ຊາວໂລກຍັງບໍ່ລືມທ່ານສົມບັດ


2013.08.30
f-rupert A ທ່ານ Rupert Abbott ນັກຄົ້ນຄວ້າ ຈາກອົງການ ນິຣະໂທດກັມ ສາກົນ ສາຂາ ກຳພູຊາ ລາວ ແລະ ວຽດນາມ
human rights

 

ຄວາມບໍ່ສາມາດ ຂອງຣັຖບານລາວ ທີ່ຈະຊີ້ແຈງຢ່າງໜ້າເຊື່ອຖືໄດ້ ກ່ຽວກັບ ການຫາຍສາບສູນຂອງທ່ານ ສົມບັດ ສົມພອນ ກັບມາເປັນ ບັນຫາໃຫຍ່ອີກເທື່ອນຶ່ງເພາະມີການຮຽກຮ້ອງໃຫ້ບັນດາປະເທດທີ່ໃຫ້ການຊ່ວຍເຫລືອ ແກ່ສປປລາວ ໃຫ້ຄິດຄັກໆກ່ອນທີ່ຈະ ເອົາເງິນເສັຽ ພາສີ ຂອງປະຊາຊົນ ໄປໃຫ້ ປະເທດຄອມມິວນິສ ທີ່ປົກຄອງດ້ວຍ ພັກດຽວ. ຕາມຣາຍງານຂ່າວ The Diplomat ສະບັບວັນທີ 30 ສິງຫາ 2013.

ຄໍາຮຽກຮ້ອງລ່າສຸດນັ້ນ ມາຈາກອົງການນິຣະໂທດກັມສາກົລ ທີ່ຍົກບັນຫາກ່ຽວກັບ ທ່ານ ສົມບັດ ສົມພອນ ຂຶ້ນມາເວົ້າອີກໃນວັນສາກົລ ເພື່ອຜູ້ຖືກບັງຄັບ ໃຫ້ຫາຍສາບສູນ. ທ່ານສົມບັດ ສົມພອນ ຖືກພົບເຫັນຄັ້ງສຸດທ້າຍ ຢູ່ໃນການຄວບຄຸມຂອງເຈົ້າໜ້າທີ່ຕໍາຣວດລາວ ເມື່ອ ວັນທີ 15 ທັນວາ ປີ 2012 ແຕ່ທາງການລາວກັບຢືນຢັນວ່າ ບໍ່ຮູ້ບໍ່ເຫັນວ່າທ່ານສົມບັດຢູ່ໃສ. ທ່ານ Rupert Abbot ນັກຄົ້ນຄວ້າກ່ຽວກັບ ກັມພູຊາ ລາວແລະວຽດນາມ ກ່າວວ່າ ອົງການສິດທິມະນຸດ ດັ່ງກ່າວ ຮຽກຮ້ອງໃຫ້ ປະເທດຕ່າງໆ ທວງຫາ ທ່ານ ສົມບັດ ຫລາຍຂຶ້ນ ເພາະທ່ານເປັນຜູ້ນໍາທາງສັງຄົມ ທີ່ກາຍເປັນຜູ້ເຄາະຮ້າຍ, ຖືກບັງຄັບ ໃຫ້ຫາຍສາບສູນ ນັ້ນ ເພື່ອໃຫ້ໄດ້ກັບຄືນສູ່ ຄອບຄົວ ຂອງທ່ານ ຢ່າງປອດພັຍ.

ທ່ານ Abbot ວ່າ ການຫາຍສາບສູນຂອງ ທ່ານສົມບັດ ສົມພອນ ເຮັດໃຫ້ປະຊາຄົມສາກົນ ເລັງຈຸດສົນໃຈໃສ່ສະພາບ ຂອງການສະແດງ ຄວາມຄິດຄວາມເຫັນ ແລະສິດທິມະນຸດ ທີ່ໜ້າເປັນຫ່ວງ ໃນລາວ ແລະທັງຕັ້ງເປັນຄໍາຖາມ ກ່ຽວກັບຜົລສໍາເຣັດ ຂອງຄວາມ ພຍາຍາມ ຂອງປະເທດຕ່າງໆ ໃນການຊຸກຍູ້ໃຫ້ທາງການລາວ ນັບຖື ແລະປົກປ້ອງສິດທິມະນຸດ.

ສປປລາວ ກໍາລັງຂົນຂວາຍເພື່ອໃຫ້ຕົນ ມີທີ່ນັ່ງໃນສະພາສິດທິມະນຸດ ສະຫະປະຊາຊາດ ແຕ່ໂອກາດທີ່ຈະສໍາເຣັດນັ້ນແມ່ນມີໜ້ອຍເຕັມທີ່. ສະມາຊິກສະພາຢູໂຣບ ທ່ານ ໂຊເຣັນ ຊັນເດີກາດ ຈາກປະເທດ ແດັນໝາກ ວ່າ ທາງການລາວ ເວົ້າຕໍ່ທ່ານ ໃນຣະຫວ່າງ ການຢ້ຽມຢາມ ສປປລາວເມື່ອມໍ່ໆມານີ້ ວ່າ ທາງການລາວ ຮູ້ສຶກເສັຽໃຈກ່ຽວກັບ ການຫາຍສາບສູນ ຂອງທ່ານ ສົມບັດ ແຕ່ກໍປາກົດວ່າ ທາງການລາວ ບໍ່ກະທໍາສີ່ງໃດໆ ກ່ຽວກັບເຣື່ອງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.