ບັນຫາຄົນງານ ຈີນ-ວຽດນາມ ລົດລົງ
ຄົນງານ ຈີນ ແລະ ວຽດນາມ ໃນ ນະຄອນ ຫລວງ ວຽງຈັນ ບໍ່ສ້າງ ບັນຫາ ຄື ແຕ່ກອ່ນ.
-
ສິດນີ
2014-11-03 -
-
-
Your browser doesn’t support HTML5 audio
ເຈົ້າຫນ້າທີ່ ປ້ອງກັນ ຄວາມສງົບ ນະຄອນ ຫລວງ ວຽງຈັນ ເວົ້າວ່າ ປັດຈຸບັນ ແຮງງານ ຈີນ ແລະ ວຽດນາມ ທີ່ ເຂົ້າມາ ເຮັດວຽກ ແລະ ອາສັຍ ຢູ່ ນະຄອນ ຫລວງ ວຽງຈັນ ບໍ່ຄ່ອຍ ສ້າງ ບັນຫາ ຫລາຍ ຄື ແຕ່ກ່ອນ ດັ່ງການ ຜິດຖຽງ ອາຣະວາດ ກັນ ເນື່ອງຈາກ ວ່າ ເຈົ້າ ຫນ້າທີ່ ລາວ ສາມາດ ຄວບຄຸມ ແລະ ຄຸ້ມຄອງ ພວກ ຂະເຈົ້າ ໄດ້. ດັ່ງ ທ່ານກ່າວ ວ່າ:
"ພວກຈີນ ຈີນ ຕີກັນ ກະມີ ຈັງຊີນະ ວຽດຕີກັນ ກະມີ ຈັງຊີນະ ພວກ ກຳມະກອນ ມັກເກິີດ ຫັ້ນນະ ດຽວນີ້ ກະງຽບ ຫລາຍແລ້ວ ພວກ ເຂົາ ກະມີ ຣະບຽບ ມີການ ສຶກສາ ອົບຣົມ ມີການ ຄຸ້ມຄອງ".
ທ່ານກ່າວ ຕື່ມວ່າ ເຖິງ ແມ່ນວ່າ ທຸກມື້ນີ້ ແຮງງານ ຈີນ ແລະ ວຽດນາມ ຈະພາກັນ ລັ່ງໄຫລ ເຂົ້າມາ ເຮັດວຽກ ໃນ ນະຄອນ ຫລວງ ວຽງຈັນ ຢ່າງ ຕໍ່ເນື່ອງ ແລະ ກໍມີ ແນວໂນ້ມ ທີ່ ຈະເພີ້ມຂື້ນ ເລື້ອຍໆ ກໍຕາມ ແຕ່ ເຈົ້າຫນ້າທີ່ ໃຫ້ການ ຢືນຢັນ ວ່າ ຈະສາມາດ ຄວບຄຸມ ພວກຂະເຈົ້າ ໄດ້ ບໍ່ໃຫ້ມີ ບັນຫາ ຄວາມ ວຸ້ນວາຍ ແລະ ສ້າງຄວາມ ເດືອດຮ້ອນ ຕໍ່ ສັງຄົມ ອີກ ຍ້ອນວ່າ ໃນ ປັດຈຸບັນ ທາງ ເຈົ້າຫນ້າ ທີ່ ໄດ້ມີການ ກວດກາ ຄວາມ ເຄື່ອນໄຫວ ຢ່າງ ໃກ້ຊິດ. ຄົນງານ ຈີນ ແລະ ວຽດນາມ ກໍປາກົດ ວ່າ ໃຫ້ ຄວາມເຄົາຣົບ ກົດຣະບຽບ ຂອງລາວ ຫລາຍຂື້ນ.
ແຕ່ກ່ອນ ເຄີຍ ມີຂ່າວ ຈາກ ປະຊາຊົນ ວ່າ ຄົນງານ ຈີນ ແລະ ວຽດນາມ ທີ່ ນະຄອນ ຫລວງ ວຽງຈັນ ມັກມີ ການ ຊຸມແຊວ ກີນເຫລົ້າ ຫລັງຈາກ ເລີກງານ ເຮັດໃຫ້ ເກີດ ບັນຫາ ການ ຜິດຖຽງ ວິວາດ ກັນຂື້ນ ແລະ ຄົນງານ ບາງຄົນ ກໍເຄີຍ ກໍ່ເຫດ ລັກຊັບ ມາກ່ອນ ແຕ່ ໃນ ປັດຈຸບັນ ປາກົດວ່າ ບໍ່ມີ ເຫດການ ດັ່ງກ່າວ ເກີດຂື້ນ.
ອິງຕາມ ຂໍ້ມູນ ຈາກ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ເມື່ອປີ 2013 ພົບວ່າ ປັດຈຸບັນ ນະຄອນ ຫລວງ ວຽງຈັນ ມີ ຄົນ ງານ ຈີນ ແລະ ວຽດນາມ ປະມານ 64 ພັນ ກວ່າ ຄົນ ສ່ວນໃຫຍ່ ເຮັດວຽກ ຢູ່ຕາມ ໂຄງການ ກໍ່ສ້າງ ດັ່ງເຂດ ໜອງທາ ແລະ ຕາມ ເຂດ ເສຖກິດ ພິເສດ ອື່ນໆ ໃນ ນະຄອນ ຫລວງ ວຽງຈັນ ເປັນຕົ້ນ ວຽງຈັນ ນິຣະມິດ.