ກອງປະຊຸມສມັຍສາມັນຄັ້ງທີ 8

ຈໍາປາທອງ
2014.12.09
f-nas ສະຖາບັນ ສູງສຸດ ສະພາ ແຫ່ງຊາດ ສປປ ລາວ
LPDR

 

ກອງ ປະຊຸມ ສມັຍ ສາມັນ ເທື່ອ ທີ 8 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ຂອງ ສປປ ລາວ ໄດ້ ເລີ້ມຂຶ້ນ ໃນວັນ ທີ 9 ທັນວາ 2014 ແລະ ຈະ ດໍາເນີນ ໄປເຖິງ ວັນທີ 26 ທັນວາ. ກອງປະຊຸມ 14 ວັນ ຈະເວົ້າເຖິງ ຫລາຍ ບັນຫາ ທີ່ ພົວພັນ ກັບ ວຽກງານ ຂອງ ຣັຖບາລ, ອົງການ ກວດສອບ ແຫ່ງຣັດ ແລະ ຂອງ ສະພາ ແຫ່ງຊາດ ເອງ ຄື ຜົລການ ເຄື່ອນໄຫວ ແລະ ທິດທາງ ວຽກງານ ຂອງ ຄນະ ປະຈໍາ ສະພາ ແຫ່ງຊາດ ໄປເຖິງ ກອງປະຊຸມ ສະພາ ເທື່ອ ທີ 9 ໃນ ປີໜ້າ; ຈະມີການ ທາບທາມ ຮ່າງ ຣັຖທັມນູນ ສະບັບ ປັບປຸງ ແລະ ພິຈາຣະນາ ຮ່າງ ກົດໝາຍ 7 ສະບັບ ຊຶ່ງ ໃນນັ້ນ ມີຮ່າງ ກົດໝາຍ ໃໝ່ 4 ສະບັບ ຮວມທັງ ກົດໝາຍ ວ່າດ້ວຍ ການ ເຂົ້າ-ອອກ ແລະ ຄຸ້ມຄອງ ຄົນ ຕ່າງ ປະເທສ ແລະ ກົດໝາຍ ວ່າດ້ວຍ ການ ຕ້ານການ ໃຊ້ ຄວາມ ຮຸນແຮງ ຕໍ່ ແມ່ຍິງ ແລະ ເດັກນ້ອຍ ແລະ ຮ່າງ ປັບປຸງ ກົດໝາຍ ສະບັບ ປັບປຸງ ອີກ 3 ສະບັບ ທີ່ ມີທັງ ກົດໝາຍ ວ່າດ້ວຍການ ແກ້ໄຂ ຄໍາຮ້ອງ ທຸກ ແລະ ກົດໝາຍ ວ່າດ້ວຍ ການ ປິ່ນປົວ.

ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາ ແຫ່ງຊາດ ກ່າວ ໃນພິທີ ເປີດ ກອງປະຊຸມ ຊຶ່ງ ມີທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ງານ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ, ຜູ້ນໍາ ພັກ-ຣັດ ແລະ ແຂກຕ່າງ ປະເທສ ປະຈໍາ ລາວ ເຂົ້າຮ່ວມ ນັ້ນວ່າ:

"ນະ ໂອກາດ ອັນສະງ່າ ລາສີ ນີ້ ໃນນາມ ປະທານ ກອງ ປະຊຸມ ຂ້າພະເຈົ້າ ຂໍ ປະກາດ ໄຂ ກອງ ປະຊຸມ ສມັຍ ສາມັນ ເທື່ອທີ 8 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ຢ່າງ ເປັນ ທາງການ ນັບແຕ່ ເວລານີ້ ເປັນຕົ້ນ ໄປ".

ກອງ ປະຊຸມ ຈະຮັບຟັງ ຣາຍງານ ພິຈາຣະນາ ແລະ ຕົກລົງ ຮັບຮອງ ເອົາ ຜົລການ ກວດ ສອບບົດ ສລຸບ ຂາດຕົວ ການ ຈັດຕັ້ງ ປະຕິບັດ ແຜນ ງົບປະມານ ແຫ່ງຣັຖ ສົກປີ 2012-13 ແລະ ຜົລການ ຈັດຕັ້ງ ປະຕິບັດ ການ ດັດແກ້ ງົປມານ ແຫ່ງຣັຖ 6 ເດືອນ ທ້າຍ ສົກປີ 2013-14 ຊຶ່ງ ມື້ທໍາອິດ ຂອງ ກອງປະຊຸມ ໄດ້ເວົ້າເຖິງ ການ ສົ່ງເສີມ ການຜລິດ ສິນຄ້າ ຂອງ ປະຊາຊົນ ຮວມເຖິງ ທຸຣະກິດ ຂນາດນ້ອຍ ແລະ ຂນາດກາງ, ການພັທນາ ສີມື ແຮງງານ, ການຂາດ ແຄນ ແຮງງານ ແລະ ມາຕຖານ ໃນການ ຄຸ້ມຄອງ ແຮງງານ ພາຍໃນ ແລະ ຕ່າງ ປະເທສ ນັ້ນ ແລ້ວ.

ແຕ່ ເຖິງຢ່າງໃດ ກໍດີ ເວົ້າເຖິງ ຄວາມສົນໃຈ ຂອງ ປະຊາຊົນ ທີ່ມີຕໍ່ ກອງ ປະຊຸມ ເທື່ອນີ້ ນັ້ນ ກໍຄື ຄັ້ງ ທີ່ ຜ່ານໆມາ ຊາວລາວ ພາຍໃນ ປະເທສ ທ່ານນຶ່ງ ເວົ້າວ່າ ປະຊາຊົນ ລາວ ທົ່ວໄປ ບໍ່ມີຄວາມ ສົນໃຈນໍາ, ຖືເປັນ ເຣື່ອງ ທັມດາ ທົ່ວໆໄປ ບໍ່ມີຄວາມ ຕື່ນເຕັ້ນ ຫຍັງໝົດ ໃນ ຂນະທີ່ ຊາວລາວ ຢູ່ ຕ່າງປະເທສ ຈໍານວນ ນຶ່ງ ເວົ້າວ່າ ບັນຫາ ການຂາດ ງົບປະມານ ຫຼື ວ່າການ ປະຕິບັດ ກົດໝາຍ ຍັງຈະແກ້ໄຂ ບໍ່ໄດ້ ຕາບໃດ ທີ່ ບັນດາ ຜູ້ນໍາ ພັກ-ຣັຖ ບໍ່ເປັນ ຕົວຢ່າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.