ຜູ້ສໍ້ຣາສບັງຫຼວງ ຕ້ອງຖືກເປີດເຜີຍ: ອະດີດເຈົ້າໜ້າທີ່
2018.02.12
ອະດີດເຈົ້າໜ້າທີ່ ແຂວງຫົວພັນ ຢາກໃຫ້ ຣັຖບານ ເລັ່ງເປິດເຜີຍຂໍ້ມູນ ກ່ຽວກັບ ຄະດີ ສໍ້ຣາສບັງຫຼວງ ຢ່າງລະອຽດ ໃຫ້ປະຊາຊົນ ຮູ້ຄວາມຈິງ ພ້ອມກັບ ເປິດເຜີຍລາຍຊື່ ຂອງເຈົ້າໜ້າທີ່ຣັຖ ທີ່ມີຄວາມຜິດ ໃນຄະດີຕ່າງໆ ຕາມທີ່ຣັຖບານ ໄດ້ແຈ້ງຕໍ່ກອງປະຊຸມ ເມື່ອບໍ່ດົນ ມານີ້ ແຕ່ ຍັງບໍ່ຮູ້ຄັກແນ່ວ່າ ຈະປະຕິບັດຕົວຈິງ ເມື່ອໃດແທ້, ດັ່ງທ່ານກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອ ວັນທີ 12 ກຸມພານີ້ວ່າ:
“ກໍໃຫ້ ປະຊາຊົນ ຮັບຮູ້ ການນໍາ ຜູ້ໃດດີ, ການນໍາ ຜູ້ໃດຮ້າຍ, ພະນັກງານ ຜູ້ໃດດີ, ພະນັກງານ ຜູ້ໃດຮ້າຍ, ປະຊາຊົນ ຮູ້ກໍດີ ກໍຍິນ ແຕ່ເວົ້າແນວນັ້ນ ເຂົາມີຄວາມເຫັນຊື່ໆ ຈະເປິດເຜີຍ ເທົ່ານັ້ນຊື່ໆ ແຕ່ວ່າ ໂອກາດ ບໍ່ທັນເໝາະ ເປິດເຜີຍແທ້ ກໍຍັງບໍ່ຮູ້."
ອະດີດ ເຈົ້າໜ້າທີ່ ແຂວງຫົວພັນ ທ່ານນີ້ ກ່າວຕໍ່ໄປວ່າ ທີ່ຜ່ານມາ ການວາງແນວທາງ ຫຼຸດຜ່ອນ ການສໍ້ຣາສບັງຫຼວງ ຂອງຣັຖບານ ກໍ ຖືວ່າ ເປັນແບບແຜນທີ່ດີ ແລະ ໄດ້ບັງຄັບໃຊ້ ຕ້ານການສໍ້ຣາສບັງຫຼວງ ແຕ່ເຈົ້າໜ້າທີ່ຫຼາຍຄົນ ບໍ່ປະຕິບັດຕາມ, ຮ້າຍໄປກວ່ານັ້ນ ຍັງຫາ ວິທີ ເອົາເງິນ ເຂົ້າໂຕເອງ ໃນຮູບແບບຕ່າງໆ ເປັນຕົ້ນ ການຮັບສິນບົນ ຫຼື ໃຊ້ອໍານາດ ຂູດຮີດ ເອົາເງິນ ຈາກປະຊາຊົນ.
ກ່ຽວກັບ ເຣື້ອງນີ້ ປະຊາຊົນ ໃນນະຄອນຫູວງວຽງຈັນ ທ່ານນຶ່ງ ກໍເວົ້າວ່າ ຕົນຢາກຮຽກຮ້ອງ ໃຫ້ບັນດາ ເຈົ້າໜ້າທີ່ຣັຖ ທຸກຄົນ ເຫັນປໂຍດ ສ່ວນລວມ ຂອງປະເທດຊາຕ ຫຼາຍກວ່າ ປໂຍດສ່ວນໂຕ, ພ້ອມທັງ ຢາກໃຫ້ ຣັຖບານລາວ ເຂັ້ມງວດ ປາມປາມ ການສໍ້ຣາສບັງຫຼວງ ຫຼາຍຂຶ້ນ ໂດຍສເພາະ ໃນບັນດາ ເຈົ້າໜ້າທີ່ ຂັ້ນສູງກ່ອນ:
“ພວກເພີ່ນນີ້ ກໍຕ້ອງເຫັນແກ່ປໂຍດບ້ານເມືອງ ຫຼາຍກວ່າ ຈະເຫັນປໂຍດໂຕເອງ ຫັ້ນນະ ປະຕິບັດໜ້າທີ່ ແນວບໍ່ຖືກເຮົາກໍຕ້ອງ ໄດ້ໃຊ້ ມາຕການ ກັບເຈົ້າໜ້າທີ່ ຄົນນັ້ນ ໂຕນີ້ ມັນກໍຈາກຂັ້ນສູງ ກ່ອນເນາະ ຕ້ອງແມ່ນ ຜູ້ທີ່ມີຫາງສຽງ ມາປົດໂຕ ເອງກ່ອນ ຈິ່ງໄປປົດ ຂັ້ນຕໍ່າ.”
ເມື່ອບໍ່ດົນມານີ້, ທ່ານບຸນທອງ ຈິດມະນີ, ຮອງນາຍຍົກຣັຖມົນຕຣີ ແລະ ປະທານອົງການ ກວດກາຣັຖບານ ແລະ ຫົວໜ້າອົງການ ຕ້ານການ ສໍ້ຣາສບັງຫຼວງ ຂັ້ນສູນກາງ, ຢືນຢັນວ່າ ຄນະກັມມະການ ກົມການເມືອງ ສູນກາງ ພັກປະຊາຊົນປະຕິວັດລາວ ໄດ້ມີມະຕິຕົກລົງ ແລະ ມອບໝາຍ ໃຫ້ອົງການ ກວດກາພັກ-ຣັຖ ຮັບຜິດຊອບ ໃນການພິຈາຣະນາ ກ່ຽວກັບ ການເຜີຍແຜ່ ການສໍ້ຣາສບັງຫລວງ ຂອງບັນດາ ພະນັກງານ ພັກ-ຣັຖ ໃຫ້ປະຊາຊົນ ຮັບຮູ້ ຢ່າງກວ້າງຂວາງ ຜ່ານສື່ມວນຊົນ, ຍົກເວັ້ນບາງຄະດີ ທີ່ສົ່ງຜົນ ຕໍ່ຄວາມໝັ້ນຄົງ ຂອງຊາຕ, ຊຶ່ງອົງການ ກວດກາຣັຖບານ ໄດ້ກວດພົບ ໂຄງການ ນອກແຜນການ ຂອງຣັຖບານ ໃນສົກປີ 2017 ຈໍານວນ 285 ໂຄງການ ມີມູນຄ່າ ຫຼາຍກວ່າ 4,483 ຕື້ກີບ.