ສາກົນເປັນຫ່ວງ ສີທົນ ທິບພະວົງ ຈະຖືກຂັງລືມ
2021.03.25

ອົງການສິດທິມະນຸດສາກົລ ມີຄວາມເປັນຫ່ວງ ເຣື່ອງການຄຸມຂັງ ອາຈານ ສີທົນ ທິບພະວົງ ຄຣູສອນສາສນາຄຣິສຕຽນ ອາຍຸ 34 ປີ ຢູ່ບ້ານກະລຶມວັງແຂ້ ເມືອງຊົນນະບູຣີ ແຂວງ ສວັນນະເຂດ ທີ່ຖືກທາງການລາວ ຈັບຂັງຄຸກມາໄດ້ 1 ປີ ປາຍແລ້ວ ໂດຍບໍ່ມີ ການແຈ້ງຂໍ້ຫາ ຫຼືມີຄວາມຜິດ ແລະຍັງບໍ່ໄດ້ຖືກນໍາຕົວ ຂຶ້ນສານເທື່ອ. ກ່ຽວກັບເຣື່ອງນີ້ ທ່ານ Phil Robertson ຮອງຜູ້ອໍານວຍ ການອົງການ Human Rights Watch ປະຈໍາພູມີພາກ ເອເຊັຽ ປາຊີຟິກ ກ່າວຕໍ່ RFA ໃນມື້ວັນທີ 25 ມິນາ ນີ້ວ່າ:
“ອັນນີ້ແມ່ນການຣະເມີດ ສິດທິມະນຸດຂັ້ນຮ້າຍແຮງ. ມັນບໍ່ເໝາະສົມ ແທ້ຈິງແລ້ວ ຄວນຈະປ່ອຍອາຈານ ສີທົນ ພ້ອມທັງຂໍໂທດ ທີ່ໄດ້ຈັບທ່ານໃສ່ຄຸກແບບນີ້. ແທ້ຈິງແລ້ວບໍ່ຄວນ ຣະເມີດສິດທິ ແລະ ຄວາມມີອິສຣະ ຂອງ ຜູ້ນັບຖືສາສນາຕ່າງໆ ໃນລາວ.”
ໃນຂນະດຽວກັນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານອົງການ ພັນທະມິດ ເພື່ອ ປະຊາທິປະຕັຍໃນລາວ ທີ່ມີສູນກາງຢູ່ ປະເທດ ເຢັຽຣະມັນ ກໍມີຄວາມເປັນຫ່ວງນໍາ ຊະຕາກັມ ຂອງ ອາຈານສີທົນ. ເມື່ອວັນທີ 18 ມິນາ ນີ້ ອົງການຈັດຕັ້ງຂອງພວກທ່ານ ກໍໄດ້ນໍາເຣື່ອງ ການຣະເມີດສິດທິມະນຸດ ຢູ່ລາວ ຮວມທັງ ກໍຣະນີ ການຈັບຂັງ ອາຈານ ສີທົນ ສເນີຕໍ່ ອົງການ ສະຫະປະຊາຊາດ ຊຶ່ງ ດຣ. ບຸນທອນ ກ່າວຕໍ່ RFA ຕອນນຶ່ງວ່າ:
“ໄດ້ຍື່ນບົດຣາຍງານ ກ່ຽວກັບ ການຣະເມີດສິດທິມະນຸດ ຢູ່ໃນ ສປປ ລາວ ຄັ້ງວັນທີ 18 ມິນາ 2021 ໃຫ້ແກ່ຫ້ອງການກັມການ ຂັ້ນສູງຂອງສະຫະປະຊາຊາດ ທາງດ້ານ ສິດທິມະນຸດ ຊຶ່ງເພິ່ນກໍໄດ້ມີການ ສົ່ງບົດຣາຍງານນີ້ຕໍ່ໃຫ້ ແກ່ກັມການພິເສດ ກ່ຽວກັບ ສິດທິມະນຸດກ່ຽວກັບບັນຫາ ການຣະເມີດ ສິດທິທາງດ້ານສາສນາ ເປັນຕົ້ນແມ່ນການຈັບ ອາຈານ ສີທົນ ທິບພະວົງ ຜູ້ນຶ່ງທີ່ເປັນ ຄຣູສອນສາສນາ ຄຣິສ ທີ່ບ້ານ ກະລຶມວັງແຂ້.”
