ສືບຕໍ່ຂຶ້ນທະບຽນ ຜູ້ໃຊ້ໂທຣະສັບ ໃນ ສປປ ລາວ
ສປປ ລາວ ອອກແຈ້ງການ ສືບຕໍ່ຂຶ້ນທະບຽນ ເລຂໂທຣະສັບ ເພື່ອໃຫ້ທັງຄົນລາວ ແລະ ຄົນຕ່າງປະເທດ ໃຊ້ເລຂໂທຣະສັບລາວ ດໍາເນີນການຂຶ້ນທະບຽນ ເຊິ່ງການຂຶ້ນທະບຽນ ມີເປົ້າໝາຍເພື່ອປ້ອງກັນ ແລະຕິຕາມຜູ້ກະທຳຜິດ ຜ່ານການໃຊ້ໂທຣະສັບ.
-
ສຸພັດຕາ
2023-09-12 -
-
-
Your browser doesn’t support HTML5 audio
ໃນວັນທີ 7 ກັນຍາ ທີ່ຜ່ານມາ ກະຊວງເຕັກໂນໂລຈີ ແລະການສື່ສານ ໄດ້ອອກແຈ້ງການ ເຣື່ອງການສືບຕໍ່ຂຶ້ນທະບຽນເລຂໂທຣະສັບ ລະບຸວ່າ ໃຫ້ຄົນລາວ ແລະຄົນຕ່າງປະເທດ ທີ່ອາໄສຢູ່ພາຍໃນປະເທດລາວ ດໍາເນີນການຂຶ້ນທະບຽນ ການນໍາໃຊ້ເລຂໂທຣະສັບ ເຊິ່ງຈະມີການສະແກນໃບໜ້າ ແລະເພື່ອໃຫ້ສໍາເຣັດ ພາຍໃນວັນທີ 16 ເດືອນທັນວາ 2023 ນີ້ ເພື່ອເປັນແຫຼ່ງຂໍ້ມູນໃຫ້ພາກສ່ວນທີ່ກ່ຽວຂ້ອງ ສາມາດຕິດຕາມໂຕຜູ້ກະທໍາຄວາມຜິດໃນດ້ານຕ່າງໆ ມາລົງໂທດຕາມກົດໝາຍໄດ້.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກການນໍາໃຊ້ເຕັກໂນໂລຈີ ໃນການຕິດຕາມໂຕຕົນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່່ານນຶ່ງ ກ່າວຕໍ່ວິທຍຸເຊັຽເສຣີ ໃນວັນທີ 12 ກັນຍາ 2023 ນີ້ວ່າ:
“ແຕ່ວາໂຕນີ້ຫັ້ນ ເຮົາຕ້ອງໄດ້ສະແກນໃບໜ້າ ອີ່ຫຍັງພ້ອມຫັ້ນ ເປັນພະນັກງານໂທຣະຄົມ ທີ່ຂະເຈົ້າສະແກນໃບໜ້າອີ່ຫຍັງໃຫ້ກ່ອນ ຈຶ່ງສາມາດລົງໄດ້ ແຕ່ວ່າ ໂຕນີ້ນນີ່ມັນອັນນ່າ ລົງແລ້ວ ເຮົາຕ້ອງໄດ້ສະແກນໃບໜ້າ ສະແກນປື້ມບັດສັມມະໂນຄົວ ອີ່ຫຍັງຕ່າງໆຫັ້ນເນາະ ໂຕຢ່າງວ່າ ເບີໂທນັ້ນໄປເຮັດຕົວະຜູ້ອື່ນເບາະ ເຮັດຫຍັງບໍ່ດີບໍ ມີບັນຫາເຮົາກໍສາມາດສືບນໍາຈັບບຸກຄົນນັ້ນໄດ້ເລີຍ ປະມານນັ້ນຫັ້ນນ່າ.”
