ຊາວບ້ານຍຶບບໍ່ຄວນ ຖືກຂັງ
2017.09.27
ພັນທະມິດເພື່ອປະຊາທິປະຕັຍໃນລາວ ອອກຖແລງການ ໃນວັນທີ 24 ກັນຍາ 2017 ເຖິງອົງການ ນິຣະໂທດກັມສາກົນ ແລະ ອົງການ ຈັດຕັ້ງຕ່າງໆ ຮຽກຮ້ອງ ໃຫ້ປ່ອຍ ປະຊາຊົນ ບ້ານຍຶບ 14 ຄົນ ທີ່ຖືກຈັບຍ້ອນມີ ຂໍ້ຂັດແຍ່ງທີ່ດິນ ກັບ ບໍຣິສັດ ວຽດນາມ ໃນມື້ວັນທີ 25 ກໍຣະກະດາ 2017.
ດຣ.ບຸນທອນ ຈັນທະລາວົງ-ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ກ່າວເຖິງເນື້ອໃນຕົ້ນຕໍ ຂອງຖແລງການ ນັ້ນຕອນ ນຶ່ງວ່າ.
"ອັນສໍາຄັນທີ່ສຸດ ພວກເຮົາເຫັນວ່າ ການຈັບກຸມປະຊາຊົນ 14 ຄົນທີ່ບ້ານຍຶບນັ້ນ ເປັນການຈັບກຸມ ທີ່ບໍ່ມີຄວາມເປັນທັມ ປະຊາຊົນບ້ານຍຶບ ບໍ່ໄດ້ມີ ຄວາມຜິດຫຍັງໝົດ ສະນັ້ນ ພວກເຮົາ ເອົາເຫດການນີ້ ໄປແຈ້ງໃຫ້ສາກົນ ຮັບຮູ້ນໍາ ເພື່ອໃຫ້ພວກເພີ່ນ ເຂົ້ງໃຈສະພາບການ ຢູ່ ສປປລາວ ວ່າ ປະຊາຊົນລາວ ຖືກກົດຂີ່ຂົ່ມເຫັງ ຈາກພວກກໍາອໍານາດ ຢ່າງຮ້າຍແຮງ ທີ່ສຸດໃນ ປັດຈຸບັນ".
ຖແລງການນັ້ນ ທວງໃຫ້ທາງການສປປລາວ ປະຕິບັດ 5 ຂໍ້ຄື:
1.ໃຫ້ປ່ອຍຕົວຊາວບ້ານຍຶບ 14 ຄົນຮວມທັງ ຜູ້ຖືກຈັບໃນຂໍ້ຫາເຣຶ່ອງທີ່ດິນ ແລະທາງການເມືອງ ໃຫ້ມີອິສຣະພາບ ຢ່າງຮີບດ່ວນ ແລະ ບໍ່ມີເງື່ອນໄຂ;
2.ໃຫ້ມີທະນາຍຄວາມ ປົກປ້ອງສິດທິ ເຂົາເຈົ້າຢ່າງເປັນທັມ ໃຫ້ຍຸຕິ ການທໍຣະມານ ຜູ້ຖືກຈັບກຸມຢ່າງຮີບດ່ວນ;
3.ໃຫ້ຍາດພີ່ນ້ອງ ຂອງຜູ້ຖືກຈັບ ໄປຢ້ຽມໂດຍບໍ່ໃຫ້ມີ ຂໍ້ຜູກມັດ ແລະ ບໍ່ໄດ້ຈ່າຍຄ່າຈ້າງ ໃຫ້ເຈົ້າໜ້າທີ່;
4.ອະນຸຍາດໃຫ້ແພດໝໍ ເຂົ້າໄປປິ່ນປົວ ສຸຂພາບ ຂອງນັກໂທດ ເວລາເຈັບປ່ວຍ ແລະປິ່ນປົວ ຜູ້ທີ່ຖືກທຸບຕີ ທໍຣະມານ ແລະ
5.ມອບທີ່ດິນຄືນໃຫ້ ປະຊາຊົນ ຢ່າງຄົບຖ້ວນ ແລະຮີບດ່ວນ ພ້ອມທັງໃຫ້ຊົດຊີຍ ຄວາມເສັຍຫາຍ ຂອງປະຊາຊົນ ຢ່າງເໝາະສົມ.
