ຄຳສັ່ງ ຈົດທະບຽນ ຄົນງານຕ່າງດ້າວ

ສິດນີ
2017.07.06
f-thongloun ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ສປປລາວ
Screen captured

ທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີລາວ, ໄດ້ອອກຄຳສັ່ງ ສບັບເລກທີ 62/ນຍ ໃຫ້ທຸກຂແນງການ ເປັນຕົ້ນ ກະຊວງແຮງງານ ແລະ ສວັດດີການສັງຄົມ ແລະ ກະຊວງປ້ອງກັນຄວາມສງົບ ຈົດທະບຽນຄົນງານຕ່າງດ້າວ ທີ່ຜິດກົດຫມາຍເຮັດວຽກໃນປະ​ເທດລາວ ແລະ ອອກໃບອະນຸຍາດ ເຮັດວຽກຊົ່ວຄາວ ໃຫ້ແກ່ຂະເຈົ້າ ເລີ້ມແຕ່ ວັນທີ 15 ກໍຣະກະດາ ໄປຮອດ ວັນທີ 31 ທັນວາ ປີນີ້ ໃຫ້ສຳເຣັດ ໃນທົ່ວປະເທດ, ດັ່ງ ເຈົ້າຫນ້າທີ່ຄຸ້ມຄອງແຮງງານ ແລະ ສວັດດີການສັງຄົມ ທ່ານນື່ງກ່າວວ່າ:

"ເຈົ້າ, ແມ່ນແຫຼະ ຂຶ້ນຕົວນີ້ ຂຶ້ນຍ້ອນວ່າ ຣັຖບານ ມີຄຳສັ່ງ ໃຫ້ຂແນງແຮງງານ ແລະ ສວັດດີການສັງຄົມ ກັບ ປກສນີ້  ຂຶ້ນບັນຊີເນາະ, ຂື້ນບັນຊີ, ແລ້ວອອກ ໃບອະນຸຍາດ ເຄື່ອນໄຫວຊົ່ວຄາວ ໃຫ້ຂະເຈົ້າ ແລະ ຈຳນວນນື່ງ ເພີ່ມ ແລະ ປັບສຖານະພາບ ໃນຣະຍະ 3 ເດືອນ ນັບແຕ່ ຂຶ້ນບັດ ແລະ ຈຳນວນນື່ງ ປັບສຖານະພາບ ຢູ່ໃນຣະຍະ 6 ເດືອນ ເປັນຕົ້ນໄປ ນັກລົງທືນ ເຈົ້າຂອງກິຈການ ທີ່ມີເງື່ອນໄຂ ໃຫ້ແລ່ນ ເອກສານຖືກຕ້ອງ.

ທ່ານກ່າວຕື່ມວ່າ ການຈົດທະບຽນ ແລະ ອອກໃບອະນຸຍາດ ເຮັດວຽກຊົ່ວຄາວ ໃຫ້ຄົນງານຕ່າງດ້າວ ໃນສ​ປ​ປລາວ ໄດ້ປະຕິບັດກັນມາ ແຕ່ຕົ້ນປີນີ້ ແຕ່ບໍ່ສຳເຣັດ ຕາມເປົ້າຫມາຍ ຍ້ອນວ່າ ຍັງມີຄົນງານຕ່າງດ້າວ ຫລາຍຄົນ ຍັງຫລົບຫລີກ ການຈົດທະບຽນຢູ່ ນອກຈາກນັ້ນ, ກໍຍັງມີ ຄົນງານ ຕ່າງດ້າວ ເຂົ້າມາໃຫມ່ ອີກຈຳນວນນື່ງ ທີ່ຍັງບໍ່ໄດ້ ຈົດທະບຽນ. ດັ່ງນັ້ນ ຣັຖບານລາວ ຕ້ອງໄດ້ມີ ການເຂັ້ມງວດ ຕໍ່ຄົນງານກຸ່ມດັ່ງກ່າວ ຫຼາຍຂຶ້ນ ເພື່ອຄວາມປອດພັຍ ແລະ ຄວາມເປັນຣະບຽບຮຽບຮ້ອຍ.

ທີ່ແຂວງເຊກອງ ຊື່ງເປັນແຂວງນື່ງ ທີ່ມີຄົນງານຕ່າງດ້າວ ເຂົ້າມາເຮັດວຽກ ຢ່າງຫຼວງຫຼາຍ ເປັນຕົ້ນ ຄົນງານວຽດນາມ ທາງການແຂວງ ກໍໄດ້ຈົດທະບຽນ ຄົນງານຕ່າງດ້າວ ຈຳນວນ 1,900 ປາຍຄົນແລ້ວ, ໃນນັ້ນ ເປັນຄົນງານ ວຽດນາມ 1830 ຄົນ ຄົນງານຈີນ 103 ຄົນ ແລະ ຄົນງານ ໄທ 24 ຄົນ. ຄົນງານກຸ່ມນີ້ ສ່ວນໃຫຍ່ ຈະເຮັດວຽກ ໃນໂຮງງານ ປຸງແຕ່ງໄມ້, ສ້າງເຂື່ອນ ແລະ ຄ້າຂາຍ ບາງຄົນ ເຂົ້າມາລາວ ແບບນັກທ່ອງທ່ຽວ ແລ້ວຢູ່ເລີຍ ດັ່ງເຈົ້າຫນ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງເຊກອງ ເວົ້າວ່າ:

