ສິດທິມະນຸສສາກົນ ຮຽກຮ້ອງ ໃຫ້ປ່ອຍ ທ.ສີທົນ ທິບພະວົງ

ສິດນີ
2021.03.26
ສິດທິມະນຸສສາກົນ ຮຽກຮ້ອງ ໃຫ້ປ່ອຍ ທ.ສີທົນ ທິບພະວົງ ອາຈານ ສີທົນ ທິບພະວົງ ທີ່ໄປຮ່ວມງານ ແຕ່ງດອງ ໃນຖານະ ຜູ້ດຳເນີນພິທີ ທາງສາສນາຄຣິສຕຽນ ທີ່ ແຂວງສວັນນະເຂດ. ຖ່າຍເມື່ອ: ເດືອນກັນຍາ ປີ 2018
ເຟສບຸກ: ອາຈານ ສີທົນ ທິບພະວົງ

ເປັນເວລາ 1 ປີປາຍແລ້ວ ພາຍຫຼັງທີ່ອາຈານ ສີທົນ ທິບພະວົງ, ຄຣູສອນສາສນາຄຣິສຕຽນ ທີ່ບ້ານກະລຶມວັງແຂ້, ເມືອງຊົນນະບູຣີ ແຂວງສວັນນະເຂດ ຖືກຈັບຂັງຄຸກ ທີ່ຄ້າຍຄຸມຂັງ ດັດສ້າງຫຼັກ 6 ຫຼື ຄຸກຫຼັກ 6 ນະຄອນ ໄກສອນ ພົມວິຫານ ແຂວງສວັນນະເຂດ ໂດຍທີ່ບໍ່ມີການແຈ້ງຂໍ້ກ່າວຫາ ຫຼື ແຈ້ງໃຫ້ທາງຄອບຄົວຮູ້ ຢ່າງເປັນລາຍລັກອັນສອນ ແລະຈົນມາເຖິງ ວັນທີ 26 ມີນາ 2021 ກໍຍັງ ບໍ່ທັນຖືກນຳຂຶ້ນສານ ເພື່ອຕັດສິນວ່າ ທ່ານເຮັດຜິດຫຍັງກັນແທ້.

ຕໍ່ກໍຣະນີດັ່ງກ່າວ, ບັນດາກຸ່ມ ຊາວລາວຄຣິສຕຽນ ໃນປະເທດລາວ ແລະ ບັນດາອົງການຈັດຕັ້ງສາກົລ ດ້ານສິດທິມະນຸດ ແລະດ້ານ ສາສນາ ຕ່າງກໍຮູ້ສຶກເປັນຫ່ວງ ຕໍ່ຊະຕາກັມ ຂອງ ອາຈານ ສີທົນ.

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການ Human Rights Watch (HRW) ປະຈໍາພູມີພາກເອເຊັຽປາຊີຟິກ ໄດ້ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 25 ມີນາ ນີ້ວ່າ ການກັກຂັງ ອາຈານ ສີທົນ ໂດຍທີ່ບໍ່ມີການຕັດສິນ ຈາກ ສານ ເປັນເວລາເກີນ 1 ປີ ແລ້ວ, ຖືເປັນສິ່ງທີ່ລະເມີດ ສິດທິມະນຸດຮ້າຍແຮງ.

“ອັນນີ້ແມ່ນການລະເມີດ ສິດທິມະນຸດຂັ້ນຮ້າຍແຮງ. ມັນບໍ່ເໝາະສົມ ແທ້ຈິງແລ້ວ ຄວນຈະປ່ອຍ ອາຈານ ສີທົນ ພ້ອມທັງຂໍໂທສ ທີ່ໄດ້ຈັບທ່ານ ໃສ່ຄຸກແບບນີ້. ແທ້ຈິງແລ້ວ ບໍ່ຄວນ ລະເມີດສິດທິ ແລະ ຄວາມມີອິສຣະ ຂອງຜູ້ນັບຖືສາສນາ ຕ່າງໆໃນລາວ.”

ໃນຂນະດຽວກັນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານອົງການ ພັນທະມິຕ ເພື່ອ ປະຊາທິປະຕັຍໃນລາວ ທີ່ມີສູນກາງຢູ່ ປະເທດ ເຢັຽຣະມັນ ກໍມີຄວາມເປັນຫ່ວງ ນໍາຊະຕາກັມ ຂອງອາຈານສີທົນ ແລະ ເມື່ອວັນທີ 18 ມີນາ ນີ້ ອົງການຈັດຕັ້ງ ຂອງ ພວກທ່ານ ກໍໄດ້ນໍາເຣື່ອງ ການລະເມີດ ສິດທິມະນຸດ ຢູ່ລາວ ຮວມທັງກໍຣະນີ ການຈັບ ອາຈານ ສີທົນ ສເນີຕໍ່ອົງການ ສະຫະ ປະຊາຊາດ, ເຊິ່ງ ດຣ. ບຸນທອນ ກ່າວຕໍ່ RFA ຕອນນຶ່ງວ່າ:

“ໄດ້ຍື່ນບົດຣາຍງານ ກ່ຽວກັບການລະເມີດ ສິດທິມະນຸດ ຢູ່ໃນ ສປປ.ລາວ ຄັ້ງວັນທີ 18 ມີນາ 2021 ໃຫ້ແກ່ຫ້ອງການກັມມະການ ຂັ້ນສູງ ຂອງສະຫະປະຊາຊາດ ທາງດ້ານສິດທິ ມະນຸດ, ເຊິ່ງເພິ່ນກໍໄດ້ມີການ ສົ່ງບົດຣາຍງານນີ້ຕໍ່ ໃຫ້ແກ້ກັມມະການ ພິເສດ ກ່ຽວກັບສິດທິມະນຸດ ກ່ຽວກັບບັນຫາ ການລະເມີດ ສິດທິທາງດ້ານສາສນາ ເປັນຕົ້ນ ແມ່ນການຈັບ ອາຈານ ສີທົນ ທິບພະວົງ ຜູ້ນຶ່ງ ທີ່ເປັນຄຣູສອນ ສາສນາຄຣິສ ທີ່ບ້ານ ກະລຶມວັງແຂ້.

ພ້ອມກັນນັ້ນ, ທາງອົງການ ຂອງພວກທ່ານ ກໍໄດ້ເນັ້ນໜັກ ບັນຫາທີ່ວ່ານີ້ ຕໍ່ອົງການສະຫະປະຊາຊາດ ເພື່ອຂໍໃຫ້ຊ່ອຍຜັກດັນ ທາງການລາວ ປ່ອຍຕົວ ອາຈານ ສີທົນ ທີ່ບໍ່ມີຄວາມ ຜິດນັ້ນ ຍ້ອນວ່າ ຣັຖທັມນູນລາວ ກໍານົດໃຫ້ພົລເມືອງລາວ ສາມາດເຊື່ອຖື ຫຼື ບໍ່ເຊື່ອຖື ສາສນາໃດ ກໍໄດ້. ແຕ່ໃນພາກປະຕິບັດໂຕຈິງ, ກໍຍັງເຫັນວ່າ ມີການຈັບຊາວຄຣິສຕຽນ ຢູ່ ເລື້ອຍໆ, ດຣ. ບຸນທອນ ກ່າວ.