ເວົ້າເຖິງເປົ້າໝາຍຂອງ ພັນທະມິດ ທີ່ສົ່ງຖແລງການ ເຖິງອົງການຈັດຕັ້ງສາກົນ ຕ່າງໆນັ້ນ ດຣ.ບຸນທອນ ຈັນທະວົງ-ວີເຊີ ກ່າວວ່າ:
"ຖແລງການພວກເຮົາຄັ້ງນີ້ ແມ່ນມີຈຸດປະສົງຢາກໃຫ້ ບັນດາອົງການ ນີຣະໂທດກັມສາກົນ ແລະອົງການຈັດຕັ້ງ ຕ່າງໆຂອງສາກົນນັ້ນ ຜັກດັນໃຫ້ ທາງການລາວ ໃຫ້ມີການ ນັບຖື ສິດທິມະນຸດ ໃຫ້ປ່ອຍ ປະຊາຊົນລາວ ຜູ້ທີ່ບໍ່ມີ ຄວາມຜິດຫຍັງ ທີ່ຖືກຂໍ້ກ່າວຫາ ທາງການ ເມືອງ ແລະການ ຍຶດທີ່ດິນນັ້ນ ໃຫ້ເຂົາເຈົ້າມີ ອິສຣະພາບ ແລະບໍ່ມີ ເງື່ອນໄຂຢ່າງ ຮີບດ່ວນແລະເພື່ອໃຫ້ ທາງການລາວ ຍອມແກ້ໄຂ ບັນຫາ ການປົກຄອງ ຢູ່ໃນລາວ ທີ່ກົດຂີ່ ປະຊາຊົນນັ້ນ ໃຫ້ມີ ປະຊາທິປະຕັຍ ແລະນັບຖື ສິດທິມະນຸດ".
ຖແລງການຂອງອົງການພັນທະມິດ ເພື່ອປະຊາທິປະຕັຍໃນລາວ ທີ່ມີສູນກາງຢູ່ ປະເທສເຢັຽຣະມັນ ໃນມື້ວັນທີ 24 ກັນຍາ 2017 ນີ້ມີຂຶ້ນ ພາຍຫລັງທີ່ ວິທຍຸ ເອເຊັຍເສຣີ ອອກຂ່າວ ໃນມື້ວັນທີ 20 ກັນຍາ ກ່ຽວກັບ ການຈັບກຸມ ແລະທໍຣະມານ ຊາວບ້ານຢືບ ເມືອງທ່າແຕງ ແຂວງເຊກອງ ຍ້ອນບັນຫາ ທີ່ດິນ ຊຶ່ງບໍຣິສັດ ຢາງພາຣາ ວຽດນາມ.
ໃນຈໍານວນຊາວບ້ານ 14 ຄົນທີ່ຖືກທາງການລາວ ຈັບໄປໃສ່ຄຸກຫຼັກ 3 ແຂວງເຊກອງ 5 ຄົນ ແລະຄຸກເມືອງລະມາມ 9 ຄົນນັ້ນມີທ້າວ ສຸວັນ ຖືກເຈົ້າໜ້າທີ່ ຕໍາຣວດ ຕີຈົນ ເລືອດອາບໜ້າ; ທ້າວ ບຸນແລງ ຖືກທ້າຍປືນຖັ່ງໃສ່ໜ້າ ຈົນສະຫລົບ ແລະ ທ້າວ ນາກ ຖືກເອົາ ໄຟຟ້າຊັອດ ກ່ອນນໍາຕົວໄປ ຂັງຄຸກ ແລະ ຢູ່ໃນຄຸກ ທ້າວ ວິຄໍາ ກໍຖືກກົດດັນ ຈົນຈະຜູກ ຄໍຕາຍ ແຕ່ນັກໂທດຢູ່ ໃນຄຸກ ຊ່ວຍເອົາໄວ້ທັນ.