ຊາວຄຣິສຕຽນຜູ້ນຶ່ງຖືກ ປ່ອຍແລ້ວ

ມະນີຈັນ
2014.10.02
F-default ຊາວຄຣິສຕຽນຜູ້ນຶ່ງຖືກ ປ່ອຍ ແລ້ວ
RFA

 

ເຈົ້າໜ້າທີ່ ລາວ ເປີດເຜີຍວ່າ ຊາວ ຄຣິສຕຽນ 7 ຄົນ ໃນ ບ້ານບົວຄຳ ເມືອງ ອາດສະພັງທອງ ແຂວງ ສວັນນະເຂດ ທີ່ຖືກຈັບ ຍ້ອນເຮັດ ພິທີ ທາງສາສນາ ໂດຍ ບໍ່ໄດ້ຮັບ ອະນຸຍາດ ເມື່ອ ວັນທີ 28 ກັນຍາ 2014 ນັ້ນ ຖືກປ່ອຍ ແລ້ວ 1 ຄົນ ຫລັງຈາກ ທີ່ຍອມ ສາຣະພາບ ແລະ ສັນຍາ ວ່າຈະບໍ່ ເຮັດຜິດ ກົດໝາຍ ອີກ ແຕ່ອີກ 6 ຄົນ ຍັງບໍ່ຍອມ ຈຶ່ງຖືກ ກັກຕົວ ຢູ່ຕໍ່ໄປ:

"ປ່ອຍ ຜູ້ໜຶ່ງແລ້ວ ຜູ້ຊາຍ ຖ້າ ສາຣະພາບ ຄວາມຜິດ ແລ້ວ ກໍຍອມຮັບ ອຳນາດ ການປົກຄອງ ກໍປ່ອຍ ມັນບໍ່ແມ່ນ ວ່າ ຈັບພວກ ຖື ສາສນາ ຈັບພວກ ກະທຳ ຄວາມຜິດ ຜູ້ບໍ່ ປະຕິບັດ ຕາມ ຣະບຽບ ກົດໝາຍ ບ້ານ ເມືອງ".

ທ່ານເວົ້າວ່າ ຊາວ ຄຣິສຕຽນ 6 ຄົນ ທີ່ເຫລືອ ປັຈຈຸບັນ ຖືກ ກັກຕົວໄວ້ ໃນ ຫ້ອງການ ບ້ານ ບົວຄຳ ຊຶ່ງ ທາງ ເຈົ້າໜ້າທີ່ ກໍ ພຍາຍາມ ກ້ຽວກ່ອມ ໃຫ້ ພວກເຂົາ ຮັບ ສາຣະພາບ ແລະ ສັນຍາ ວ່າ ຈະບໍ່ເຮັດ ຄວາມຜິດ ອີກ ເພື່ອຈະໄດ້ ປ່ອຍຕົວ. ຊາວ ຄຣິສຕຽນ ທັງ 7 ຄົນນັ້ນ ໄດ້ຝ່າຝືນ ດຳຣັດ ຂອງ ທາງການ ໃນການ ຈັດພິທີ ທາງ ສາສນາ ໂດຍເຊີນ ຄົນ ຈາກບ້ານອື່ນ ມາຮ່ວມ ທຳພິທີ ໃນເຮືອນ ຂອງ ຕົນເອງ ເຮັດໃຫ້ ເຈົ້າໜ້າທີ່ ຈັບຕົວ. ກ່ຽວກັບ ເຣື່ອງນີ້ ອົງການ ດ້ານ ສາສນາ ໃນ ສະຫະຣັຖ ອະເມຣິກາ ຮຽກຮ້ອງ ໃຫ້ມີການ ຕັດສິນ ຄະດີ ນີ້ ຢ່າງ ທ່ຽງທັມ ແລະບໍ່ໃຫ້ ມີການ ລົງໂທດ ຮຸນແຮງ ເກີນໄປ. ສຳລັບ ຄະດີ ຊາວ ຄຣິສຕຽນ 5 ຄົນ ທີ່ ຖືກຈັບ ເມື່ອເດືອນ ມີຖຸນາ 2014 ທີ່ ບ້ານ ໄຊສົມບູນ ເມືອງ ອາດສະພັງທອງ ແຂວງ ສວັນນະເຂດ ນັ້ນ ເຈົ້າໜ້າທີ່ ເວົ້າວ່າ ຈະໄດ້ຮັບ ການປ່ອຍ ຕົວ ໃນໄວໆນີ້:

"ເພິ່ນສິ ກຳລັງສິ ປ່ອຍຢູ່ ເພິ່ນກຳລັງ ສິປ່ອຍ ຢູ່ ເຂົາກຳລັງ ຄົ້ນຢູ່ ເພາະວ່າ ເຣື່ອງທັງໝົດ ເອົາຂຶ້ນມາ ແຂວງ ແລ້ວ".

ພວກ ເຂົາເຈົ້າ ຖືກຈັບ ເມື່ອ ເດືອນ ມີຖຸນາ 2014 ຫລັງຈາກ ທີ່ໄດ້ຈັດ ພິທີສວດ ອວຍພອນ ໃຫ້ ຄົນເຈັບ ຜູ້ໜຶ່ງ ໂດຍຫວັງວ່າ ຈະຊ່ວຍ ໃຫ້ເຊົາໄດ້. ແຕ່ຕໍ່ມາ ຄົນເຈັບ ຜູ້ນັ້ນ ໄດ້ເສັຽ ຊີວິດ ເຮັດໃຫ້ ຄອບຄົວ ຂອງ ຜູ້ກ່ຽວ ແຈ້ງຄວາມ ຈັບຊາວ ຄຣິສຕຽນ ກຸ່ມນັ້ນ ຍ້ອນ ເຊື່ອວ່າ ມີສ່ວນ ເຮັດໃຫ້ຄົນ ເຈັບ ເສັຽຊີ ວິດ. ແຕ່ທ່ານ Mervyn Thomas ຈາກ ອົງການ ເພື່ອ ຄວາມ ສາມັກຄີ ຊາວ Christian ໃນ ທົ່ວໂລກ ຫາກເວົ້າວ່າ ຜູ້ຕ້ອງຫາ ຊາວ ຄຣິສຕຽນ ທັງໝົດ ບໍ່ມີ ຄວາມຜິດ ຄວນຖືກ ປ່ອຍຕົວ.

ຢ່າງໃດ ກໍຕາມ ທາງ ເຈົ້າໜ້າທີ່ ອັຍການ ແຂວງ ສວັນນະເຂດ ກໍເວົ້າວ່າ ຊາວ ຄຣິສຕຽນ ເຫລົ່ານີ້ ມີຄວາມຜິດ ຈິງ ແຕ່ບໍ່ແມ່ນ ຂໍ້ຫາ ເຮັດໃຫ້ ຄົນຕາຍ ເປັນຂໍ້ຫາ ບັງຄັບ ໃຫ້ຄົນ ປ່ຽນ ສາສນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.