ນອກຈາກນີ້, ທ່ານ Eric, ໂຕແທນ ຈາກອົງການ vision beyond borders, ເຊິ່ງເປັນອົງການ ທີ່ສົ່ງເສີມການນັບຖືສາສນາ ຄຣິສຕຽນ ທີ່ມີສຳນັກງານ ຢູ່ສະຫະຣັຖ ອາເມຣິກາ ກໍໄດ້ສະແດງ ຄວາມເປັນຫ່ວງ ຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຜ່ານທາງ ອີເມລ ເມື່ອວັນທີ 23 ມີນາ ນີ້ວ່າ:

“ອົງການພວກເຮົາ ຮູ້ສຶກເປັນຫ່ວງຢ່າງສູງ ຕໍ່ຊະຕາກັມ ຂອງອາຈານ ສີທົນ. ພວກເຮົາຮູ້ສຶກຫົດຫູ່ໃຈ ທີ່ໄດ້ຮັບຮູ້ວ່າ ອາຈານ ສີທົນ ຖືກຂັງຄຸກ ໂດຍທາງການລາວ ແລະ ພວກເຮົາ ກໍຍັງເປັນຫ່ວງວ່າ ອາຈານ ສີທົນ ຈະບໍ່ຖືກປະຕິບັດຢ່າງເປັນທັມ ຈາກຜູ້ທີ່ກັກຂັງ ທ່ານ. ພວກເຮົາຂໍອະທິຖານ ໃຫ້ອາຈານ ສີທົນ ພ້ອມທັງຮຽກຮ້ອງ ໃຫ້ທາງການລາວ ປ່ອຍໂຕ ອາຈານ ສີທົນ ແລະ ເຄົາຣົບ ເສຣີພາບ ໃນການເຊື່ອຖືສາສນາ ຂອງພົລເມືອງທຸກຄົນ.”

ແລະ ໝູ່ອາຈານ ສີທົນ ທ່ານນຶ່ງກໍໄດ້ສະແດງຄວາມເປັນຫ່ວງນໍາທ່ານ ສີທົນ ຄືກັນ ແລະຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງທາງການ ລາວ ໃຫ້ຄວາມເປັນທັມແກ່ ອາຈານ ສີທົນ ຜູ້ບໍ່ໄດ້ເຮັດຄວາມຜິດຮ້າຍແຮງ ທີ່ຂັດຕໍ່ກົດໝາຍ ຢາກໃຫ້ມີການແກ້ໄຂຕາມກົດໝາຍ:

“ໂອ໋, ກະເປັນຫ່ວງຫັ້ນແຫຼະ ເປັນໝູ່ດຽວກັນເດ, ເປັນຫ່ວງທາງຄອບຄົວແດ່ ເປັນຫ່ວງລູກເມັຽລາວນ່າ. ລາວກະເປັນຄົນດີກະຢາກ ໃຫ້ເພິ່ນແກ້ໄຂຫັ້ນແຫຼະ ແກ້ໄຂຕາມທາງທີ່ຄວນ ຫັ້ນແຫຼະ ຕາມຄວາມຍຸຕິທັມ ກໍຢາກໃຫ້ເພິ່ນແກ້ໄຂຕາມກົດໝາຍເນາະ.”

ຊາວຄຣິສຕຽນລາວ ທ່ານນຶ່ງ ທີ່ຢູ່ແຂວງພາກເໜືອ ຂອງລາວ ກໍເວົ້າຕໍ່ RFA ວ່າ ອາຈານ ສີທົນ ຖືກຈັບຂັງຄຸກ ມາໄດ້ 1 ປີປາຍແລ້ວ, ແຕ່ຍັງບໍ່ມີແຈ້ງການ ຫຼື ການຕັດສິນຄະດີ ວ່າມີ ຄວາມຜິດຫຍັງນັ້ນ, ຕົນກໍຮູ້ສຶກເປັນຫ່ວງ ນໍາເຣື່ອງທີ່ເກີດຂຶ້ນກັບ ອາຈານ ສີທົນ ນີ້.

