ພາຍຫລັງ ທີ່ພັກປະຊາຊົນ ປະຕິວັດລາວ ໄດ້ດໍາເນີນ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງຕົນ 5 ມື້ ແຕ່ວັນທີ 18 ຫາ ວັນທີ 22 ມົກກະຣາ ປີກາຍ, ກົມການເມືອງ ສູນກາງພັກ ກໍໄດ້ມີຄໍາສັ່ງເລກທີ 1 ວັນທີ 1 ກຸມພາ 2017 ໃຫ້ທຸກພາກສ່ວນຂອງພັກ ດໍາເນີນຊີວິດ ການເມືອງ ເພື່ອປັບປຸງ ປົວແປງທົ່ວພັກ ປະຈໍາປີ 2017 ແລະ ມື້ຕໍ່ມາ ກໍສັ່ງໃຫ້ ປະຕິບັດ ຕາມແຜນການ ຂອງຄນະ ຮັບຜິດຊອບ ວຽກງານ ດັ່ງກ່າວ ໂດຍມີ ທ່ານ ພັນຄໍາ ວິພາວັນ ກັມການ ກົມການເມືອງ, ຜູ້ປະຈໍາການ ຄນະ ເລຂາທິການ ສູນກາງພັກ ເປັນຫົວໜ້າ ແລະ ມາເຖິງວັນທີ 16 ພຶສພາ ທີ່ຜ່ານມານີ້ ຄນະດັ່ງກ່າວ ກໍໃຫ້ຄໍາ ແນະນໍາ ກ່ຽວກັບ ການປະຕິບັດ ວຽກງານນັ້ນ ຕື່ມອີກ ຍ້ອນຜູ້ນໍາພັກ ຖືວ່າ ວຽກງານນີ້ ມີຄວາມສໍາຄັນຍິ່ງ, ຄ້າຍສັງຄົມນິຍົມ ພັງທະລາຍ ອັນສໍາຄັນ ກວ່າໝູ່ ກໍເປັນຍ້ອນ ລະເຫລີງ ບັນຫາການເມືອງ ແນວຄິດນັ້ນເອງ. ສິ່ງ ດັ່ງກ່າວ ສະແດງອອກ ຢູ່ໃນຄໍາເວົ້າ ຂອງ ສະມາຊິກພັກ ປະຊາຊົນ ປະຕິວັດລາວ ຜູ້ຂໍສງວນຊື່ ຕໍ່ວິທຍຸ ເອເຊັຍເສຣີ ວ່າ: ສຽງ--
ເພື່ອເປັນການປະຕິບັດຄໍາສັ່ງ ຂອງ ກົມການເມືອງ ສູນກາງພັກ ຄນະພັກ ທຸກກະຊວງ ແລະອົງການ ທຽບເທົ່າ ກະຊວງ ແລະຄນະພັກ ແຂວງທຸກແຂວງ ຕ້ອງໄດ້ເປີດ ບັ້ນດຳເນີນຊີວິດ ການເມືອງຂອງຕົນ ເພື່ອປັບປຸງ ປົວແປງພັກ ໂດຍທີ່ໃຫ້ ສະມາຊິກພັກ ທຸກຄົນຕ້ອງ ໄດ້ຂຽນ ໃບສຳIວດ ໂຕເອງ ຕຳນິຕິຊົມ ໂຕເອງ ຕິຊົມ ຊຶ່ງກັນແລະກັນ ໃຫ້ຄນະນໍາພັກ ກໍາໄດ້ ເພື່ອຫວັງຂຍາຍ ບົດບາດ ການນຳພາ ຂອງພັກ ໃນຂນະທີ່ ສປປລາວ ຜະເຊີນກັບ ວິກິດການ ຫຼາຍດ້ານ ເປັນຕົ້ນ ການຂັດແຍ່ງ ພາຍໃນພັກ, ງົບປະມານ ຂາດເຂີນ, ການ ລົງທຶນໜ້ອຍ, ເງິນບໍ່ພຽງພໍ ແລະເງິນເດືອນ ພະນັກງານ ຣັຖກອນ ກໍຍັງ ປະຕິບັດ ບໍ່ໄດ້ ຕາມກໍານົດ ເວລາ, ການໃຊ້ສິດ ໃຊ້ອໍານາດ ຂອງ ພັກແລະຣັຖ ເກີນຂອບເຂດ ຣະບຽບ ກົດໝາຍ, ການສໍ້ຣາສ ບັງຫຼວງ ແພ່ຫຼາຍ, ບັນຫາ ຢາເສບຕິດ ຂຍາຍກວ້າງ ແລະ ມີຢູ່ທຸກແຫ່ງ ທີ່ບໍ່ສາມາດ ແກ້ໄຂໄດ້, ສິດທິມະນຸດ ຂອງ ປະຊາຊົນລາວ ຖືກລ່ວງລະເມີດ ຢ່າງຮຸນແຮງ ຊຶ່ງສ່ວນນຶ່ງ ສະແດງອອກ ຢູ່ໃນຄໍາເວົ້າ ຂອງທ່ານ ຟຽວ ໂຣເບິດເຊິນ ຮອງ ຜູ້ອຳນວຍການ ອົງການ ສິດທິມະນຸດ ປະຈຳເຂດ ເອເຊັຍ ທີ່ມີສູນກາງ ຢູ່ນະຄອນ ນິວຢັອກ ສະຫະຣັຖ ອະເມຣິກາ ໃຫ້ສໍາພາດ ວິທຍຸເອເຊັຍ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ ໃນມື້ວັນທີ 14 ມີຖຸນາ ນີ້ວ່າ: ສຽງ--
ເຖິງຢ່າງໃດກໍຕາມ ໃນຣະຍະ ບັ້ນດຳເນີນຊີວິດ ການເມືອງຊຸດນີ້ ສະມາຊິກພັກແຕ່ລະຄົນ ຈະຕ້ອງເຊື່ອມຊຶມຄຳສັ່ງ ຂອງກົມການເມືອງ ສູນກາງພັກ ວ່າດ້ວຍ ການດຳເນີນ ຊີວິດ ການເມືອງ ປັບປຸງ ປົວແປງ ທົ່ວພັກ ປີ 2017 ເພື່ອຫວັງໃຫ້ ພັກ ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ ແລະ ທັງມີການສຳຣວດ ກວດກາ ຕຳນິ ສົ່ງຂ່າວລວມ ແລະ ບຸກຄົນ ທັງດ້ານອ່ອນ ແລະ ຂໍ້ຄົງຄ້າງ, ທາບທາມ ຄວາມເຊື່ອ ໝັ້ນ ແລະ ການໄວ້ວາງໃຈ ຄນະພັກກະຊວງ, ຄນະພັກແຂວງ ຄນະໜ່ວຍພັກ ແລະຮາກຖານ ພັກ ແລະໃຫ້ ລົງຄະແນນສຽງ ກ່ຽວກັບ ຄວາມເຊື່ອໝັ້ນ, ການໄວ້ວາງໃຈ ຄນະ ບໍຣິຫານງານ ສູນກາງ ພັກສະໄໝ ທີ 10 ທີ່ກໍາ ແລະຜູກຂາດ ອໍານາດ ຢູ່ ສປປລາວ ໃນປັດຈຸບັນ. ການດໍາເນີນ ຊີວິດ ການເມືອງ ຂອງພັກ ຢູ່ໃນຂນະນີ້ ອັນສໍາຄັນ ແມ່ນ ທຸກການ ຈັດຕັ້ງ ຂອງພັກ ຕ້ອງໄດ້ເຮັດ ດັ່ງທີ່ ສະມາຊິກພັກ ເວົ້າຕອນ ນຶ່ງວ່າ: ສຽງ---
ສໍາລັບ ກະຊວງພາຍໃນ ແມ່ນເປີດບັ້ນ ດໍາເນີນການເມືອງ ຂອງຕົນ ແຕ່ມື້ວັນທີ 12 ຫາວັນທີ 19 ມິຖຸນາ 2017 ນີ້ ໂດຍມີ ທ່ານ ບຸນທອງ ຈິດມະນີ ກໍາມະການ ກົມການເມືອງ ສູນກາງພັກ ປະທານ ຄນະກວດກາ ສູນກາງພັກ ແລະທ່ານ ຄໍາໝັ້ນ ສູນວິເລີດ ເລຂາຄນະພັກ, ຣັຖມົນຕຣີ ກະຊວງດັ່ງກ່າວ ເປັນປະທານຮ່ວມ. ໃນນັ້ນ ທ່ານ ບຸນທອງ ກ່າວຕອນນຶ່ງວ່າ ຂແນງພາຍໃນ ຕ້ອງເອົາໃຈໃສ່ ຕໍ່ວຽກງານ ທີ່ມີລັກສນະ ລະອຽດອ່ອນ, ຫຼໍ່ແຫຼມ ທີ່ອາຈມີ ຜົລກະທົບ ຕໍ່ຄວາມສງົບ ແລະ ຄວາມເປັນຣະບຽບ ຮຽບຮ້ອຍ ໃນສັງຄົມ.
