ການຮັບສມັກນັກຮຽນຕໍາຣວດ

ໄມຊູລີ
2015.09.01
F-Police ບັນດາ ຊາວໜຸ່ມຍິງສາວລາວ ທີ່ສົນໃຈໄປສມັກ ເຂົ້າຝຶກອົບຮົມ ວິຊາຕໍາຣວດ
RFA/NY

ການເປີດຮັບ ເອົາ ຜູ້ທີ່ ຈະເຂົ້າຮຽນ ວິຊາ ຕໍາຣວດ ຢູ່ ແຂວງ ອຸດົມໄຊ, ໃນ ວັນທີ 28 ສິງຫາ ບໍ່ໄດ້ ມີການ ອອກ ປະກາດ ແຈ້ງການ, ໃຫ້ ຄົນ ທົ່ວໄປ ໄດ້ຮັບຮູ້ ຢ່າງເປັນ ທາງການ, ແຕ່ ກັບມີ ຣາຍຊື່ ຜູ້ ເຂົ້າຮຽນ ຮຽບຮ້ອຍ, ຊຶ່ງເຮັດໃຫ້ ຜູ້ສມັກ ຫຼາຍຮ້ອຍ ຄົນ ເກີດ ບໍ່ ພໍໃຈ. ດັ່ງ ຜູ້ ສະໝັກ ຄົນນຶ່ງ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ບໍ່ມີການ ປະກາດ ທາງໃດໆ ເລີຍ, ແຕ່ໄປແລ້ວ ເພິ່ນ ບອກວ່າ ຂໍ ພິຈາຣະນາ ໃບສະໝັກ ທີ່ ມາຕາມແຜນ ກ່ອນ, ຈຶ່ງເຮັດໃຫ້ ເກີດ ຄວາມ ວຸ້ນວາຍ ແລະ ບໍ່ພໍໃຈ ໃນ ບັນດາ ຜູ້ທີ່ມາ ສະໝັກ ຫຼາຍຮ້ອຍ ຄົນ".

ອີງຕາມ ຂໍ້ມູນ ຈາກ ກອງ ບັນຊາການ ປກສ ແຂວງ ອຸດົມໄຊ, ຈຶ່ງ ໄດ້ຮູ້ວ່າ ໃນ ແຕ່ລະປີ, ທາງແຂວງ ໄດ້ຮັບ ໂຄຕາ ຈໍານວນ ຜູ້ທີ່ຈະ ເຂົ້າຮຽນ ຕໍາຣວດ ຈາກ ກະຊວງ ປ້ອງກັນ ຄວາມສງົບ ແລ້ວ ປກສ ແຂວງ ຈະຈັດສັນ ໃຫ້ ແຕ່ລະເມືອງ ສໍາລັບ ຜູ້ທີ່ເຂົ້າ ຮຽນໃນແຜນ ແລະ ສະເພາະ ປີນີ້ ຢູ່ ແຂວງ ອຸດົມໄຊ ໃນ ແຕ່ລະ ເມືອງ ຈະ ມີໂຄຕາ ເຂົ້າຮຽນ ໃນແຜນ 3 ຄົນ ຍົກເວັ້ນ ເຂດ ເມືອງງາ 5 ຄົນ ແລະ ສ່ວນວ່າ ຜູ້ທີ່ຈະ ຮຽນ ນອກແຜນ ນັ້ນ ຕ້ອງ ມາຍື່ນໃບ ສະໝັກ ສອບເສັງ ເອົາ.

ແຕ່ ໃນຕົວຈິງ ໃນວັນ ທີ 28 ສິງຫາ, ມີຜູ້ທີ່ ໄປຍື່ນ ໃບສມັກ ເຂົ້າຮຽນ ປະມານ 200 ຄົນ, ແຕ່ ເຂົາເຈົ້າ ບໍ່ສາມາດ ຍື່ນ ໃບສະໝັກ ໄດ້, ຍ້ອນວ່າ ກອງ ບັນຫາຊາການ ປກສ ແຂວງ ອຸດົມໄຊ ພັດ ມີຣາຍຊື່ ຜູ້ທີ່ ຈະ ເຂົ້າຮຽນ ແລ້ວ ປະມານ ຮ້ອຍ ປາຍ ຄົນ, ຊຶ່ງ ເຮັດ ໃຫ້ ຫຼາຍຄົນ ເກີດສົງໄສ ວ່າ, ມີການ ຊື້ຈ້າງ ຄນະ ກັມມະການ ໄວ້ກ່ອນ ແລ້ວ. ດັ່ງ ຜູ້ສະໝັກ ຄົນນັ້ນ ກ່າວຕື່ມ ອີກວ່າ:

"ເຫັນວ່າ ເຈົ້າໜ້າທີ່ ເລືອກ ປະຕິບັດ ແມ່ນຜູ້ທີ່ ຊື້ຈ້າງ ຄນະ ກັມມະການ ໄວ້ ກ່ອນແລ້ວ, ຂ້າພະເຈົ້າ ຢາກໃຫ້ ມີການ ກວດສອບ ຄືນ".

ກ່ຽວກັບ ຣາຍລະອຽດ ເພີ້ມເຕີມ ເອເຊັຽ ເສຣີ ໄດ້ຕິດຕໍ່ ສອບຖາມ, ໄປຍັງ ທ່ານ ພັນໂທ ນິລະວົງ ເຈືອງສາວະລາດ ຫົວໜ້າ ກອງ ບັນຊາການ ປກສ ແຂວງ ອຸດົມໄຊ, ແຕ່ ທ່ານ ປະຕິເສດ ທີ່ ຈະຕອບ ຄໍາຖາມ ໃນ ເຣື້ອງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.