ໃນໄລຍະ 2-3 ປີມານີ້ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງພື້ນທີ່ ເພື່ອຊ່ອຍໃຫ້ພໍ່ແມ່ປະຊາຊົນ ທີ່ອາໄສຢູ່ໃນເຂດຫ່າງໄກ ສອກຫຼີກ ໃຫ້ສາມາດເຂົ້າເຖິງ ການຂຶ້ນທະບຽນເລຂໂທຣະສັບ ແຕ່ເນື່ອງຈາກ ປະສົບບັນຫາຂາດເຂີນ ງົບປະມານ ຈຶ່ງບໍ່ສາມາດດໍາເນີນການ ຕາມແຜນງານ ທີ່ວາງອອກໄດ້ ເຮັດໃຫ້ຜູ້ໃຊ້ເລຂໂທຣະສັບ ຫຼາຍກວ່າ 60% ໃນຫຼາຍແຂວງ ທາງພາກເໜືອ ຍັງບໍ່ທັນໄດ້ຂຶ້ນທະບຽນ.
ດັ່ງເຈົ້າໜ້າທີ່ ຜູ້ດຽວກັນນີ້ ກ່າວຕື່ມວ່າ:
“ມີບັນຫາຫຼາຍ ແລ້ວພວກເຮົາຕ້ອງໄດ້ເລື່ອນໄປເລື້ອຍໆ ເພາະວ່າມັນບັງຄັບກັນບໍ່ໄດ້. ມັນຍັງຄາຫຼາຍ ບາງພື້ນທີ່ເຮົາເຂົ້າໄປບໍ່ໄດ້ເນາະ, ຖ້າເປັນພະນັກງານເພິ່ນໄປແລ້ວ ມັນບໍ່ມີງົບປະມານ ໃນການລົງເຄື່ອນໄຫວ ຖ້າໄປກະຂະເຈົ້າກໍບໍ່ຍອມ ມາລົງຈັ່ງຊີ້ນ່າ (ຈໍານວນຂອງຜູ້ຍັງບໍ່ໄດ້ມາຂຶ້ນທະບຽນ). ອືໂຕນີ້ ກໍບໍ່ຮູ້ຄືກັນ ເພາະວ່າ ຖ້າທຽບເປັນເປີເຊັນ ແຕ່ປີຜ່ານມາ ປີ 2020, 2022 ບໍ. ປະມານ 60% ທີ່ຍັງບໍ່ໄດ້ລົງທະບຽນເບີ.”
ກ່ອນໜ້ານີ້ ໃນປີ 2020 ກະຊວງໄປສະນີ, ໂທຣະຄົມມະນາຄົມ ແລະ ການສື່ສານ ອອກແຈ້ງການ ຂຍາຍເວລາ ການຂຶ້ນທະບຽນເລຂໂທຣະສັບ ແລະຊິມເນັດ ທົ່ວປະເທດ ເພື່ອອໍານວຍຄວາມສະດວກໃຫ້ແກ່ ເຂດຫ່າງໄກສອກຫຼີກ ແລະຜູ້ທີ່ຍັງກະກຽມເອກກະສານ ທີ່ໃຊ້ປະກອບການຂຶ້ນທະບຽນ ບໍ່ທ່ວງທັນ ເນື່ອງຈາກ ສະພາບການແຜ່ຣະບາດ ຂອງໂຄວິດ-19 ແຕ່ຍັງບໍ່ທັນມີຜູ້ມາຂຶ້ນທະບຽນ ພໍເທົ່າໃດ ຈາກນັ້ນ ໃນປີ 2021 ກະຊວງເຕັກໂນໂລຈີ ແລະການສື່ສານ ໄດ້ອອກແຈ້ງການໃໝ່ ເພື່ອຂຍາຍເວລາການຂຶ້ນທະບຽນເລຂໂທຣະສັບເພີ່ມຕື່ມ.
ທີ່ຜ່ານມາ ຜູ້ນໍາໃຊ້ເລຂໂທຣະສັບ ພາຍໃນປະເທດ ທັງຄົນລາວ ແລະຄົນຕ່າງປະເທດ ບໍ່ຈໍາເປັນຕ້ອງຂຶ້ນທະບຽນເລຂໂທຣະສັບ ເພື່ອລະບຸໂຕຕົນ ເຊິ່ງສາມາດນໍາໃຊ້ສັນຍານໂທຣະສັບໄດ້ ເປັນໄລຍະເວລາເຖິງ 2 ປີ ແຕ່ໄລຍະເວລາດັ່ງກ່າວນີ້ ອາດເປັນຊ່ອງວ່າງ ເຮັດໃຫ້ມີຜູ້ສວຍໂອກາດ ກະທໍາຄວາມຜິດ (ຜ່ານການໃຊ້ໂທຣະສັບ) ໂດຍເຈົ້າໜ້າທີ່ຣັຖ ບໍ່ສາມາດຕິດຕາມໄດ້.
ດັ່ງຊາວບ້ານ ຢູ່ແຂວງຈໍາປາສັກ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຖ້າບໍ່ຢາກລົງທະບຽນ ກໍເປີດນໍາໃຊ້ກໍໄດ້ ຖ້າຢາກລົງທະບຽນ ມັນຕ້ອງມາລົງທະບຽນຢູ່ສູນລາວເລີຍ. ໂດຍ ແມ່ນ ແຕ່ວ່າ ມັນຈະມີໝົດອາຍຸ ຂອງເບີຫັ້ນນ່າ 2 ປີ ຈຶ່ງໝົດ. ໂດຍ ແມ່ນ (ບໍ່ສາມາດຕິດຕາມໂຕ) ມີແຕ່ເປີດນໍາໃຊ້ຊື່ໆ ບໍ່ໄດ້ລົງທະບຽນ ວ່າເປັນເບີຂອງເຮົາເທື່ອຫັ້ນນ່າ.”
ສໍາລັບຂໍ້ມູນທີ່ໄດ້ຈາກ ການສນັບສນູນ ໃຫ້ພໍ່ແມ່ປະຊາຊົນ ດໍາເນີນການຂຶ້ນທະບຽນເລຂໂທຣະສັບ ດັ່ງກ່າວນີ້ ຈະຖືກສົ່ງມອບໃຫ້ແກ່ເຈົ້າໜ້າທີ່ຕໍາຣວດ ຖ້າຫາກຕ້ອງການນໍາໃຊ້ ໃນການຕິດຕາມຜູ້ກະທໍາຄວາມຜິດ ເພື່ອລົງໂທດຕາມກົດໝາຍ.
ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານການສື່ສານ ທ່ານນຶ່ງ ກ່າວວ່າ:
“ເພື່ອໃຫ້ມີຂໍ້ມູນກ່ຽວກັບລູກຄ້າ ຫຼືວ່າຜູ້ທີ່ນໍາໃຊ້ ເບີນັ້ນໆຫັ້ນນ່າ ເພື່ອລະບຸໂຕຕົນ ການນໍາໃຊ້ເລຂໝາຍໂທຣະສັບ ເພື່ອຕິດຕາມ ເພື່ອຕິດຕາມກວດກາ ເຣື່ອງຈຸດພິກັດ ຫຼືວ່າ ຢູ່ຈຸດໃດ ກ່ຽວກັບເລຂໝາຍໂທຣະສັບນີ້ນ່າ ວ່າແມ່ນໃຜໃຊ້ເນາະ. ຂໍ້ມູນ ກ່ຽວກັບຜູ້ໃຊ້ ແລ້ວກໍຈຸດພິກັດເນາະ. ເອີ ຫຼັກໆກໍຄື ການຢັ້ງຢືນໂຕຕົນຫັ້ນແຫຼະ.”
ຍານາງກ່າວຕື່ມວ່າ ທາງດ້ານພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະບໍຣິສັດ ລາວໂທຣະຄົມ ຈໍາກັດ ພະຍາຍາມໂຄສະນາ-ປະຊາສໍາພັນ ພ້ອມສົ່ງຂໍ້ຄວາມແຈ້ງເຕືອນ ທັງຄົນລາວ ແລະ ຄົນຕ່າງປະເທດ ທີ່ໃຊ້ເລຂໂທຣະສັບ ພາຍໃນປະເທດລາວ ໃຫ້ເລັ່ງດໍາເນີນການຂຶ້ນທະບຽນ ເລຂໂທຣະສັບ ພາຍໃນໄລຍະເວລາທີ່ກໍານົດ.