ກະຊວງປ້ອງກັນ ຄວາມສງົບ ຊຶ່ງແມ່ນ ພົນຈັດຕະວາ ສົມແກ້ວ ສີລາວົງ ເລຂາທິການສູນກາງພັກ ເປັນຣັຖມົນຕຣີ ກໍຈັດກອງ ປະຊຸມຂຶ້ນ ໃນມື້ວັນທີ 5 ມິຖຸນາ ໂດຍມີ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄນະບໍຣິຫານງານ ສູນກາງພັກ ເຂົ້າຮ່ວມ ຊຶ່ງທ່ານໄດ້ກ່າວ ຕອນນຶ່ງວ່າ: ຕ້ອງເປັນການປຸກລະດົມ ຢ່າງແຂງແຮງ ມານະຈິດ ປະຕິວັດ ບຸກບືນ ທີ່ແທ້ຈິງຄື: ຍອມຮັບຈຸດອ່ອນ ແລະ ຂໍ້ພິດພາດ, ຮູ້ຄວາມຜິດ ຕ້ອງແກ້ໄຂ, ຮູ້ຈຸດອ່ອນ ຕ້ອງປ່ຽນແປງ, ຮູ້ວ່າຕົນເອງ ຍັງດ້ອຍ ຕ້ອງຊອກຮູ້ ຮໍ່າຮຽນ ກະຊວງ ສຶກສາທິການ ແລະກິລາ ທີ່ ຍານາງ ແສງເດືອນ ຫຼ້າຈັນທະບູນ ກຳມະການ ສູນກາງພັກ ເລຂາຄນະພັກ ເປັນຣັຖມົນຕຣີ ກໍດຳເນີນ ຊີວິດການເມືອງ ເມື່ອວັນທີ 8 ມິຖຸນາ ນີ້ ໂດຍມີ ທ່ານ ພັນຄຳ ວິພາວັນ ຫົວໜ້າ ຄນະຮັບຜິດຊອບ ດຳເນີນ ຊີວິດການເມືອງ ທົ່ວພັກ ປີ 2017 ເຂົ້າຮ່ວມ.
ໃນໂອກາດເຂົ້າຮ່ວມກອງປະຊຸມ, ທ່ານ ພັນຄຳ ເວົ້າບາງຕອນວ່າ... ການດຳເນີນ ຊີວິດການເມືອງ ຄັ້ງນີ້ ແມ່ນຄວາມຈຳເປັນ ພາວະວິໃສ ແລະຄວາມຮຽກຮ້ອງ ຕ້ອງການ ອັນຮີບດ່ວນ ເພື່ອປັບປຸງ, ເຊີດຊູສະຕິ ຄວາມຮັບຜິດຊອບ ແລະ ເພື່ອຮັກສາ ບົດບາດ ຄວາມສາມາດ ໃນການນຳພາ ຂອງພັກ, ຄວາມສັກສິດ ຂອງ ອຳນາດຣັຖ, ຄວາມເປັນ ແບບຢ່າງນຳໜ້າ ຂອງຄນະພັກ ແຕ່ລະຂັ້ນ ແລະ ສະມາຊິກພັກ ໃນການເຄົາລົບ ແລະປະຕິບັດ ຕາມກົດລະບຽບ ຂອງພັກ ແລະ ກົດໝາຍ ຂອງຣັຖໄດ້ ຢ່າງເຂັ້ມງວດ ແລະເດັດຂາດ... ບັນຫາ ທີ່ຄວນເອົາໃຈໃສ່... ຕ້ອງຕ້ານ ທັສນະ ການໂຄ່ນລົ້ມ ໂຈມຕີກັນ, ມີອະຄະຕິ ຕໍ່ກັນແລະກັນ, ບໍ່ໃຫ້ເອົາ ການຕຳນິ ສົ່ງຂ່າວ ຊຶ່ງກັນແລະກັນ ມາເປັນການ ສ້າງຄວາມແບ່ງແຍກ ແຕກຄວາມ ສາມັກຄີ ພາຍໃນ, ຜູ້ສົ່ງຂ່າວ ຕຳນິຕິຊົມ ກໍຕ້ອງເອົາ ຄວາມຈິງ ມາວ່າກັນ, ຜູ້ຖືກສົ່ງຂ່າວ ກໍຕ້ອງຮັບເອົາ ດ້ວຍຄວາມຈິງໃຈ, ອັນໃດທີ່ ເປັນຈຸດອ່ອນ ທີ່ມີຄວາມຈິງ ຕ້ອງກ້າ ຕັດສິນໃຈ ປ່ຽນແປງ, ອັນໃດ ເປັນຫາງສຽງ ກໍໃຫ້ຮັບເອົາ ເປັນບົດຮຽນ ແລະບໍ່ໃຫ້ ມັນເກີດຂຶ້ນ ຄືຫາງສຽງອີກ. ທ່ານກ່າວວ່າ ເວົ້າລວມແລ້ວ ການດຳເນີນ ຊີວິດການເມືອງ ຄັ້ງນີ້ ບໍ່ໃຫ້ເຮັດ ຄືເກົ່າ ຜ່ານມາ ທີ່ເຮັດ ຕາມເປັນຕາມເກີດ, ເຮັດເພື່ອໃຫ້ ແລ້ວຕາມແຜນ ເທົ່ານັ້ນ.
