ຊື່ຄນະສູນກາງພັກຈະອອກ ມາແລ້ວ

ອະວາຣີ
2016.01.20
F-Viet-Lao ວຽດນາມຍິນດີນໍາ ກອງປະຊຸມໃຫຽ່ ຄັ້ງທີ່ 10 ຂອງພັກ ປະຊາຊົນ ປະຕິວັດລາວ (ຮູປນີ້ໄດ້ມາຈາກ Vietnam news Website)
Courtesy of Vietnam news

ກອງປະຊຸມໃຫຽ່ ຄັ້ງທີ 10 ຂອງພັກ ປະຊາຊົນ ປະຕິວັດລາວ ຈະເລືອກເອົາ ຄນະ ກັມມະການ ສູນກາງພັກ ໃນ ວັນທີ 21 ມົກກະຣາ ນີ້, ຈາກນັ້ນ ຈະມີການ ປະກາດ ຊື່ ເລຂາທິການໃຫຽ່ ໃນ ກອງປະຊຸມ ມື້ສຸດທ້າຍ. ເຈົ້າຫນ້າທີ່ ຫ້ອງວ່າການ ສູນກາງພັກ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 20 ມົກກະຣາ ນີ້ຕື່ມວ່າ:

“ຂະເຈົ້າເລືອກ ຄນະ ກັມມະການ ສູນກາງ ວັນທີ 21 ເນາະ, ຂະເຈົ້າເລືອກ ກັມມະການ ສູນກາງແລ້ວ ວັນທີ 22 ມື້ສຸດທ້າຍ ຫັ້ນ ກໍ ຈະປະກາດ ສຳຫຼັບ ເລຂາທິການ ໃຫຽ່”.

ເຈົ້າຫນ້າທີ່ ທ່ານນີ້ ກ່າວຕື່ມວ່າ ກອງປະຊຸມ ໃຫຽ່ ຂອງພັກ ໄດ້ຮັບຮອງເອົາ ຮ່າງກົດຣະບຽບ ຂອງພັກ ສະບັບ ປັບປຸງໃໝ່ ແລ້ວ ແຕ່ບໍ່ທັນ ເປີດເຜີຍ ຣາຍລະອຽດ. ຢ່າງໃດ ກໍຕາມ ທ່ານຄາດວ່າ ຈະບໍ່ມີການ ກຳນົດ ຂອບເຂດ ອາຍຸ ຂອງ ຜູ້ດຳຣົງ ຕຳແຫນ່ງ ທີ່ສຳຄັນ ສຳຄັນ ຂອງພັກ. ດັ່ງ ທ່ານກ່າວ ອີກຕອນນຶ່ງວ່າ:

“ອັນນີ້ ຂະເຈົ້າ ຈະບໍ່ໄດ້ ກຳນົດ ຜູ້ທີ່ມີ ຕຳແຫນ່ງສຳຄັນ ເພິ່ນບໍ່ໄດ້ ກຳນົດ ຢູ່ໃນນັ້ນເນາະ ແຕ່ວ່າຮ່າງ ກົດຣະບຽບ ຕົວນີ້ ກໍຜ່ານ ຄັ້ງສຸດທ້າຍ ແລ້ວ, ປັຈຈຸບັນ ເພິ່ນບໍ່ທັນ ແຈ້ງເທື່ອວ່າ ໄດ້ປັບປຸງ ບ່ອນໃດແດ ກໍຈະໄດ້ ຮູ້ໄວໆ ນີ້ລະ”.

ຜ່ານມາ ກົດຣະບຽບ ຂອງພັກ ປະຊາຊົນ ປະຕິວັດລາວ ກໍບໍ່ໄດ້ ກຳນົດ ຂອບເຂດ ອາຍຸ ຂອງຜູ້ດຳຣົງ ຕຳແຫນ່ງສູງ ເປັນຕົ້ນ ອາຍຸ ຂອງ ເລຂາທິການໃຫຽ່. ທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຽ່ ແລະ ປະທານ ປະເທດ ຄົນ ປັຈຈຸບັນ ອາຍຸ 79 ປີ ດຳຣົງ ຕຳແຫນ່ງນີ້ ມາແລ້ວ 2 ສະໄຫມ ຈົນເຖິງ ປັດຈຸບັນ ຍັງບໍ່ມີໃຜ ຮູ້ແນ່ນອນ ວ່າ ທ່ານ ຍັງຈະດຳຣົງ ຕຳແຫນ່ງນີ້ ອີກສມັຍນຶ່ງ ຫລືບໍ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.