ປະຊາຊົນ ເຊື່ອວ່າ ບໍ່ສາມາດແກ້ໄຂ ການສໍ້ຣາດ ບັງຫຼວງ ໄດ້ໝົດ

ນາຍົກຣັຖມົນຕຣີລາວ ກ່າວໃນກອງປະຊຸມ ວຽກງານ ໂຍທາທິການ ແລະ ຂົນສົ່ງ ປະຈຳປີ 2022, ເນັ້ນໃຫ້ ກະຊວງໂຍທິການ ແລະ ຂົນສົ່ງ ເພີ່ມທະວີ ການປະຕິບັດ ວຽກງານ ສະກັດກັ້ນ ການສໍ້ຣາດ ບັງຫຼວງ ໃຫ້ຫລຸດໜ້ອຍ ຖອຍລົງ.

ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ໄດ້ກ່າວຕໍ່ ພະນັກງານ ກະຊວງການເງິນ ໃຫ້ແກ້ໄຂ ບັນຫາ ການສໍ້ຣາດ ບັງຫຼວງ. ນັກຂ່າວ ພົລເມືອງ

ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີລາວ ກ່າວໃນກອງປະຊຸມວຽກງານ ໂຍທາທິການ ແລະ ຂົນສົ່ງປະຈຳປີ 2022 ໃນວັນທີ 24-25 ກຸມພາ 2022 ທີ່ຜ່ານມານີ້ໂດຍເນັ້ນໜັກໃຫ້ ກະຊວງໂຍທາທິການແລະຂົນສົ່ງ ເພີ່ມທະວີການປະຕິບັດວຽກງານ ຂອງຕົນຢ່າງມີຄວາມຮັບຜິດຊອບສູງ, ມີຈັນຍາບັນ ແລະມີຄວາມສື່ສັດຕໍ່ວິຊາການ ຂອງຕົນຢ່າງແທ້ຈິງ, ຕ້ານສະກັດກັ້ນການສໍ້ຣາດບັງຫລວງ ໃຫ້ຫລຸດໜ້ອຍຖອຍລົງ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າກະຊວງໂຍທາທິການ ແລະຂົນສົ່ງກ່າວວ່າປັດຈຸບັນ ກະຊວງໂຍທາທິການ ແລະຂົນສົ່ງ ກໍພະຍາຍາມທີ່ສຸດທີ່ຈະເພີ່ມທະວີ ໃນການປາບປາມ ບັນຫາການສໍ້ຣາດ ບັງຫລວງ ໃນທຸກຣະດັບຂັ້ນ.

ດັ່ງເຈົ້າໜ້າທີ່ ກະຊວງໂຍທາທິການ ແລະຂົນສົ່ງທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 2 ມີນາ ນີ້ວ່າ:

ເພິ່ນເຂັ້ມງວດການກໍ່ສ້າງພື້ນຖານ ໂຄງຮ່າງຂະເຈົ້າກາກວດສອບ ບາດນີ້ກາເດັດຂາດແລ້ວເດ້ ນິຂະເຈົ້າກາປັບປຸງຢູ່ ພວກຢູ່ພວກທີ່ວ່າສວຍໃຊ້ ເຄື່ອນໄຫວບໍ່ດີຂະເຈົ້າກາໃຊ້ຣະບຽບເດ້.

ທ່ານໄດ້ກ່າວຕື່ມວ່າ ບັນຫາການສໍ້ຣາດບັງຫລວງ ຂອງກະຊວງໂຍທາທິການ ແລະຂົນສົ່ງສ່ວນຫລາຍກວດພົບເຫັນ ດ້ານການພັທນາພື້ນຖານໂຄງຮ່າງ ເປັນຕົ້ນການກໍ່ສ້າງເສັ້ນທາງຕ່າງໆ, ການພັທນາຕາຝັ່ງເຈື່ອນ ແລະ ໂຄງການອື່ນໆ ອີກຈຳນວນນຶ່ງ.

ລັກສະນະການສໍ້ຣາດບັງຫລວງ ຂອງເຈົ້າໜ້າທີ່ບາງຄົນພົບວ່າມີການສວຍໃຊ້ ຕຳແໜ່ງໜ້າທີ່ຂອງຕົນເອື້ອຜົລປໂຍດໃຫ້ກັບບໍຣິສັດກໍ່ສ້າງ ຊຶ່ງເປັນບໍຣິສັດຄອບຄົວ, ພີ່ນ້ອງ ຫລືໝູ່ພວກກັນ. ນອກຈາກນີ້ບາງໂຄງການພັທນາ ຍັງມີມູນຄ່າການລົງທຶນເກີນຄວາມເປັນຈິງ ສ້າງພາຣະໜີ້ສີນໃຫ້ກັບຣັຖບານ.

