2 ທັນວາ ຈີນຈະສົ່ງດາວລາວຂຶ້ນ ທ້ອງຟ້າ
2015.11.06
ທາງການ ລາວ ໃຫ້ການ ຢືນຢັນ ວ່າ ການ ວາງ ສີລາລຶກ ໃນ ໂຄງການ ຣົດໄຟ ຄວາມໄວສູງ ລາວ-ຈີນ ແລະ ການສົ່ງ ດາວທຽມ ຂຶ້ນສູ່ ທ້ອງຟ້າ ຂອງ ລາວ ຈະມີຂື້ນ ໃນ ໂອກາດ ອັນ ໃກ້ໆນີ້ດ ທັງສອງ ໂຄງການ ດັ່ງກ່າວ ຈະເປັນ ສັນຍາລັກ ຂອງ ວັນ ຄົບຮອບ 40 ປີ ຂອງ ການ ສ້າງຕັ້ງ ສປປລາວ ທີ 2 ທັນວາ ປີ ນີ້, ຊຶ່ງ ເຈົ້າຫນ້າທີ່ ຮັບຜິດຊອບ ກ່ຽວກັບ ໂຄງການ ຣົດໄຟ ຄວາມໄວສູງ ລາວ-ຈີນ ໄດ້ ພົບປະກັນ ທີ່ ຫ້ອງການ ຣັຖບານ ໃນ ວັນພຸດ ຜ່ານມາ.
ໃນຂນະ ດຽວກັນ ຣັຖບານ ລາວ ແລະ ບໍຣິສັດ ດາວທຽມ ຈີນ ສາມ ບໍຣິສັດ ກໍໄດ້ ປະກາດ ການສົ່ງ ດາວທຽມ ລາວ ຫນ່ວຍ ທຳອິດ ຂຶ້ນຊັ້ນ ບັນຍາກາດ ໃນ ມື້ວັນທີ 21 ພຶສຈິກາ ປີນີ້ ຊຶ່ງ ທັງສອງ ໂຄງການ ນີ້ ຈະເປັນ ສັນຍາລັກ ຂອງ ວັນ ຄອບຮອບ 40 ປີ ຂອງ ການ ສ້າງຕັ້ງ ສປປລາວ.
ທັງສອງ ໂຄງການ ດັ່ງກ່າວ ຣັຖບານ ລາວ ໄດ້ ເຈຣະຈາ ມາເປັນ ເວລາ ຫລາຍປີ ດ້ວຍການ ກູ້ຢືມເງິນ ອັນ ມະຫາສານ ໃນ ທີ່ສຸດ ກໍສາມາດ ຕົກລົງ ກັນໄດ້ ແຕ່ ສຳລັບໂຄງການ ຣົດໄຟ ຄວາມໄວສຸງ ນັ້ນ ຍັງບໍ່ຮູ້ ວັນ ເວລາ ທີ່ ແນ່ນອນ ເທື່ອວ່າ ຈະເລີ້ມ ລົງມື ສ້າງ ເມື່ອໃດ.
ໂຄງການ ຣົດໄຟ ສວັນ-ລາວບາວ ທີ່ ແຂວງ ສວັນນະເຂດ ກໍມີການ ວາງ ສີລາລຶກ ມາໄດ້ ສອງປີ ແລ້ວ ເທົ່າເຖິງ ປັດຈຸບັນ ກໍຍັງ ບໍ່ທັນ ສ້າງ ເທື່ອ.