ກຸ່ມສິດທິມະນຸດຮຽກຮ້ອງ ທາງການ US

ສິດນີ
2016.01.28
F-John-K ທ່ານ ຈອນ ແຄຣີ ຜູ້ຢ້ຽມຢາມ ສປປລາວ ແລະ ທ່ານ ທອງລຸນ ສີສຸລິດ ຄູ່ຮ່ວມຕໍາແໜ່ງ ຣັຖມົນຕຣີ ການຕ່າງປະເທດ ພົບກັນ ທີ່ ນະຄອນຫຼວງວຽງຈັນ ວັນທີ 25 ມົກກະຣາ 2016
Screen captured from LNTV news

ສະຫະພັນ ສິດທິ ມະນຸດ ສາກົນ ແລະ ອົງການ ເຄື່ອນໄຫວ ເພື່ອ ສິດທິ ມະນຸດ ໃນລາວ ໄດ້ສົ່ງຫນັງສື ເປີດຊອງ ຮຽກຮ້ອງ ໃຫ້ ສະຫະ -ຣັດ ຍົກບັນຫາ ການຣະເມີດ ສິດທິ ມະນຸດ ໃນລາວ ທີ່ ຣັຖບານລາວ ບໍ່ເອົາໃຈໃສ່ ແກ້ໄຂ ມາເປັນເວລາ ດົນນານ ຕໍ່ ທາງການ ລາວ ໃນການໄປ ຢ້ຽມຢາມ ລາວ ຂອງ ທ່ານ ຈອນ ເຄລີ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັດ ໃນມື້ວັນທີ 24-25 ມົກກະຣາ ນີ້.

ຖແລງການ ຂອງ ອົງການ ຕ່າງໆ ຣະບຸວ່າ ສປປລາວ ປົກຄອງ ແບບ ຜະເດັດການ ໂດຍພັກ ຄອມມິວນິສ ພັກດຽວ ມາເປັນ ເວລາ ດົນນານ. ເຈົ້າຫນ້າທີ່ ລາວ ເຂັ້ມງວດ ໃນການ ຈຳກັດສິດທິ ຂ່າວສານ ສິດທິ ການຊຸມນຸມ ແລະ ສິດທິ ການປາກເວົ້າ ຮ່ວມດ້ວຍ ການ ປາບປາມ ກຸ່ມສາສນາ ຊົນກຸ່ມນ້ອຍ ແລະ ການຈັບກຸມ ຊາວ ຄຣິສຕຽນ ຫຼາຍຄົນ ໃນຣະຍະ ທີ່ຜ່ານມາ ແລະ ໃນປີ 2015.

ທາງການລາວ ຍັງສືບຕໍ່ ການລົງໂທດ ກຸ່ມ ນັກເຄື່ອນໄຫວ ຮ່ວມດ້ວຍ ການບີບບັງຄັບ ໃຫ້ ຫາຍສາບສູນ. ເຈົ້າຫນ້າທີ່ ລາວ ຍັງ ປະຕິ -ເສດ ທີ່ຈະໃຫ້ ຂໍ້ມູນ ຂອງ ຜູ້ເຄາະຮ້າຍ ຈາກການ ບີບບັງຄັບ ໃຫ້ ຫາຍສາບສູນ ໃນລາວ. ເທົ່າເຖີງ ປັດຈຸບັນ ຍັງບໍ່ຮູ້ ຊະຕາກັມ ຂອງ ຜູ້ທີ່ ຫາຍສາບສູນ ຢ່າງນ້ອຍ 13 ຄົນ ໃນລາວ 1 ໃນນັ້ນແມ່ນ ທ່ານ ສົມບັດ ສົມພອນ ທີ່ຖືກ ລັກພາຕົວ ໃນ ເດືອນ ທັນວາ ປີ 2012.

ກຸ່ມນັກ ເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ໃນລາວ ຫຼາຍໆຄົນ ຍັງຖືກຂັງຄຸກ ໃນລາວ ເປັນຕົ້ນ ກຸ່ມ ນັກສຶກສາ ດັ່ງ: ທ່ານ ທອງປະເສີດ ເກື້ອກຸນ ແລະ ແສງອາລຸນ ແພງພັນ ຮ່ວມດ້ວຍ ພັກພວກ ທີ່ຖືກຈັບ ໃນ ເດືອນ ຕຸລາ ປີ 1999.

ນັກຕໍ່ສູ້ ເພື່ອ ປະຊາທິປະຕັຍ ຄົນອື່ນໆ ທີ່ ຖືກຈັບ ໃນລາວ ກໍຄື ທ່ານ ບຸນທັນ ທັມມະວົງ ເຊື້ອຊາດລາວ ສັນຊາດ ໂປແລັນ ຖືກ ທາງ ການລາວ ຈັບ ໃນເດືອນ ກັນຍາ ປີ 2015. ກຸ່ມປົກປ້ອງ ສິດທິ ມະນຸດ ສາກົນ ຢາກຮຽກຮ້ອງ ໃຫ້ທາງການ ລາວ ປ່ອຍຕົວ ບຸກຄົນ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.