍາ ຂອງທ່ານ ສົມບັດ ສົມພອນ ຜູ້ທີ່ຫາຍສາບສູນ ໂດຍຖືກລັກພາໂຕໄປນັ້ນ ໄດ້ສົ່ງຈົດໝາຍເຖິງໝູ່ເພື່ອນ ແລະຜູ້ຮ່ວມງານ ມີໃຈຄວາມພໍສລຸບໄດ້ດັ່ງນີ້:
ເຖິງໝູ່ເພື່ອນທີ່ຮັກແພງທຸກຄົນ.
ວັນທີ່ 30 ສິງຫາ ເປັນວັນສາກົນ ຂອງຜູ້ຖືກບັງຄັບໃຫ້ຫາຍສາບສູນ. ໃນຫລາຍປະເທດໃນເອເຊັຽ ມີການຈັດກິຈກັມ ເພື່ອລະລຶກເຖິງ ວັນ ສະແດງ ອອກເຖິງ ຄວາມສາມະຄີ ກັບຜູ້ໄດ້ຮັບເຄາະກັມ ຈາກການຖືກບັງຄັບ ໃຫ້ຫາຍ ສາບສູນ. ເຖິງແມ່ນວ່າ ສປປລາວ ເປັນປະເທດ ລົງນາມ ໃນສົນທິສັນຍາ ສະຫະປະຊາຊາຕ ຕໍ່ຕ້ານການຫາຍສາບສູນ ແລະ ໃນຫລາຍ ສົນທິສັນຍາສິດທິມະນຸດອື່ນໆ ແລະ ສານການທູດ ກໍດີ, ແລະເຖິງແມ່ນວ່າ ສປປລາວ ໄດ້ຮັບການຊ່ວຍເຫຼືອຢ່າງຫຼວງຫຼາຍຈາກບັນດາພາຄີພັທນາເພື່ອການເຕືອນສະຕິ ແລະສ້າງພະນັກງານ ດ້ານສິດທິມະນຸດ ນີ້ກໍດີ, ແຕ່ການມີສະຕິ ຍັງມີໜ້ອຍຢູ່ ຫລືແມ້ແຕ່ບໍ່ຮັບຮູ້ເລີຽວ່າ ການຖືກບັງຄັບ ໃຫ້ຫາຍສາບສູນ ເປັນບັນຫາສິດທິມະນຸດ ຢູ່ໃນລາວ.
ຄວາມຈິງນັ້ນ ຄໍາສັບສິດທິມະນຸດ ຖືກບັງຄັບ ໃຫ້ຫາຍສາບສູນ ຖືວ່າ ເປັນແມ່ຂອງການລະເມີດສິດທິມະນຸດ. ຍ້ອນວ່າ ຜູ້ທີ່ຫາຍສາບສູນນັ້ນ ຄືກັນກັບວ່າບໍ່ແມ່ນຄົນ ຈົນກວ່າຈະພົບເຫັນໂຕ ຈຶ່ງເອີ້ນວ່າຄົນ, ເຮັດໃຫ້ຄອບຄົວ ຕົກຢູ່ໃນຄວາມບໍ່ແນ່ນອນ ແລະປ່ອຍໃຫ້ລໍຖ້າ ໂດຍບໍ່ມີ ຄວາມເປັນໄປ ໄດ້ວ່າ ຈະສລຸບລົງໄດ້, ປ່ອຍໃຫ້ອ້າງວ້າງຢູ່ ລະຫ່ວາງ ຄວາມຫວັງກັບຄວາມເສັຽຫວັງ.
ຍານາງ ວ່າ ຍານາງຂຽນຈົດໝາຍມານີ້ບໍ່ແມ່ນເພື່ອຢາກລະບາຍຄວາມຮູ້ສຶກອອກມາຊື່ງແຕ່ວ່າຢາກຮຽກຮ້ອງພວກໝູ່ເພື່ອນທຸກຄົນ ໃນຖານະ ເປັນນັກພັທນາແລະຜູ້ຕໍ່ສູ້ເພື່ອສິດທິມະນຸດ ໃຫ້ອອກແຮງຫລາຍກ່ວານີ້ ກ່ຽວກັບການມີສະຕິສູງ ໃນບັນຫາ ການຫາຍສາບສູນ ໃນຂອບຂອງ ສິດທິມະນຸດ ຢູ່ໃນລາວ. ຍັງມີຫລາຍ ກໍຣະນີຫາຍສາບສູນ ໃນລາວ ທີ່ເຫລືອຈະຍອມຮັບ ຍ້ອນວ່າ ສະມາຊິກຄອບຄົວ ທີ່ໄດ້ຮັບເຄາະກັມ ນັ້ນມີຄວາມຢ້ານກົວທີ່ຈະເວົ້າອອກມາ ຫລື ຊອກຫາທາງຊ່ວຍເຫລືອ.