"ອັນນີ້ແມ່ນຄົນ ເຂົາເຈົ້າເຂົ້າມາ ລັກສນະ ຄົນເຂົ້າມາທ່ອງທ່ຽວ ມາເຮັດສັງ ແລະ ເຂົາເຈົ້າມາ ປະກອບອາຊີບເລີຍ ເຮົາກໍ ຂຶ້ນທະບຽນໄວ້ ເພື່ອແຈ້ງໃຫ້ ຂແນງການຊາບ ສຳລັບການນຳເຂົ້າ ຂອງແຮງງານຕ່າງປະເທດ ຈະຕ້ອງໃຫ້ຖືກຕ້ອງ ຕາມຣະບຽບ ກົດຫມາຍ ຫັ້ນແຫລະ."

ທີ່ແຂວງ​ຜົ້ງ​ສາ​ລີ ກໍ່​ເຫມືອນ​ກັນ ມີ​ຄົນ​ງາ​ນ​ ວຽດ​ນາມ ​ແລະ ​ຈີນ ​ເຂົ້າ​ມາ​ເຮັດ​ວຽກ ​ຢ່າງຫຼວງຫຼາຍ ຊື່ງ​ໃນ​ປັດ​ຈຸ​ບັນ ເຈົ້າ​ຫ​ນ້າ​ທີ່​ ກໍ​ໄດ້​ອອກ​ບັດ ​ເຮັດ​ວຽກ​ຊົ່ວ​ຄາວ​ ໃຫ້​ແກ່​ ຂະ​ເຈົ້າ​ຫມົດ​ແລ້ວ ດັ່ງ​ເຈົ້າ​ຫ​ນ້າ​ທີ່​ ແຂວງ​ຜົ້ງ​ສາ​ລີ​ ເວົ້າ​ວ່າ:

"ເຈົ້າ​ຫ​ນ້າ​ທີ່​ ໄດ້​ລົງ​ມາ​ ແລ້ວ​ກໍໄດ້​ຂຶ້​ນ​ ໃຫ້ເຂົາ​ຫມົດ​ລະເດ ອັນນາ ເຮັດອັນເຮັດ​ຊົ່ວ​ຄາວ ​ໃຫ້ດຸ ໃຫ້​ບໍ່​ມີ​ ຜູ້​ໃດ​ລີ​ດລອດດອກ ເພາະ​ວ່າ​ ປັດ​ຈຸ​ບັນ​ ພວກເຮົາ ກໍ​ເຂັ້ມ​ງວດ ເພາະວ່າ ມັນ​ມີ​ແຈ້ງ ​ການ​ຂອງ​ສູນ​ກາງ ​ມາ​ໃຫ້​ເຂັ້ມ​ງວດ ກ່ຽວກັບ ການ​ປ້ອງ​ກັນ​ຄວາ​ສ​ງົບ ​ແລະ​ໄດ້​ຈັດ​ຕັ້ງ ​ການ​ເຄື່ອນ​ໄຫວ​ ເຂັ້ມ​ງວດ ​ພໍ​ສົມ​ຄວນ​ຢູ່​ພີ້ກະ."

ຄຳສັ່ງ ດັ່ງກ່າວ ຂອງນາຍົກຣັຖມົນຕຣີ ຍັງຈະປັບໃຫມ ຄົນງານຕ່າງດ້າວ ຜູ້ທີ່ຫລົບຫລີກ ການຈົດທະບຽນ ໃນຣະຍະທີ່ຜ່ານມາ ຄົນລະ 1 ລ້ານກີບ ຖ້າຖືກຈັບໄດ້ ກ່ອນຈະອອກ ໃບອະນຸຍາດ ເຮັດວຽກຊົ່ວຄາວໃຫ້.  ສ່ວນຄົນງານ ຕ່າງດ້າວ ຜູ້ທີ່ເຂົ້າມາໃໝ່ ບໍ່ມາຈົດທະບຽນ ຈະຖືກ ປັບໃໝ ຢ້ອນຫລັງ 2 ເດືອນ ເດືອນລະ 3 ແສນກີບ ຕໍ່ຄົນ.

ຜູ້ທີ່ມີ ໃບອະນຸຍາດຊົ່ວຄາວ ແຕ່ໝົດອາຍຸ ບໍ່ມາຕໍ່ໃໝ່ ຈະຖືກປັບໃໝ ຄົນລະ 3 ແສນກີບ ຖ້າໝົດອາຍຸ ບໍ່ເກີນ 15 ມື້ ຈະຖືກປັບໃໝ 15 ພັນກີບ ຕໍ່ຄົນ.  ວ່າງ​ເດືອນ​ມີ​ນາ​ ຜ່ານ​ມາ ທາງ​ການ​ລາ​ວ ​ໄດ້​ອອກ​ ໃບ​ອະ​ນຸ​ຍາດ​ ເຮັດ​ວຽກ​ຊົ່ວ​ຄາວ ​ໃຫ້​ແກ່​ ຄົນ​ງານ​ຕ່າງ​ດ້າວ​ 3 ຊາດ ໃນສ​ປ​ປ​ລາວ ເປັນຕົ້ນ ວຽດ​ນາມ, ຈີນ ​ແລະ ​ໄທຍ໌ ໄປແລ້ວ​ ປະ​ມານ 24 ພັນ 372 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.