ສໍາລັບການກໍານົດ ໃຫ້ຜູ້ນໍາໃຊ້ເລຂໂທຣະສັບ ຈໍາເປັນໄດ້ຂຶ້ນທະບຽນເພື່ອຢັ້ງຢືນໂຕຕົນນັ້ນ ມີຄວາມຈໍາເປັນ ແລະພາກສ່ວນທີ່ກ່ຽວຂ້ອງ ຄວນເລັ່ງໃຫ້ຄວາມສໍາຄັນມາແຕ່ດົນແລ້ວ ເພື່ອເປັນອີກຊ່ອງທາງນຶ່ງ ໃນການຫຼຸດຜ່ອນບັນຫາ ການຕົວະຕົ້ມຜ່ານຊ່ອງທາງອ໋ອນລາຍນ໌ ແລະການວິພາກວິຈານ ການເຮັດວຽກຂອງຣັຖບານ ຜ່ານເຟສບຸກຄ໌ ຫຼື ຢູທູບ.
ດັ່ງຊາວນະຄອນຫຼວງວຽງຈັນ ນາງນຶ່ງ ກ່າວວ່າ:
“ກໍມີແຕ່ ຕ້ອງໄດ້ເອົາບັດປະຈໍາໂຕ ຫຼືວ່າພາສປອດ ແລ້ວກໍໂຫຼດແອ໊ບ Lao KYC ມາ ແລ້ວກໍ ຕັ້ງເອງກໍໄດ້ ຫຼືວ່າ ຈະເຂົ້າໄປສູນປ່ອງບໍຣິການ ນໍາໃຊ້ຫັ້ນກໍໄດ້ ລົງຫຼາຍແລ້ວ. ຄືເຮົາເປີດເບີໃໝ່ໆ ເຮົາກໍຈະໄດ້ຢູ່ 2-3 ເດືອນ ກໍປະມານນີ້ເນາະ. ຖ້າວ່າ ເບີນັ້ນໆນໍາໃຊ້ປົກກະຕິ ຖ້າບໍ່ມີການລົງທະບຽນແລ້ວກໍ ເພິ່ນກໍຈະຕັດອອກຈາກລະບົບ ຖ່າຍພາສປອດ ຫຼືວ່າ ບັດປະຈໍາໂຕເຮົາໃຊ້. ໂຕຢ່າງວ່າ ຄົນຕ່າງປະເທດ ກໍຖ່າຍພາສປອດ ກໍລົງທະບຽນດ້ວຍພາສປອດ.”
ອີງຕາມຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນ ເລຂໂທຣະສັບ ສະບັບເລຂທີ່ 30 ສິງຫາ ທີ່ຜ່ານມາ ລະບຸໃນມາດຕຣາ 28 ວ່າ ສໍາລັບຜູ້ນໍາໃຊ້ເລຂໂທຣະສັບ ແບບບໍ່ໄດ້ຂຶ້ນທະບຽນ-ບໍ່ຖືກກົດໝາຍ, ມອບ ແລະໂອນໃຫ້ບຸກຄົນອື່ນ ໂດຍບໍ່ຂຶ້ນທະບຽນໃໝ່ໃຫ້ຖືກຕ້ອງ ກັບຜູ້ນໍາໃຊ້ໂຕຈິງ ຈະຖືກປັບໃໝ 1 ລ້ານກີບ, ຮັບຂຶ້ນທະບຽນເລຂໂທຣະສັບ ໂດຍບໍ່ໄດ້ຮັບອະນຸຍາດ, ບໍ່ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະປອມແປງເອກກະສານ ຫຼືຂໍ້ມູນເພື່ອມາຂຶ້ນທະບຽນ ຈະຖືກປັບໃໝ 1 ລ້ານກີບ ສ່ວນການນໍາເຂົ້າໝາຍເລຂໂທຣະສັບ ຂອງຕ່າງປະເທດເພື່ອຈໍາໜ່າຍ ຈະຖືກປັບໃໝ 5 ລ້ານກີບ ທັງນີ້ ຖ້າຫາກກໍ່ຄວາມວຸ້ນວາຍ ໃນສັງຄົມ ແລະສົ່ງຜົລກະທົບ ຕໍ່ວຽກງານປ້ອງກັນຊາຕ-ປ້ອງກັນຄວາມສງົບ ຈະຖືກປັບໃໝ 10 ລ້ານກີບ.