ຂະນະທີ່ຊາວລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວວ່າບໍ່ສາມາດຕອບໄດ້ ແບບເຕັມປາກເຕັມຄຳວ່າເຈົ້າໜ້າທີ່ ກະຊວງໂຍທາທິການ ແລະຂົນສົ່ງ ມີການສໍ້ຣາດບັງຫລວງແທ້ ເພາະວ່າປະຊາຊົນ ບໍ່ສາມາດກວດສອບໄດ້ຢູ່ແລ້ວ. ແຕ່ກໍສົງສັຍຄືກັນວ່າ ການກໍ່ສ້າງເສັ້ນທາງໄລຍະທາງພຽງ 5-10 ກິໂລແມດບໍ່ສຳເຣັດຕາມແຜນ.

ໂຕຢ່າງເສັ້ນທາງເລກທີ 13 ເໜືອ ໄລຍະບ້ານສີໃຄໄປຫາບ້ານສີເກີດ ໄລຍະທາງພຽງ 6 ກິໂລແມດ ແລະເປັນທາງຫລວງແຫ່ງຊາດ ກໍມີການກໍ່ສ້າງມາແລ້ວຫລາຍປີ ຈົນຮອດປັດຈຸບັນ ກໍບໍ່ທັນສຳເຣັດເທື່ອແລ້ວຍັງມີຂີ້ຝຸ່ນແດງ ກະທົບຕໍ່ບ້ານເຮືອນຂອງປະຊາຊົນ ຢູ່ຕາມແຄມທາງໜັກໜ່ວງ.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 2 ມີນານີ້ວ່າ:

ຍັງຍັງບໍ່ທັນແລ້ວ ມີແຕ່ເພິ່ນເທເປັນວັກເປັນວັກໄປນ່າ ເພິ່ນຍັງເຮັດບໍ່ແລ້ວກາບໍ່ຮູ້ນຳເພິ່ນຄືກັນ ໂອຍຂີ້ຝຸ່ນຫລາຍໆ ແຫລະ ສຣຸປກັນຕອນນັ້ນ 3 ປີເດ້ເພິ່ນໃຫ້ເຮັດທາງໃຫ້ມັນແລ້ວປີທີ 3 ແລ້ວຊິເຂົ້ານີ້ນ່່າໝົດປີນີ້ແຫລະ.

ຊາວລາວຜູ້ນຶ່ງ ໃນເມືອງວັງວຽງແຂວງວຽງຈັນກ່າວວ່າ ຢາກໃຫ້ຣັຖບານລາວກວດກາບັນດາ ໂຄງການກໍ່ສ້າງເສັ້ນທາງຕ່າງໆ ຢ່າງຈິງຈັງເພາະເຮັດໃຫ້ ເສັຽງົບປະມານໄປລ້າໆ ແທນທີ່ຈະກໍ່ສ້າງ ຫລືສ້ອມແປງໃຫ້ໄດ້ຕາມມາຕຖານ ແລ້ວນຳໃຊ້ໃນໄລຍະຍາວ.ໂດຍສະເພາະໃນ ເມືອງວັງວຽງ ຊຶ່ງເປັນເມືອງທ່ອງທ່ຽວຍອດນິຍົມ ຂອງປະເທດກໍມີການສ້ອມແປງ ຫົນທາງເປັນປະຈຳທຸກປີ ແລະນຳໃຊ້ບໍ່ພໍເທົ່າໃດເດືອນກໍກັບມາເປ່ເພຄືເກົ່າ ເພາະການກໍ່ສ້າງສ້ອມແປງບໍ່ໄດ້ມາຕຖານ ແລະບໍ່ເຫັນມີພາກສ່ວນໃດໄປກວດຫາ ຄວາມໂປ່ງໃສເທື່ອ.

ດັ່ງຊາວລາວຜູ້ນຶ່ງ ໃນເມືອງວັງວຽງ ແຂວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 2 ມີນານີ້ວ່າ:

ສຸດທາງດ່ວນປາກປູຕູ ທາງດ່ວນສຸດເຂດຈີນ ແລ້ວມັນກາເຣີ້ມມຸ່ນອຸ້ຍປຸ້ຍເອົາແທ້ໆ ນີ້ໄດ້ປະ ມານ 6 ເດືອນທາງເພິ່ນປູໃໝ່ນ່າເບິ່ງຣົຖຈີນແກ່ກ້ວຍ ແກ່ນໍ້າໜັກປານນັ້ນມັນຊິຢູ່ໄດ້ເອີ ກະຈຳເປັນແລ້ວອຳນາດຢູ່ນຳເຂົາ.

