ສປປລາວເສັຽຫາຍ 1 ພັນ ຕື້ກີບ: 2018

ຈໍາປາທອງ
2019.02.13
ພາຍໃນກອງປະຊຸມ ວຽກງານກວດກາ ທົ່ວປະເທດ ປະຈໍາປີ 2018 ທີ່ ນະຄອນຫຼວງວຽງຈັນ
ຮູບພາບຈາກ: ນັກຂ່າວພົລເມືອງ

ການສໍ້ຣາສບັງຫຼວງ ໃນກົງຈັກການຈັດຕັ້ງຂອງຣັຖ ຢູ່ ສປປລາວ, ໃນຣະຍະ 1 ປີຜ່ານມາ, ນັບແຕ່ຂັ້ນສູນກາງ ຈົນຮອດທ້ອງຖິ່ນມີເຖິງ 1 ພັນຕື້ກີບ, ຍ້ອນເຈົ້າໜ້າທີ່ຣະເມີດກົດໝາຍ ເປັນຕົ້ນຣະບຽບການເງິນ, ພ້ອມທັງການປະຕິບັດວິນັຍການເງິນບໍ່ເຂັ້ມງວດ ແລະ ມີຢ່າງແພ່ ລາມຫຼາຍ. ດັ່ງທ່ານ ສີໄນ ມຽງລາວັນ, ຮອງປະທານ ຄນະກວດກາສູນກາງພັກ ປະຊາຊົນປະຕິວັດລາວ, ໄດ້ຣາຍງານ ຕໍ່ກອງປະຊຸມ ວຽກງານ ກວດກາທົ່ວປະເທດ ປະຈຳປີ 2018 ເມື່ອທ້າຍເດືອນ ມົກຣາ ທີ່ຜ່ານມາວ່າ:

"ການປະຕິບັດວີນັຍແຜນການການເງິນບໍ່ເຂັ້ມງວດ, ການປັບປຸງການຈັດຕັ້ງຂອງຣັຖ, ບໍ່ໄປຕາມທິດສົມເຫດສົມຜົລ ແລະການເຄື່ອນໄຫວ ບໍ່ມີປະສິດຕິຜົລ."

ທ່ານ ສີໄນ ກ່າວຕື່ມວ່າ ຕະຫຼອດຣະຍະນຶ່ງປີຜ່ານມາ ຄນະກວດກາສູນກາງພັກ ໄດ້ຕິດຕາມກວດກາ ອົງການຣັຖແຕ່ລະຂັ້ນ ທັງອົງການ ບໍຣິຫານຣັຖ ຢູ່ບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງ ແລະເມືອງ ຮວມທັງໝົດ 1,200 ປາຍເປົ້າໝາຍນັ້ນ, ໄດ້ພົບເຫັນຄວາມ ເສັຍຫາຍທັງໝົດ 1 ພັນຕື້ກີບ ຫລືປະມານ 120 ລ້ານໂດລາ ສະຫະຣັຖ ແລະສາມາດເກັບຄືນມາໄດ້ພຽງແຕ່ 26 ຕື້ປາຍກີບ.

ພ້ອມກັນນັ້ນ ທ່ານຍັງຢືນຢັນຕື່ມວ່າຜ່ານມາ 1 ປີ, ການປະຕິບັດວຽກງານສະກັດກັ້ນ ແລະການຕ້ານການສໍ້ຣາສບັງຫຼວງ ຍັງພົບຄວາມຫຍຸ້ງ ຍາກ, ຍ້ອນມີ ການສວຍໂອກາດ ໃຊ້ໜ້າທີ່ຕຳແໜ່ງ ເພື່ອຊອກຫາຜົລປໂຍດ ສ່ວນໂຕ ເກີດຂຶ້ນຫຼາຍ, ການສືບສວນ-ສອບສວນຄະດີ ສໍ້ຣາສບັງຫຼວງ, ຍັງຊັກຊ້າແກ່ຍາວ, ການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຍັງບໍ່ຄົບຖ້ວນ, ພະນັກງານຈຳນວນນຶ່ງ ຍັງບໍ່ທັນໄດ້ແຈ້ງ ຊັບສິນ ຕາມຣະບຽບການ ທີ່ໄດ້ກຳນົດໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.