ທາງການລາວເລີ້ມເຄັ່ງຄັດເຣື້ອງ ໂທຣະສັບ ມືຖື
2014.06.18

ກະຊວງ ໄປສະນີ ໂທຣະຄົມ ມະນາຄົມ ແລະ ການສື່ສານ ໄດ້ ອອກ ຄຳແຈ້ງ ເຕືອນວ່າ ບໍຣິສັດ ໂທຣະຄົມ ຕ່າງໆ ຈະຕ້ອງ ຮັບຜິດຊອບ ໃນຄວາມຜິດ ຂອງຕົນ ທີ່ ຂາຍຊິມ ໂທຣະສັບ ມືຖື ໂດຍບໍ່ມີ ການລົງ ທະບຽນ. ອີງຕາມ ການຣາຍງານ ຂອງ ໜັງສີ ພິມ ວຽງຈັນ ທາມສ ຂອງລາວ.
ການແຈ້ງເຕືອນ ໄດ້ອອກມາ ຫລັງຈາກ ທີ່ ກະຊວງ ດັ່ງກ່າວ ໄດ້ຮູ້ວ່າ ບໍຣິສັດ ວິສາຫະກິດ ໂທຣະຄົມ ມະນາຄົມ ຂາຍຊິມ ໂທຣະສັບ ມືຖື ໂດຍບໍ່ໄດ້ ລົງທະບຽນ ລາຍຊື່ ຂອງ ລູກຄ້າ.
ທ່ານ ຫຽມ ພົມມະຈັນ ຣັຖມົນຕຣີ ວ່າການ ກະຊວງ ໄປສະນີ ໂທຣະຄົມ ມະນາຄົມ ແລະ ການສື່ສານ ໄດ້ອອກ ຣະບຽບ ການ ໃນເດືອນ ທີ່ ຜ່ານມາ ເພື່ອຄຸ້ມຄອງ ການນຳໃຊ້ ຊິມ ໂທຣະສັບ ມືຖື, ໜັງສື ຮັບຮອງ ແລະ ທຸຣະກິດ ທີ່ ກ່ຽວຂ້ອງ.
ອີງຕາມ ຣະບຽບ ຫລັກການ ໄດ້ແຈ້ງ ອີກວ່າ ວິສາຫະກິດ ໂທຣະຄົມ ມະນາຄົມ ຕ່າງໆ ຈະຕ້ອງ ຮັບຜິດຊອບ ຕໍ່ ຜົນກະທົບ ທາງລົບ ທີ່ເກີດຈາກ ການໃຊ້ ຊິມ ໂທຣະສັບ ມືຖື ທີ່ບໍ່ໄດ້ ລົງທະບຽນ ຮວມທັງ ຜົນກະທົບ ຕໍ່ຄວາມ ໝັ້ນຄົງ. ວິສາຫະກິດ ໃດ ທີ່ຂາຍ ຊິມ ໂທຣະສັບມື ໂດຍ ບໍ່ມີການ ລົງທະບຽນ ຜູ້ໃຊ້ ຈະຖືກ ປັບໄໝ ມູນຄ່າ ນຶ່ງ ລ້ານກີບ ຕໍ່ ເບີໂທ ນຶ່ງ ແລະ ເບີໂທ ນັ້ນ ກໍຈະຖືກ ຍົກເລີກ.