ໂຮງຮຽນເອກຊົນຂຶ້ນຄ່າຮຽນ
ພໍ່ແມ່ ຜູ້ປົກຄອງ ນັກຮຽນ ໃນ ນະຄອນຫຼວງ ວຽງຈັນ ຈົ່ມວ່າ ຄ່າຮຽນ ໃນສົກ ຮຽນໃໝ່ ປີນີ້ ສູງຂຶ້ນ ກວ່າ ປີກາຍ ຫຼາຍ.
-
ຈໍາປາທອງ
2015-08-31 -
-
-
Your browser doesn’t support HTML5 audio
ໃນ ສົກປີ ການສຶກສາ ໃໝ່, ວັນທີ 1 ກັນຍາ 2015 ນີ້ ພໍ່ແມ່ ຜູ້ ປົກຄອງ ນັກຮຽນ ໃນ ນະຄອນຫຼວງ ວຽງຈັນ, ທີ່ ສົ່ງ ລູກຫຼານ ເຂົ້າ ຮຽນ ຢູ່ ໂຮງຮຽນ ເອກກະຊົນ ພາກັນ ຈົ່ມວ່າ, ຄ່າຮຽນ ໃນປີນີ້ ແພງຂຶ້ນ ກວ່າປີ ກາຍ ຫຼາຍ, ແລະ ຄ່າປື້ມ ຄ່າສໍ ຄ່າອາຫານ ທ່ຽງ ກໍ ແພງຂຶ້ນ ເຊັ່ນກັນ. ດັ່ງ ຜູ້ປົກຄອງ ທ່ານນຶ່ງ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 28 ສິງຫາ 2015 ນີ້ວ່າ:
"ປີກາຍນີ້ ແສນແປດ ຕໍ່ເດືອນ, ປີນີ້ ສອງແສນຫ້າ ຕໍ່ເດືອນ, ຄ່າຮຽນ ຊື່ໆ ໄດ໋ຫັ້ນ, ບໍ່ໄດ້ລວມ ຄ່າກິນເຂົ້າ. ຈັ່ງວ່າເຂົາ ກະບໍ່ໄດ້ ເວົ້າຫຍັງ ໄດ໋ລ່ະ ມີແຕ່ວ່າ ຂຶ້ນກ່ອນ ປີກາຍນີ້ ລະກະແລ້ວ, ຍັງຄ່າຮຽນ ເພີ້ມ ຍັງບໍ່ໄດ້ ຈ່າຍ, ຈັກເຂົາຊິວ່າ ທໍ່ໃດ, ຍັງຄ່າ ກິນເຂົ້າອີກ".
ທ່ານ ເວົ້າຕື່ມວ່າ ຕົກມາຮອດ ສົກຮຽນ ປີ 2015-16 ນີ້, ເຫັນວ່າ ໂຮງຮຽນ ເອກກະຊົນ ຫຼາຍ ແຫ່ງ ພາກັນ ປັບຄ່າຮຽນ ໃຫ້ສູງຂຶ້ນ, ໃນຂນະ ທີ່ ສະພາບ ເສຖກິຈ ກໍ ບໍ່ຄ່ອຍດີ ແລະ ຄ່າຄອງຊີບ ກໍສູງ ຂຶ້ນຢູ່ນີ້. ດັ່ງນັ້ນ ຜູ້ປົກຄອງ ຈຶ່ງຢາກ ຮຽກຮ້ອງ ໃຫ້ ພາກສ່ວນ ກ່ຽວຂ້ອງ ຕິດຕາມ ເບິ່ງວ່າ ຄ່າຮຽນ ຂອງ ໂຮງຮຽນ ເອກກະຊົນ ນັ້ນ ສົມເຫດ ສົມຜົນ ຫຼືບໍ່.
ກ່ຽວກັບ ເຣຶ່ອງນີ້ ທາງ ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຫາ ກົມການ ສຶກສາ ພາກ ເອກກະຊົນ, ກະຊວງ ສຶກສາ ທິການ ແລະ ກິລາ ເມື່ອ ຕອນບ່າຍ ຂອງ ວັນທີ 28 ສິງຫາ, ເພື່ອຂໍຮູ້ ຣາຍລະອຽດ ເພິ່ມຕື່ມ, ເຈົ້າໜ້າທີ່ ກໍ ເວົ້າວ່າ:
"ເພິ່ນ ກະຄົ້ນຄວ້າ ກັນຢູ່ ເຣື້ອງບັນຫາ ໂຕນີ້ນ່າ, ແຕ່ກະຍັງ ຢູ່ໃນການ ຄົ້ນຄວ້າຢູ່, ຊິກຳນົດ ແນວໃດ ໃຫ້ເຂົາ ເກັບຄ່າຮ່ຳ ຄ່າຮຽນ. ທີ່ຜ່ານມາ ເຮົາກະບໍ່ໄດ້ ກຳນົດດອກ, ແຕ່ວ່າ ເວົ້າເຣື້ອງ ຄວາມ ສາມາດ ຂອງ ຜູ້ ໃດ ຮຽນໄດ້ ກະຮຽນ ເນາະ, ຜູ້ໃດຮຽນ ບໍ່ໄດ້ ກະບໍ່ຮຽນ, ແຕ່ເກົ່າ. ຕໍ່ໄປ ເພິ່ນກະ ຊິ ກຳນົດ ຫັ້ນນ່າ, ແຕ່ວ່າ ເອກກະສອກ ເອກກະສານ ຫຍັງເພິ່ນ ກະຍັງບໍ່ທັນ ມີດອກ ເພິ່ນຍັງ ຄົ້ນຄວ້າ ຢູ່ຫັ້ນນ່າ. ເພິ່ນຍັງ ພິຈາຣະນາ ຢູ່ ກະຊິວ່າ ຊິ ໃຫ້ເຣີ້ມ ປີນີ້ ແຫຼະ, ແຕ່ກະຍັງ ບໍ່ທັນໄດ້ ສຳເຣັດ ຫັ້ນນ່າ ເພິ່ນກະຊິ ພຍາຍາມ ໃຫ້ມັນແລ້ວ ໄວທີ່ສຸດ ຫັ້ນແຫຼະ".
ປະຈຸບັນ, ພໍ່ແມ່ ຜູ້ປົກຄອງ ຫຼາຍຄົນ ໃນ ນະຄອນຫຼວງ ວຽງຈັນ ນິຍົມ ເອົາ ລູກຫຼານ ໄປເຂົ້າ ໂຮງຮຽນ ເອກກະຊົນ ຍ້ອນ ຄິດວ່າ ຄຣູ ອາຈານ ສິດສອນ ດີ, ເຖິງຈະມີ ຄ່າໃຊ້ຈ່າຍ ສູງແດ່ ກໍ່ຍອມ.