ພິທີຊາປະນະກິດສົບຜູ້ນໍາທີ່ ເຄາະຮ້າຍ

ຈໍາປາທອງ
2014.05.19
F-funeral ພິທີ ຊາປະນະກິດ ສົບ ເຈົ້າໜ້າທີ່ ຣະດັບ ສູງ ຂອງລາວ ທີ່ ເສັຍຊີວິດ ຍ້ອນ ເຮືອບິນ ຕົກ ຖືກ ຈັດຂຶ້ນ ຢູ່ ເດີ່ນ ທາຕຫລວງ ນະຄອນ ຫລວງ ວຽງຈັນ.
Citizen Journalist Facebook

 

ພິທີ ຊາປະນະກິດ ສົບ ເຈົ້າໜ້າທີ່ ຣະດັບ ສູງ ທີ່ ເສັຍຊີວິດ ຍ້ອນ ເຮືອບິນ ຕົກ ຢູ່ ແຂວງ ຊຽງຂວາງ ໃນ ຕອນເຊົ້າ ຂອງ ວັນທີ 17 ພຶສພາ 2014 ຖືກ ຈັດຂຶ້ນ ຢູ່ ນະຄອນ ຫລວງ ວຽງຈັນ ໂດຍມີ ບັນດາ ຜູ້ນໍາ ພັກ ແລະ ຣັຖ ເຂົ້າຮ່ວມ.

ໜັງສືພິມ ຂອງ ທາງການ ລາວ ຣາຍງານວ່າ ເວລາ 13:00 ໂມງ ຂອງວັນ ທີ 19 ພຶສພາ ນີ້ ນະຄອນ ຫລວງ ວຽງຈັນ ໄດ້ມີ ພິທີ ຊາປະນະກິດ ສົບ ຢ່າງ ສົມກຽດ ໃຫ້ ແກ່ຜູ້ ເສັຍຊີວິດ ຈາກ ອຸບັດຕິເຫດ ເຮືອບິນ ຕົກ ໃນວັນທີ 17 ພຶສພາ 2014 ທີ່ ແຂວງ ຊຽງຂວາງ ໃນ ຣະຫວ່າງ ການໄປ ປະຕິບັດ ໜ້າທີ່ ຊຶ່ງ ປະກອບ ມີ ພົນໂທ ດວງໃຈ ພິຈິດ ກັມການ ກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດ ລາວ, ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທສ, ດຣ. ທອງບັນ ແສງອາພອນ ເລຂາທິການ ສູນກາງພັກ, ຣັຖມົນຕຣີ ກະຊວງ ປ້ອງກັນ ຄວາມສງົບ, ທ່ານ ສຸກັນ ມະຫາລາດ ເລຂາທິການ ສູນກາງພັກ, ເຈົ້າຄອງ ນະຄອນ ຫລວງ ວຽງຈັນ ແລະ ທ່ານ ເຈືອງ ສົມບູນຂັນ ເລຂາທິການ ສູນກາງພັກ, ຫົວໜ້າ ຄະນະ ໂຄສະນາ ອົບຮົມ ສູນກາງພັກ.

ສໍາລັບ ພິທິ ຊາປະນະກິດ ສົບ ຂອງ ພົນໂທ ດວງໃຈ ພິຈິດ ໄດ້ຈັດທີ່ ເດີ່ນ ພຣະທາດຫລວງ ໂດຍມີ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຂອງ ພັກ, ປະທານ ປະເທສ ແລະ ມີບັນດາ ຜູ້ນໍາ ພັກ-ຣັຖ ຕລອດ ເຖິງນາຍ ແລະ ພົນທະຫານ ແລະ ຕໍາຣວດ ພ້ອມດ້ວຍ ຄອບຄົວ ແລະ ຍາດຕິ ພີ່ນ້ອງ ເຂົ້າຮ່ວມ. ແລະ ສໍາລັບ ດຣ. ທອງບັນ ແລະ ທ່ານ ສຸກັນ ແມ່ນຈັດ ຢູ່ວັດ ເທພນິມິດ (ທາດຝຸ່ນ) ແລະ ທ່ານ ເຈືອງ ຈັດຢູ່ວັດ ຕານມີໄຊ.

ທາງການລາວ ໄດ້ປະກາດ ໃຫ້ ທຸກ ພາກສ່ວນ ທັງ ພາກຣັຖ ແລະ ພາກ ເອກຊົນ ໃນທົ່ວ ປະເທສ ໄວ້ທຸກ ເປັນເວລາ 3 ວັນ ແຕ່ວັນທີ 17 ເຖິງ ວັນທີ 19 ພຶສພາ ແລະ ຖືເອົາ ວັນທີ 19 ພຶສພາ 2014 ເວລາ 13:00 ໂມງ ເປັນ ເວລາ ຢືນ ຄໍານັບ-ກົ້ມຫົວ ໄວ້ ອາລັຍ ໃນທົ່ວ ປະເທສ 1 ນາທີ.

ພົນໂທ ດວງໃຈ ພິຈິດ ອາຍຸ 68 ປີ, ເກີດ ທີ່ ເມືອງ ໄຊເສດຖາ ແຂວງ ອັດຕະປື, ເຂົ້າຮ່ວມ ການ ປະຕິວັດ ເມື່ອປີ 1962.

ດຣ. ທອງບັນ ແສງອາພອນ ອາຍຸ 61 ປີ, ເກີດທີ່ ເມືອງ ປາກລາຍ ແຂວງ ໄຊຍະບູຣີ, ເຂົ້າຮ່ວມ ການ ປະຕິວັດ ໃນປີ 1975.

ທ່ານ ສຸກັນ ມະຫາລາດ ອາຍຸ 60 ປີ, ເກີດທີ່ ເມືອງ ຈໍາພອນ ແຂວງ ສວັນນະເຂດ, ເຂົ້າຮ່ວມ ການ ປະຕິວັດ ທີ່ ແຂວງ ຈໍາພອນ ໃນເວລາ ນັ້ນ ແລະ ປັດຈຸບັນ ເປັນ ແຂວງ ສວັນນະເຂດ.

ແລະ ທ່ານ ເຈືອງ ສົມບູນຂັນ ອາຍຸ 59 ປີ, ເກີດທີ່ ເມືອງ ໂພນທອງ ແຂວງ ຈໍາປາສັກ, ໄດ້ເຄື່ອນໄຫວ ນໍາການ ປະຕິວັດ ມາຕັ້ງແຕ່ ຍັງນ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.