ຊາວລາວອີກຜູ້ນຶ່ງ ໃນແຂວງສວັນນະເຂດ ກ່າວວ່າເມື່ອຣັຖບານລາວ ຮັບຮູ້ບັນຫາແລ້ວວ່າ ເຈົ້າໜ້າທີ່ຂອງ ກະຊວງໂຍທາທິການ ແລະຂົນສົ່ງ ມີການສໍ້ຣາດບັງຫລວງໃນໂຄງການ ພື້ນຖານໂຄງຮ່າງ ໂດຍສະເພາະການກໍ່ສ້າງເສັ້ນທາງຕ່າງໆ ມີລາຄາກໍ່ສ້າງແພງຫລາຍ ກໍຄວນຈະຕິດຕາມກວດກາ ຢ່າງເຂັ້ມງວດ ຈິງຈັງບໍ່ລະເວັ້ນເຖິງຈະເປັນເຈົ້າໜ້າທີ່ ຣະດັບສູງ.

ດັ່ງຊາວລາວຜູ້ນຶ່ງ ໃນນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 2 ມີນານີ້ວ່າ:

ຖນົນຢູ່ລາວນີ້ແພງກວ່າໝູ່ ໃນໂລກແບບເຮັດໝົດ 200 ລ້ານກາຣາຍງານໄປ 400 ລ້ານພຸ້ນນ່າກາຍ້ອນແນວນັ້ນແຫລະ ຄົນໃຫຍ່ກິນແລ້ວຄົນນ້ອຍ ກາຢາກກິນນຳຫັ້ນແຫລະ.

ເມື່ອປີ 2017 ທາງການລາວອະນຸມັດ ງົບປະມານ 338 ຕື້ກີບ ເພື່ອກໍ່ສ້າງເສັ້ນທາງໝາຽເລກ 10 ທີ່ເປ່ເພໜັກ ໂດຍຈະປູຢາງເບຕົງໄລຍະທາງກວ່າ 50 ກິໂລແມດ ແລະສ້າງຂົວເບຕົງ 30 ແຫ່ງຕັ້ງແຕ່ເມືອງອຸທຸມພອນ, ເມືອງອາດສະພອນ ແລະສິ້ນສຸດໂຄງການ ທີ່ເມືອງວິລະບູລີ ແຂວງສວັນນະເຂດ ຜ່ານມາຮອດປັດຈຸບັນກໍຍັງບໍ່ທັນສຳເຣັດໄດ້ 100%.

ອີກ 1 ໂຄງການຂນາດໃຫຍ່ ແລະສຳຄັນຫລາຍທີ່ ກະຊວງໂຍທາທິການ ແລະຂົນສ່ງຄຸ້ມຄອງ ແລະຮັບຜິດຊອບຄືໂຄງການກໍ່ສ້າງ ສນາມບີນອັດຕະປືມູນຄ່າ 37 ລ້ານໂດລາຣ໌ສະຫະຣັຖ ຊຶ່ງມີບໍຣິສັດ Hoang Anj Gia Lai ຂອງວຽດນາມ ເປັນຜູ້ລົງທຶນໄປກ່ອນ ແລ້ວທາງການລາວຜ່ອນຜັນ ຈ່າຍນຳຫລັງ. ປັດຈຸບັນກໍຕົກຢູ່ໃນສະພາບຂາດທຶນ ຢ່າງໜັກໜ່ວງ ແລະຫລ້າສຸດກໍມອບໂອນໃຫ້ ກອງບັນຊາການທະຫານອາກາດ ກະຊວງປ້ອງກັນປະເທດ ເປັນຜູ້ຄຸ້ມຄອງຕໍ່ໄປ.

ນອກຈາກນີ້ ບັນດາໂຄງການລົງທຶນ ຂອງຣັຖບານໃນເຂດທ້ອງຖິ່ນ ກໍມີອີກຫລາຍໂຄງການທີ່ ຍັງດຳເນີນການບໍ່ສອດຄ່ອງ ກັບສະພາບໂຕຈິງ ຊຶ່ງມີເກືອບ ທຸກກະຊວງ ແລະວິສາຫະກິຈຕ່າງໆ ຍ້ອນມີພະນັກງານຫລາຍຄົນ ສໍ້ຣາດບັງຫລວງ ສວຍໃຊ້ໜ້າທີ່ຕຳແໜ່ງ ຂອງຕົນເພື່ອຫວັງຜົລປໂຍດ ສ່ວນໂຕຈົນສ້າງຄວາມເສັຽຫາຍໃຫ້ແກ່ຣັຖບານ ຢ່າງມະຫາສານ ຊຶ່ງຣັຖບານຢັ້ງຢືນວ່າ ຈະພະຍາຍາມຕິດຕາມ, ກວດກາ, ແກ້ໄຂ ບັນຫາການສໍ້ຣາດບັງຫລວງ ຢ່າງຈິງຈັງ ແລະເຂັ້ມງວດທີ່ສຸດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org