ພ້ອມກັນນັ້ນ ທາງອົງການຂອງພວກທ່ານ ກໍໄດ້ເນັ້ນໜັກ ບັນຫາທີ່ວ່ານີ້ ຕໍ່ອົງການສະຫະປະຊາຊາດ ເພື່ອຂໍໃຫ້ຊ່ອຍຊຸກຍູ້ ທາງການລາວ ປ່ອຍຕົວ ອາຈານ ສີທົນ ທີ່ບໍ່ມີຄວາມຜິດ ຍ້ອນວ່າ ຣັຖທັມນູນລາວ ກໍານົດໃຫ້ພົລເມືອງລາວ ສາມາດເຊື່ອຖື ຫລືບໍ່ເຊື່ອຖື ສາສນາໃດກໍໄດ້. ແຕ່ໃນພາກປະຕິບັດຕົວຈິງ ກໍຍັງເຫັນວ່າ ມີການຈັບຊາວຄຣິສຕຽນ ຢູ່ເລື້ອຍ, ດຣ. ບຸນທອນ.
ຜູ້ເປັນໝູ່ຂອງ ອາຈານ ສີທົນ ທ່ານນຶ່ງ ກໍໄດ້ສະແດງຄວາມເປັນຫ່ວງນໍາ ທ່ານ ສີທົນ ແລະ ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງ ທາງການລາວ ໃຫ້ຄວາມເປັນທັມ ແກ່ ອາຈານ ສີທົນ ຜູ້ບໍ່ໄດ້ເຮັດຄວາມຜິດ ຮ້າຍແຮງ ທີ່ຂັດຕໍ່ກົດໝາຍ, ຢາກໃຫ້ມີການແກ້ໄຂ ຕາມກົດໝາຍ:
“ໂອ໋ ກະເປັນຫ່ວງຫັ້ນແຫລະ ເປັນໝູ່ດຽວກັນນີ໋ ເປັນຫ່ວງທາງຄອບຄົວແດ່ ເປັນຫ່ວງລູກເມັຽລາວນະ ລາວກະເປັນຄົນດີ ກະຢາກ ໃຫ້ເພິ່ນແກ້ໄຂຫັ້ນແຫລະ ແກ້ໄຂຕາມທາງທີ່ຄວນ ຫັ້ນແຫລະ ຕາມຄວາມຍຸຕິທັມ ກໍຢາກໃຫ້ເພິ່ນແກ້ໄຂ ຕາມກົດໝາຍເນາະ.”
ຊາວລາວຄຣິສຕຽນ ທ່ານນຶ່ງ ທີ່ແຂວງພາກເໜືອ ຂອງລາວ ກໍເວົ້າຕໍ່ RFA ວ່າອາຈານ ສີທົນ ຖືກຈັບຂັງຄຸກມາໄດ້ 1 ປີປາຍ ແລ້ວ ແຕ່ຍັງບໍ່ມີແຈ້ງການ ຫລື ການຕັດສິນຄະດີວ່າມີ ຄວາມຜິດຫຍັງນັ້ນ ຕົນກໍຮູ້ສຶກເປັນຫ່ວງ ນໍາເຣື່ອງທີ່ເກີດຂຶ້ນກັບ ອາຈານ ສີທົນ:
“ໄດ້ຍິນປະທານສູນເພິ່ນເວົ້າ ໂອ໋ ເພິ່ນກະວ່າອາຈານ ສີທົນ ຖືກເຂົາກັກຂັງ ຄຣູສອນສາສນາ ໄດ້ຍິນຂ່າວນີ້ກະເປັນຫ່ວງ ເປັນໃຍ ເພິ່ນໂອ໋ ເພາະວ່າທັງລູກທັງເມັຽ ຄອບຄົວເພິ່ນ ແລ້ວເພິ່ນກໍໄປກັກຂັງ ແບບວ່າບໍ່ມີເຫດມີຜົລ, ພໍ່ແມ່ພີ່ນ້ອງ, ພວກຄຣິສຕຽນ ຫລື ຄອບຄົວເຂົາຫັ້ນນະເນາະ ອັນນີ້ກະເປັນຫ່ວງເປັນໃຍນໍາເພິ່ນຫລາຍ.”
