ສະພາວ່າ ຣັຖ ຕ້ອງເຄັ່ງຄັດ ເຣື່ອງ ສານເຄມີ

ອຸ່ນແກ້ວ ສຸກສະຫວັນ
2016.11.02
f-chemical ຕົວຢ່າງນຶ່ງ ຂອງປະເພດ ສານເຄມີ ທີ່ນໍາມາໃຊ້ ໃນການ ກະສິກັມ ຢູ່ ສປປລາວ
RFA/NY

ສະມາຊິກ ສະພາ ແຫ່ງຊາດ ໄດ້ຮຽກຮ້ອງ ໃຫ້ຣັຖບານ ເຂັ້ມງວດ ຕໍ່ການໃຊ້ ສານເຄມີ ໃນ ທົ່ວປະເທດ ໃນຂນະທີ່ ນາຍົກ ຣັຖມົນຕຣີ ກໍໄດ້ມອບໝາຍ ໃຫ້ແຕ່ລະແຂວງ ເນັ້ນໜັກ ສະກັດກັ້ນ ການນຳເຂົ້າ ສານເຄມີ ທີ່ຕ້ອງຫ້າມ. ທ່ານ ທອງຈັນ ມະນີໄຊ ສະມາຊິກ ສະພາ ແຫ່ງຊາດ ປະຈຳ ແຂວງ ຫຼວງພຣະບາງ ໄດ້ສະແດງ ຄວາມກັງວົນ ຕໍ່ການໃຊ້ ສານເຄມີ ຢູ່ ບໍ່ຄຳພູເບັ້ຍ ແຂວງ ໄຊສົມບູນ ທີ່ ໄຫລລົງສູ່ ແມ່ນ້ຳ ເຮັດໃຫ້ ແຫຼ່ງນ້ຳ ທັມມະຊາດ ເປື້ອນເປິ ຍ້ອນ ສານເຄມີ ຫຼາຍລ້ານ ແມັດກ້ອນ.

ນອກຈາກນີ້ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຼີ ກໍໄດ້ຕອບ ຄຳຖາມ ກ່ຽວກັບ ການໃຊ້ ສານເຄມີ ວ່າ, ທາງ ຣັຖບານ ໄດ້ປະສານ ສົມທົບກັບ ບັນດາ ແຂວງ ທີ່ມີການໃຊ້ ສານເຄມີ ຕ້ອງຫ້າມ ໃຫ້ ພຍາຍາມ ປ້ອງກັນ ແລະ ສະກັດກັ້ນ ການນຳເຂົ້າ ປະເພດ ສານເຄມີ ຕ່າງໆ ລວມທັງ ສານເຄມີ ຕ້ອງຫ້າມ ຢ່າງສຸດ ຄວາມສາມາດ ແລະຈະມີ ມາຕການ ສັ່ງຢຸດ ຫົວໜ່ວຍ ທຸຣະກິຈ ທີ່ບໍ່ເຮັດ ຕາມຣະບຽບ ຂອງທາງການ ລາວ.

ໃນເວລາດຽວກັນ ເຈົ້າໜ້າທີ່ ວິຊາການ ຂັ້ນແຂວງ ຜູ້ທີ່ເຮັດວຽກ ຄວບຄຸມ ສານເຄມີ ກໍເຫັນດີ ກັບສິ່ງທີ່ ສະມາຊິກ ສະພາ ແຫ່ງຊາດ ຍົກຂຶ້ນມາ ອະພິປາຍ ຢູ່ ກອງປະຊຸມ ສະພາ ແລະ ເຫັນດີກັບ ມາດຕະການ ຂອງຣັຖບານ ໃນການຕ້ານ ແລະ ຄວບຄຸມ ການໃຊ້ ສານເຄມີ ຊຶ່ງ ຈະສາມາດໃຊ້ ເປັນບ່ອນອີງ ໃນເວລາ ປະຕິບັດ ວຽກງານ ຢູ່ ພາກສະໜາມ. ດັ່ງ ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫຼວງພຣະບາງ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ເພິ່ນເວົ້າເລື້ອງຫັ້ນ ກະຖືວ່າ ດີມີທິດທາງ ແນວນັ້ນ ກະຖືວ່າ ເປັນການ ມີບ່ອນອີງ ໃຫ້ພວກເຮົາ ຈັດຕັ້ງ ປະຕິບັດ ຫັ້ນແລ້ວ ຕົກລົງກັນ ແລ້ວ ກະຊິໄດ້ ຜັນຂະຫຍາຍ ເນື້ອໃນ ຈິດໃຈ ເພິ່ນຫັ້ນແລ້ວ ເນາະ ເປັນບ່ອນອີງ ໃຫ້ ເຈົ້າໜ້າທີ່ ພວກເຮົາ ເຮັດວຽກ ຫຼາຍຂຶ້ນ".

ການໃຊ້ ສານເຄມີ ທີ່ຕ້ອງຫ້າມ ມີຢ່າງແຜ່ຫຼາຍ ຢູ່ ປະເທດລາວ ໂດຍສະເພາະ ໃນການ ຂຸດຄົ້ນ ບໍ່ແຮ່ທາດ ຕ່າງໆ ແລະ ຢູ່ໃນ ສວນກ້ວຍ ຂອງ ນັກລົງທຶນ ຈີນ ແລະ ປູກ ຢາງພາລາ ຂອງ ວຽດນາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.