“ໄດ້ຍິນປະທານສູນເພິ່ນເວົ້າ ໂອ໋. ເພິ່ນກະວ່າອາຈານ ສີທົນ ຖືກເຂົາກັກຂັງ ຄຣູສອນສາສນາ. ໄດ້ຍິນຂ່າວນີ້ ກະເປັນຫ່ວງເປັນໃຍ ເພິ່ນໂອ໋ ເພາະວ່າທັງລູກທັງເມັຽ ຄອບຄົວເພິ່ນ ແລ້ວເພິ່ນກໍໄປກັກຂັງ. ແບບວ່າບໍ່ມີເຫດມີຜົລ ໃຫ້ພໍ່ແມ່ພີ່ນ້ອງ ໃຫ້ພວກຄຣິສຕຽນ ຫຼືໃຫ້ຄອບຄົວເຂົາ, ຫັ້ນນະເນາະ. ອັນນີ້ກະເປັນຫ່ວງເປັນໃຍ ນໍາເພິ່ນຫຼາຍ.”

ໃນມື້ວັນທີ 25 ມີນາ ນີ້, RFA ໄດ້ຕິດຕໍ່ໄປຫາ ອົງການອັຍການປະຊາຊົນ ແຂວງສວັນນະເຂດ ເພື່ອຂໍຮູ້ກ່ຽວກັບຄວາມຄືບໜ້າ ຂອງ ກໍຣະນີ ອາຈານ ສີທົນ ຖືກຈັບຂັງຄຸກ ແລະ ໄດ້ຮັບຄໍາຕອບ ຈາກ ເຈົ້າໜ້າທີ່ ທ່ານນຶ່ງວ່າ ປັດຈຸບັນ ທາງອົງການອັຍການ ປະຊາຊົນ ໄດ້ຮັບສໍານວນຄະດີ ອາຈານ ສີທົນ ແລ້ວ, ອາຈານຖືກຕັ້ງຂໍ້ຫາ ຂົນຂວາຍ ເຮັດໃຫ້ບໍ່ມີ ຄວາມສາມັກຄີ, ຂນະນີ້ ກໍາລັງຢູ່ຣະຫວ່າງ ການປະກອບເອກສານ ເພື່ອສົ່ງຟ້ອງຂຶ້ນສານ ປະຊາຊົນ.

“ຊື່ ທ້າວ ສີທົນ ເນາະ ໂຕຂໍ້ຫາຂົນຂວາຍ ກ່ຽວກັບຄວາມບໍ່ສາມັກຄີນີ້ນ່າ. ເອີ່, ກະເຫັນຢູ່ໄດ໋ ຊິຖາມວິຊາການຄືນເນາະ ວ່າຈັ່ງໃດ ຫັ້ນນ່າ ຄະດີນີ້ ມັນເດີນຮອດໃສແລ້ວ.”

ຫຼ້າສຸດນີ້, ສະມາຊິກໂບດ ບ້ານກະລຶມວັງແຂ້ ຜູ້ບໍ່ປະສົງອອກຊື່ ແລະ ສຽງ ກ່າວຕໍ່ RFA ວ່າ ໃນວັນທີ 25 ມີນາ ນີ້ວ່າ:

“ພາກສ່ວນທີ່ກ່ຽວຂ້ອງ ຈະຕັດ ສິນຄະດີ ອາຈານ ສີທົນ ໃນສັບປະດາໜ້ານີ້ ວ່າ ອາຈານ ມີຄວາມຜິດແນວໃດ, ເຊິ່ງທຸກຄົນກໍລໍຖ້າ ຟັງຢູ່.”

ໃນມື້ດຽວກັນນັ້ນ, RFA ໄດ້ຕິດຕໍ່ໄປຫາສູນກາງ ຄຣິສຕະຈັກຂ່າວປະເສີດ, ກໍໄດ້ຮັບຄໍາຕອບວ່າ:

“ກ່ຽວກັບເຫດການທີ່ເກີດຂຶ້ນ ຕໍ່ອາຈານ ສີທົນ ນັ້ນ, ທາງສູນກາງຄຣິສຕະຈັກ ຂ່າວປະເສີດ ກໍມີຄວາມເປັນຫ່ວງເປັນໃຍສູງ ແລະ ໄດ້ປະສານຫາ ຄຣິສຕະຈັກຂ່າວປະເສີດ ປະຈຳ ແຂວງສວັນນະເຂດ ເພື່ອຕິດຕາມບັນຫາ ດັ່ງກ່າວ ຕາມຂະບວນການ ຂອງ ພາກສ່ວນ ທີ່ກ່ຽວຂ້ອງ ເປັນແຕ່ລະໄລຍະສເມີມາ.”

