ສປປລາວ ກັບເຣຶ້ອງສິດທິມະນຸດ
2013.11.17

ອີງຕາມຂ່າວຂອງທາງການລາວ, ບັນດາຄູ່ຮ່ວມພັທນາຈາກສະຫະ ພາບຢູໂຣບ ຈະມີຖແລງການ ຕໍ່ຣັຖບານລາວ ຢູ່ກອງປະຊຸມ ໂຕະ ມົນນັ້ນ ໂດຍນຶ່ງໃນປະເດັນສຳຄັນທີ່ຈະຖແລງນັ້ນແມ່ນເຣື້ອງ ສິດທິ ມະນຸດ.
ເພາະວ່ານັບແຕ່ປີ 2012 ເປັນຕົ້ນມາ ສປປລາວ ຖືກວິພາກວິຈານ ຢ່າງໜັກໜ່ວງກ່ຽວກັບດ້ານສິດທິມະນຸດໂດຍສະເພາະການລະເມີດ ສິດ ທີ່ດິນຂອງປະຊາຊົນ. ປະຊາຊົນຖືກເຈົ້າໜ້າທີ່ ອໍານາດການ ປົກຄອງ ທ້ອງຖິ່ນ ຢູ່ບາງເຂດຈັບຂັງຄຸກໃນເຣື້ອງ ຂໍ້ຂັດແຍ່ງທີ່ດິນ ແລະ ທີ່ດິນທໍາກິນຂອງເຂົາເຈົ້າ ຖືກໂຄງການພັທນາລັກໂລບເອົາ ໂດຍມີເຈົ້າໜ້າທີ່ຣັຖ ຈໍາພວກນຶ່ງ ສົມຮຸ້ຮ່ວມຄິດ.
ເຣື້ອງການຈໍາກັດສິດຂອງອົງການຈັດຕັ້ງທາງສັງຄົມ ໃນການເຮັດ ວຽກກັບຊຸມຊົນ ຫລັງຈາກການລັກພາຕົວ ທ່ານ ສົມບັດ ສົມພອນ ແລະການເນຣະເທດ ນາງແອນນາໂຊຟີ ຜູ້ອຳນວຍການ ອົງການ ຈັດຕັ້ງທີ່ບໍ່ສັງກັດ ຣັຖບານປະຈຳສປປ ລາວ.
ເຖິງວ່າ ນາງ ແອນນາ ໂຊຟີ ປັດຈຸບັນ ຖືກທາງການລາວ ຫ້າມບໍ່ ໃຫ້ເຂົ້າໄປເຂົ້າປະເທດລາວກໍຕາມ ແຕ່ ນາງຍັງຫວັງຕໍ່ ກອງປະຊຸມ ຄັ້ງນີ້. ໂດຍທີ່ນາງໄດ້ໃຫ້ສຳພາດ ຕໍ່ນັກຂ່າວວິທຍຸເອເຊັຍເສຣິ ກ່ຽວ ກັບກອງປະຊຸມ ໂຕະມົນຄັ້ງນີ້ວ່າ:
"ຫລັງຈາກມີເຣື້ອງເກີດຂຶ້ນກັບ ທ່ານ ສົມບັດ ທີ່ຖືກລັກພາຕົວ ໃນເດືອນທັນວາ ທີ່ຜ່ານມາ ມັນເປັນເວລາແຫ່ງ ຄວາມຢ້ານກົວ ແລະຫລາຍ ອົງການຈັດຕັ້ງທາງສັງຄົມ ຮູ້ສຶກບໍ່ສະດວກທີ່ຈະເວົ້າ ຢ່າງກົງໄປກົງມາ ໂດຍສະເພາະເ ວົ້າກ່ຽວກັບ ຫົວຂໍ້ທີ່ຫລໍ່ແຫລມ ແຕ່ຂ້ອຍກໍຫວັງວ່າ ກອງປະຊຸມໂຕະມົນຄັ້ງນີ້ ຈະເປີດກວ້າງ ໃຫ້ທຸກຄົນໄດ້ແລກປ່ຽນ ແລະ ປຶກສາຫາລືກັນ ຢ່າງກົງໄປກົງມາ".
ເຖິງຢ່າງໃດກໍຕາມ ຜູ້ສັງເກດການກໍໃຫ້ທັສນະວ່າ ກອງປະຊຸມໂຕະມົນໃນຄັ້ງນີ້ມັນເປັນບາດກ້າວທີ່ສຳຄັນ ຂອງຣັຖບານລາວ ທີ່ຈະສະແດງ ຄວາມຈິງໃຈວ່າຕົນເອງ ຈະສາມາດປະຕິບັດວຽກງານ ດ້ານສິດທິມະນຸດໄດ້ຫລາຍຊໍ່າໃດ ຫລັງຈາກທີ່ຕົກຢູ່ໃນຄວາມກົນດັນ ຢ່າງໜັກໜ່ວງ ມາເປັນເວລາເກືອບ 1 ປີ.
ຜູ້ສັງເກດການເວົ້າວ່າ: ໃນການເຄົາຣົບ ສິດທິມະນຸດ ຣັຖບານລາວ ຈະສະແດງອອກ ພຽງຄໍາເວົ້າຢ່າງດຽວ ຍັງບໍ່ພຽງພໍແຕ່ຈະຕ້ອງສະແດງ ອອກດ້ວຍພຶດຕິກັມ ແລະການກະທຳຕົວຈິງ. ຄາດກັນວ່າ ກອງປະຊຸມ ໂຕະມົນຄັ້ງນີ້ ຈະມີຜູ້ເຂົ້າຮ່ວມປະມານ 200 ທ່ານໂດຍແມ່ນ ທ່ານ ທອງລຸນ ສີສຸລິດ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງ ການຕ່າງປະເທດ ຈະເປັນປະທານກອງປະຊຸມຄັ້ງນີ້.