ນັກຮຽນໄດ້ເຂົ້າໂຮງຮຽນຕາມ ກົດເກນ

ຫົວຫນ້າ ຫ້ອງການ ສຶກສາ ຂັ້ນ ມັທຍົມ ປະຕິເສດ ວ່າບໍ່ມີ ການ ປະຕິບັດ ກົດເກນ ທີ່ ບໍ່ຖືກຕ້ອງ ໃນການຮັບ ນັກຮຽນ ເຂົ້າ ໂຮງຮຽນ ທີ່ມີຊື່ສຽງ ໃນລາວ.

ໂຮງຮຽນມັທຍົມວຽງຈັນ i.ytimg

 

ທ່ານ ພູທອນ ແສງດາວົງ ຫົວຫນ້າ ຫ້ອງການ ມັທຍົມ ສຶກສາ ກະຊວງ ສຶກສາ ແລະ ການກິລາ ສປປລາວ ກ່າວ ປະຕິເສດ ຂ່າວລື ທີ່ວ່າ ໂຮງຮຽນ ມັທຍົມ ທີ່ມີຊື່ສຽງ ໃນລາວ ຮັບເງີນ ຈາກ ພໍ່ແມ່ນັກຮຽນ ເພື່ອ ຈະໃຫ້ລູກ ຂອງຕົນໄດ້ ເຂົ້າຮຽນ ໃນໂຮງຮຽນ. ທ່ານ ໃຫ້ການ ຢືນຢັນວ່າ ການບັນຈຸ ນັກຮຽນ ເຂົ້າໂຮງຮຽນ ມັທຍົມ 3 ແຫ່ງ ໃນເຂດ ນະຄອນຫລວງ ວຽງຈັນ ແມ່ນ ໄດ້ຄັດເລືອກ ຈາກ ຜົລຂອງການ ສອບເສັງ ຂອງ ພວກຂະເຈົ້າ. ໂຮງຮຽນ ມັທຍົມ ທີ່ມີຊື່ສຽງ ສາມແຫ່ງ ຢູ່ ນະຄອນຫລວງ ວຽງຈັນ ຕົວຢ່າງຄື ໂຮງຮຽນ ມັທຍົມວຽງຈັນ ໂຮງຮຽນ ມັທຍົມ ມິດຕະພາບ ລາວ-ວຽດ ແລະ ໂຮງຮຽນ ມັທຍົມ ວຽງຈັນ ໂຮຈີມີນ.

ການທີ່ທ່ານ ອອກມາໃຫ້ ການຢືນຢັນ ເປັນຍ້ອນວ່າ ມີຂ່າວລືວ່າ ພໍໍ່ແມ່ນັກຮຽນ ສາມາດ ເອົາ ລູກຂອງຕົນ ເຂົ້າໂຮງຮຽນ ສາມ ແຫ່ງນີ້ໄດ້ ຖ້າຈ່າຍເງິນ ໃຫ້ໂຮງຮຽນ. ທ່ານ ພູທອນ ໄດ້ ປະຕິເສດ ຂ່າວລື ດັ່ງກ່າວ ແລະເວົ້າວ່າ ການຮັບ ນັກຮຽນ ເຂົ້າໂຮງຮຽນ ແມ່ນຂຶ້ນກັບ ຜົລ ການສອບເສັງ ຂອງນັກຮຽນ ຫາກເສັງຜ່ານ ກໍຈະຖືກຮັບ ເຂົ້າຮຽນ. ທ່ານວ່າ ໂຮງຮຽນ ມັທຍົມ ສາມແຫ່ງນີ້ ແມ່ນ ຢູ່ພາຍໃຕ້ ການເບິ່ງ ແຍງ ເປັນຢ່າງດີ ເພາະ ຈະໃຫ້ເປັນ ໂຮງຮຽນຕົວຢ່າງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org