ຢາກເຂົ້າຣັຖ ຕ້ອງມີເສັ້ນສາຍ: ມາຟັງນຳກັນ

ຖ້າໃຜມີ ເສັ້ນສາຍ ພຽງແຕ່ ໄປສອບເສັງ ຕາມລະບຽບ ກໍໄດ້ເຂົ້າເປັນ ພະນັກງານຣັຖແລ້ວ ເຖິງແມ່ນວ່າ ຫລາຍຄົນ ຈະທຸ້ມເທ ໂດຍເຣີ່ມຈາກ ອາສາສມັກ ແຕ່ສຸດທ້າຍ ກໍບໍ່ໄດ້ຖືກບັນຈຸ.

ການສອບເສັງ ເຂົ້າ​ເປັນ ຣັຖກອນຄຣູ ເມື່ອປີ 2020 ນັກຂ່າວ ພົລເມືອງ

ຄວາມຫວັງ ຂອງນັກສຶກສາລາວ ສ່ວນຫລາຍຮຽນຈົບມາ ຕ້ອງການເຂົ້າເປັນ ພະນັກງານຣັຖ. ແຕ່ຜ່ານມາ ຫລາຍຄົນ ທຸ້ມເທ ເຣີ່ມຈາກ ອາສາສມັກ ແຕ່ສຸດທ້າຍ ກໍບໍ່ໄດ້ຖືກບັນຈຸ. ກົງກັນຂ້າມ ຖ້າໃຜມີເສັ້ນສາຍ ພຽງແຕ່ ໄປສອບເສັງ ຕາມລະບຽບ ກໍໄດ້ເຂົ້າເປັນ ພະນັກງານຣັຖ ແລ້ວ.

ໄມຊູລີ: ສະບາດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບທ່ານ ເຂົ້າສູ່ຣາຍການ ມາຟັງນຳກັນ ສັປດານີ້ ຫົວຂໍ້ ໃນຣາຍການ ຂອງພວກເຮົາ ແມ່ນ ຢາກເຂົ້າຣັຖ ຕ້ອງມີ ເສັ້ນສາຍ. ສຳລັບ ຫົວຂໍ້ນີ້ ທ່ານຜູ້ຟັງທ່ານນຶ່ງ ທີ່ຕົກຢູ່ໃນ ຊະຕາກັມ ຄືກັບ ວັຍໜຸ່ມ ຈຳນວນຫລາຍ ທີ່ມີຄວາມຫວັງ ຕ້ອງການເຂົ້າເປັນພະນັກງານຣັຖ ພາຍຫລັງ ທີ່ຮຽນຈົບມາ. ແຕ່ສຸດທ້າຍ ກໍຕ້ອງຂໍຍອມ ອອກໄປຫາກີນ ຕາມສະພາບ ທີ່ພໍເປັນໄປໄດ້ ເພື່ອຊ່ອຍຫລຸດພາະ ຄອບຄົວ. ສ່ວນວັຍ​ໜຸ່​ມ ທີ່ສມັກເຂົ້າເປັນ ພະນັກງານອາສາກ່ອນ ເພື່ອຫວັງ ໄດ້ໂຄຕ້າຊັບຊ້ອນ ແຕ່ຫລາຍຄົນ ກໍຍອມໄປເອງ. ຊຶ່ງບັນຫາດັ່ງກ່າວນີ້ ຣັຖບານລາວ ໂດຍສະເພາະ ຂແນງການທີ່ກ່ຽວຂ້ອງ ກໍອອກມາຍອມຮັບວ່າ ຍັງມີການໃຊ້ ເສັ້ນສາຍ ໃນການບັນຈຸ ເຂົ້າເປັນພະນັກງານຣັຖ.

ທ່ານຜູ້ຟັງ ທ່ານໃດ ມີຄວາມຄິດເຫັນແນວໃດ ຕໍ່ກັບຫົວຂໍ້ນີ້ ຊ່ອຍອອກຄວາມເຫັນກັບ ພວກເຮົາ ດ້ວຍ ຫລື ທ່ານຕ້ອງການ ໃຫ້ພວກເຮົາ ສັມພາດທ່ານ ເພື່ອມາອອກຣາຍການ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານລົງ ໃນຊ່ອງຄອມເມັ້ນ ແລ້ວພວກເຮົາ ຈະໂທສັມພາດທ່ານ ມາອອກຣາຍການ. ສຳລັບມື້ນີ້ດຳເນີນ ຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງ… ບໍ່ມີເສັ້ນສາຍ ບໍ່ໄດ້ເຂົ້າຣັຖ ມັນກໍເປັນຄໍາເວົ້າ ທີ່ຄົນລາວ ຄຸ້ນເຄີຍກັນແລ້ວ. ບໍ່ວ່າ ຈະເປັນຂແນງການ ທີ່ກ່ຽວຂ້ອງ ກໍອອກມາ ຍອມຮັບເອງ ລວມທັງ ປະຊາຊົນທົ່ວໄປ ກໍຮັບຮູ້ກັນດີວ່າ ການເຂົ້າເປັນ ພະນັກງານຣັຖ ຖ້າແມ່ນກະຊວງ ຫລື ວ່າ ສຳນັກງານ ທີ່ອ່າວດີແດ່ ກໍຕ້ອງໄດ້ຈ້າງແພງ ແຕ່ໃນນັ້ນ ຫລາຍຄົນ ກໍຕ້ອງຍອມ ເພື່ອຫວັງຜົນ ໃນຕໍ່ຫນ້າ. ເຣື່ອງນີ້ ບໍ່ແມ່ນ ເຣື່ອງໃໝ່ ແຕ່ເປັນເຣື່ອງ ທີ່ທາງການ ຍັງຫາທາງແກ້ໄຂ ບໍ່ທັນໄດ້. ເຖິແມ່ນວ່າ ຈະມີມາຕການ ໃນການຮັບເອົາພະນັກງານຣັຖ ຫລາຍມາຕການ ແຕ່ສຸດທ້າຍແລ້ວ ຄົນທີ່ມີ ເສັ້ນສາຍ ກໍໄດ້ເຂົ້າເປັນ ພະນັກງານ ຣັຖຢູ່ດີ. ແຕ່ຖ້າເຮັດວຽກ ພາກເອກຊົນ ລາຍໄດ້ ຊໍ້າພັດຕໍ່າ ບໍ່ພໍລາຍຈ່າຍ, ຫລາຍຄົນກໍດີ້ນຮົນ ໄປເຮັດວຽກຢູ່ໄທຍ ຢູ່ເກົາຫລີໃຕ້ ເປັນຕົ້ນ ເພາະລາຍໄດ້ສູງຫລາຍ ແຕ່ກໍຕ້ອງ ໄດ້ລົງທຶນສູງ ເຊັ່ນກັນ ແຕ່ນັ້ນ ບໍ່ໄດ້າຽຄວາມວ່າ ຈະໄດ້ໄປ ທັງໝົດ ຖ້າໄປແບບຖືກຕ້ອງ ຕາມກົດໝາຽ ກໍລົງທຶນສູງ ແຕ່ຄ່າແຮງງານ ກໍຄຸ້ມຄ່າ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org