ໃນມື້ວັນທີ 25 ມິນາ ນີ້ RFA ໄດ້ຕິດຕໍ່ໄປຫາ ອົງການອັຍການປະຊາຊົນ ແຂວງສວັນນະເຂດ ເພື່ອຂໍຮູ້ກ່ຽວກັບ ຄວາມຄືບໜ້າ ຂອງ ກໍຣະນີ ອາຈານ ສີທົນ ຖືກຈັບຂັງຄຸກ, ຈຶ່ງໄດ້ຮັບ ຄໍາຕອບຈາກເຈົ້າໜ້າທີ່ ທ່ານນຶ່ງວ່າ ປັດຈຸບັນ ທາງອົງການ ອັຍການ ປະຊາຊົນ ໄດ້ຮັບສໍານວນຄະດີ ອາຈານ ສີທົນ ແລ້ວ, ອາຈານຖືກຕັ້ງຂໍ້ຫາ ຂົນຂວາຍ ເຮັດໃຫ້ບໍ່ມີຄວາມສາມັກຄີ, ຂນະນີ້ ກໍາລັງຢູ່ຣະຫວ່າງ ການປະກອບເອກສານ ເພື່ອສົ່ງຟ້ອງຂຶ້ນສານ ປະຊາຊົນ:
“ຊື່ ທ້າວ ສີທົນ ເນາະ ໂຕຂໍ້ຫາຂົນຂວາຍ ກ່ຽວກັບຄວາມບໍ່ສາມັກຄີນີ້ນະ ເອີ ກະເຫັນຢູ່ໃດ໋ ສິຖາມວິຊາການຄືນເນາະວ່າຈັ່ງໃດ ຫັ້ນນະ ຄະດີນີ້ມັນເດີນຮອດໃສແລ້ວ.”
ສະມາຊິກໂບດ ບ້ານກະລຶມວັງແຂ້ ຜູ້ບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ RFA ວ່າ:
“ພາກສ່ວນທີ່ກ່ຽວຂ້ອງ ຈະຕັດສິນຄະດີ ອາຈານ ສີທົນ ໃນສັປດາໜ້ານີ້ ວ່າ ອາຈານມີຄວາມຜິດແນວໃດ ຊຶ່ງທຸກຄົນ ກໍລໍຖ້າຟັງຢູ່.”
RFA ໄດ້ຕິດຕໍ່ໄປຫາສູນກາງ ຄຣິສຕະຈັກຂ່າວປະເສີດ ໃນມື້ວັນທີ 25 ມິນາ ນີ້ ໄດ້ຮັບຄໍາຕອບວ່າ ທາງສູນກາງນີ້ ກໍມີຄວາມເປັນ ຫ່ວງນໍາຫລາຍ ກ່ຽວກັບກໍຣະນີຂອງ ອາຈານ ສີທົນ ແລະກໍໄດ້ປະສານຫາຄຣິສຕະຈັກ ຂ່າວປະເສີດ ປະຈໍາແຂວງສວັນນະເຂດ ເພື່ອຂໍໃຫ້ຕິດຕາມ ບັນຫາດັ່ງກ່າວນັ້ນ ແລ້ວລາຍງານມາ ໃຫ້ຊາບໃນແຕ່ລະໄລຍະ.
ອາຈານ ສີທົນ ທິບພະວົງ ເປັນຊົນເຜົ່າ ບຣູ່ ຫຼື ຊົນເຜົ່າກະຕ່າງ, ໄດ້ເລີ່ມເປັນຄຣູສອນສາສນາຄຣິສຕຽນ ແຕ່ປີ 2011 ເປັນຕົ້ນມາ. ທ່ານ ຖືກເຈົ້າໜ້າທີ່ຕໍາຣວດ ຈັບຕົວໄປເມື່ອວັນທີ 15 ມິນາ 2020 ຍ້ອນທໍາພິທີ ນະມັສການພຣະເຈົ້າ ໂດຍບໍ່ໄດ້ຮັບ ອະນຸຍາດ ຈາກທາງການ.
ກ່ອນໜ້ານີ້ ຄືເມື່ອປີ 2018 ຊາວລາວຄຣິສຕຽນ 4 ຄົນ ແລະ ຜູ້ນໍາສາສນາຄຣິສຕຽນ ອີກ 3 ຄົນ ຢູ່ບ້ານນາຄະນອງ ເມືອງພີນ ກໍຖືກເຈົ້າໜ້າທີ່ຕໍາຣວດ ເອີ້ນໄປສຶກສາອົບຮົມ ແລະ ກັກຕົວ 7 ມື້ ຍ້ອນໄດ້ຈັດພິທີ ສລອງບຸນຄຣິສມາສ ໂດຍບໍ່ໄດ້ຮັບ ອະນຸຍາດ.