ເຣື້ອງນາງພອນສວັນຂາຫັກ ມິດງຽບ

ມະນີຈັນ
2015.09.10
F-student ສະພາບ ຂາ ຂອງນາງ ພອນສະຫວັນ ຜູ້ເຄາະຮ້າຍ
Citizen Journalist

ເວລາ ຜ່ານໄປ 5 ເດືອນ ກໍຣະນີ ນາງ ພອນສະຫວັນ ທີ່ ຖືກ ນາຍຕຳຣວດ ລາວ ສີດ ນ້ຳ ໃສ່ ຈົນ ເຮັດໃຫ້ ຣົດ ລົ້ມ ແລະ ບາດເຈັບ ໜັກ ນັ້ນ ຍັງ ບໍ່ຄືບໜ້າ, ເຣື່ອງ ຍັງຄ້າງຢູ່ ນຳ ຕຳຣວດ ແຂວງ ຄຳມ່ວນ.

ພັນໂທ ບຸນໄມ ຈັນທະວົງໄຊ ຮອງ ຫົວໜ້າ ກອງ ບັນຊາການ ປກສ ແຂວງ ຄຳມ່ວນ, ເປິດເຜີຍ ກັບ ເອເຊັຽ ເສຣີ ເຖິງ ກໍຣະນີ ຂອງ ນາງ ພອນສະຫວັນ ທີ່ ຖືກ ຮ້ອຍເອກ ນິກສັນ ຕຳຣວດ ຈະຣາຈອນ ເມືອງ ເຊບັ້ງໄຟ ສີດ ນ້ຳ ໃສ່ ແຮງ ຈົນ ຣົດ ຂອງນາງ ລົ້ມ ແລະ ບາດເຈັບ ໜັກ ເມື່ອ ວັນທີ່ 9 ເມສາ ຜ່ານມາ ວ່າ, ຈົນເຖິງ ດຽວນີ້ ຄະດີ ຍັງບໍ່ ຄືບໜ້າ ແລະ ຮ້ອຍເອກ ນິກສັນ ກໍຍັງ ປະຕິບັດ ງານ ຕາມ ປົກກະຕິ ຢູ່:

"ກະມອບ ຄືນໃຫ້ ຂະເຈົ້າ ແລ້ວ ກະຕາມ ຄືນທາງເມືອງ ເພິ່ນເຮັດ ຈັງໃດລະ ກະຍັງຢູ່ ເມືອງ ເຊບັ້ງໄຟ ພຸ້ນລະ, ເຮັດວຽກ ຢູ່ຕາມ ປົກກະຕິ ຫັ້ນລະ".

ທ່ານ ເວົ້າວ່າ ທ່ານ ໄດ້ ສອບຖາມ ໄປຍັງ ຫ້ອງການ ອັຍການ ແຂວງ ຄຳມ່ວນ ແຕ່ ທາງ ຫ້ອງການ ເວົ້າວ່າ ຍັງບໍ່ເຫັນ ຄະດີ ນີ້ເທື່ອ. ສະແດງວ່າ ຍັງຢູ່ໃນ ຂັ້ນ ຕຳຣວດ, ຊຶ່ງຖ້າຄູ່ ກໍຣະນີ ບໍ່ ສາມາດ ໄກ່ເກັ່ຽ ກັນໄດ້ ເຣື່ອງນີ້ ກໍ ອາດຖືກສົ່ງ ໃຫ້ ອັຍການ ເມືອງ ເຊບັ້ງໄຟ, ແຕ່ບໍ່ເຖິງ ຂັ້ນ ແຂວງ ເພາະເປັນພຽງ ຄະດີ ອຸບັດຕິເຫດ.

ເພື່ອຄວາມ ກະຈ່າງແຈ້ງ ເອເຊັຽ ເສຣີ ໄດ້ຖາມ ໄປຍັງ ອັຍການ ປະຈຳ ເມືອງ ເຊບັ້ງໄຟ ແລະ ໄດ້ຮັບ ຄຳຕອບ ວ່າ, ເຣື່ອງນີ້ ຍັງບໍ່ມີ ການຟ້ອງ ເປັນ ຄະດີ ຄວາມເທື່ອ, ເຣື່ອງຍັງ ຢູ່ຂັ້ນ ສອບສວນ ຂອງ ຕຳຣວດ ແຂວງ ຄຳມ່ວນ ຊຶ່ງ ກໍຣະນີ ນີ້ ຕຳຣວດ ເມືອງ ເຊບັ້ງໄຟ ບໍ່ສາມາດ ເຮັດ ຄະດີ ນີ້ ໄດ້ເອງ ເພາະ ຕຳຣວດ ເປັນ ຄູ່ ກໍຣະນີ:

"ໂຕນີ້ ເຈົ້າໜ້າທີ່ ເພິ່ນກຳລັງ ດຳເນີນ ຢູ່, ໃນ ເບື້ອງຕົ້ນ ເຈົ້າໜ້າທີ່ ເມືອງ ເຊບັ້ງໄຟ ເຮົາ ເປັນຄົນ ເຮັດເນາະ ນັ່ນແມ່ນ ບໍ່ສາມາດ ເຮັດໄດ້ ວ່າສັ້ນຊະ, ເຂົາເລີຍ ສ່ົ່ງໃຫ້ ແຂວງ ເຈົ້າໜ້າທີ່ ຕຳຣວດ ແຂວງ ເຂົາ ດຳເນິນ ຢູ່ເນາະ".

ພາຍຫລັງ ທີ່ ທາງ ເອເຊັຽ ເສຣີ ໄດ້ຖາມ ອັຍການ ເມືອງ ເຊບັ້ງໄຟ ກ່ຽວກັບ ກໍຣະນີ ນີ້ ແລ້ວ, ທ່ານ ກໍໄດ້ ປະສານ ກັບ ເຈົ້າໜ້າທີ່ ໃຫ້ ເຮັດ ບົດຣາຍງານ ມາໃຫ້ ແລ້ວ, ຄາດວ່າ ຈະຮູ້ ຣາຍລະອຽດ ໃນອີກ 1 ຫາ 2 ມື້ນີ້.

ນາງ ພອນສະຫວັນ ອາຍຸ 18 ປີ, ຄົນ ເມືອງ ເຊບັ້ງໄຟ, ເປັນນັກຮຽນ ຊັ້ນ ມັທຍົມ ທີ່ ຖືກ ຮ້ອຍເອກ ນິກສັນ ຕຳຣວດ ຈະຣາຈອນ ສີດ ນ້ຳໃສ່ ຈົນ ຣົດຈັກ ຂອງນາງ ເສັຽຫຼັກ ລົ້ມ ແລ້ວ ຖືກຣົດ ທີ່ແລ່ນ ມານຳຫຼັງ  ຢຽບ ຈົນຂາຫັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.