ກ່ຽວກັບເຫດການ ການຈັບ ອາຈານ ສີທົນ ທິບພະວົງ ນັ້ນ, ໃນຕອນເຊົ້າ ເວລາ 7 ໂມງ 30 ຂອງມື້ວັນທີ 15 ມີນາ 2020 ຫຼື ເມື່ອ ປີກາຍ, ເຈົ້າໜ້າທີ່ຕຳຣວດ ໄດ້ເຂົ້າສະແດງໂຕ ເພື່ອຈັບອາຈານ ຂນະທີ່ພວມກະຕຣຽມ ພິທີນະມັສການພຣະເຈົ້າ ປະຈຳສັປດາ ທີ່ເຂດບ້ານຂອງທ່ານ. ອາຈານ ສີທົນ ທິບພະວົງ ໄດ້ຖືກເຈົ້າໜ້າທີ່ຕຳຣວດ ກຸ່ມກະລຶມວັງແຂ້ ເມືອງຊົນນະບູຣີ ແຂວງສວັນນະເຂດ ຈຳນວນ 7 ຄົນ ທີ່ລົງມາຕິດຕາມ ແລະ ບັງຄັບໃຫ້ ອາຈານ ສີທົນ ເຊັນຮັບຮູ້ ເພື່ອໃຫ້ປະລະການເຊື່ອຖື ແລະຍຸຕິພິທີນະມັສການ ພຣະເຈົ້າ ປະຈຳສັປດາ ໂດຍປາສຈາກ ການແຈ້ງເຕືອນໃດໆ, ແຕ່ ອາຈານ ສີທົນ ບໍ່ຍອມເຊັນ ຈຶ່ງຖືກເຈົ້າໜ້າທີ່ ຈັບໄປຂັງຄຸກ ໃນເວລາ 12 ໂມງ ຂອງມື້ດັ່ງກ່າວ ແລະ ຍັງຖືກຂັງຄຸກ ຈົນມາເຖິງສູ່ມື້ນີ້, ໂດຍທີ່ບໍ່ເຄີຍແຈ້ງໃຫ້ ທາງຄອບຄົວ, ຍາດຕິພີ່ນ້ອງ ແລະ ສະມາຊິກໂບດ ຂອງ ອາຈານ ສີທົນ ໃຫ້ຮັບຮູ້ ຢ່າງເປັນລາຍລັກອັກສອນວ່າ ອາຈານ ສີທົນ ຖືກຈັບໄປຂັງຄຸກ ໃນຂໍ້ຫາ ກະທຳຜິດຫຍັງ.

ອາຈານ ສີທົນ ທິບພະວົງ, ເປັນຊາວລາວ ສັນຊາຕລາວ ຊົນເຜົ່າບຣູ່ ຫຼືຊົນເຜົ່າກະຕ່າງ ອາຍຸ 34 ປີ, ເກີດ ແລະ ເຕີບໃຫຍ່ ທີ່ບ້ານ ກະລຶມວັງແຂ້, ເມືອງຊົນນະບູຣີ ແຂວງສວັນນະເຂດ ແລະ ໄດ້ເຣີ່ມເປັນຄຣູສອນສາສນາ ຄຣິສຕຽນ ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ, ໂດຍໄດ້ຖືບັດອະນຸຍາດ ເລຂທີ 915/ຄຂລ ຈາກ ສູນລວມຄຣິສຕະຈັກ ຂ່າວປະເສີດ ສປປລາວ ເມື່ອປີ 2019.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.