ນອກຈາກ ກະຊວງຕ່າງໆ ທີ່ວ່າມານີ້ແລ້ວ ກໍຍັງມີ ອີກຫລາຍກະຊວງ ແລະອົງການທຽບເທົ່າ ກະຊວງ ແລະແຂວງ ຮວມທັງ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ, ກະຊວງການເງິນ, ກະຊວງ ກະສິກໍາ ແລະປ່າໄມ້, ກະຊວງ ອຸດສາຫະກັມ ແລະ ການຄ້າ, ອົງການ ອັຍການ ປະຊາຊົນ ສູງສຸດ, ແຂວງໄຊຍະບູລີ ຂນະທີ່ ກົມການເມືອງ ສູນກາງພັກ ໃຫ້ກະຊວງ ແຜນການ ແລະ ການລົງທຶນ ຕ້ອງກ້າເບິ່ງ ຄວາມຈິງ, ຈຸດອ່ອນ, ຂໍ້ບົກຜ່ອງ ແລະ ສິ່ງທ້າທາຍ ທົດສອບ ທີ່ເປັນ ອັນຕະລາຍ ຕໍ່ຄນະພັກ, ແລະ ຄນະນໍາ.... ເປັນຕົ້ນ ຕ້ອງກ້າເບິ່ງ ຄວາມຈິງ... ພາຍາດອາຍສິດ, ເອກກະຊົນ, ສໍ້ຣາດບັງຫຼວງ, ຝ່າຝືນ ລ່ວງລະເມີດ ຣະບຽບກົດໝາຍ... ແລະທັງວ່າ ເປັນແບບຢ່າງ ຕ້ານປະກົດການ ຫຍໍ້ທໍ້.
ບັ້ນດໍາເນີນຊີວິດ ການເມືອງ ຂອງພັກ ປະຊາຊົນ ປະຕິວັດລາວ ຄັ້ງນີ້ ຜູ້ນໍາພັກ ຫວັງວ່າ ຈະປັບປຸງ ປົວແປງພັກ ຂອງຕົນ ໃຫ້ສາມາດ ແກ້ໄຂບັນຫາ ຕ່າງໆ ທີ່ເກີດຂຶ້ນ ພາຍໃນພັກ ແລະ ຢູ່ໃນສັງຄົມລາວ ຊຶ່ງ ສະມາຊິກພັກ ທ່ານດຽວ ກັນນີ້ ເວົ້າວ່າ: ສຽງ..
ການທີ່ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ເປີດບັ້ນດໍາເນີນຊີວິດ ການເມືອງຄັ້ງນີ້ ຜູ້ນໍາພັກຖືວ່າ ເປັນວຽກງານ ທີ່ເປັນຕາຍ, ເປັນວຽກງານ ທີ່ມີລັກສນະ ຍຸທສາດ ແລະ ທັງເປັນໜ້າທີ່ ອັນຮີບດ່ວນ ໃນປັດຈຸບັນ ແລະ ໃນຊຸມປີ ຕໍ່ໄປ ເພື່ອເຮັດໃຫ້ ພັກຂອງຕົນ ເຂັ້ມແຂງ ແລະ ໜັກແໜ້ນ ທາງດ້ານ ການເມືອງ-ແນວຄິດ ຊຶ່ງ ຫລາຍຄົນ ເວົ້າວ່າ ຢູ່ພາຍໃນພັກ ມີຄວາມຂັດແຍ່ງ ແຕກແຍກກັນ ໜັກຂຶ້ນ, ປະຊາຊົນ ຂາດຄວາມເຊື່ອໝັ້ນ ຕໍ່ການນໍາພາ ຂອງພັກ ແລະ ການທີ່ວ່າ ຈະພັທນາ ສປປລາວ ໄປສູ່ຈຸດໝາຍ ສັງຄົມນິຍົມ ນັ້ນ ກໍວ່າ ອາຈເປັນໄປ ບໍ່ໄດ້.