ຈີນບໍ່ຈ່າຍຄ່າແຮງຂອງ ຜູ້ຕາຍ
2016.06.03
ຄອບຄົວຂອງຄົນງານ ສວນກ້ວຍ ຢູ່ບ້ານຫ້ວຍກູນ ເມືອງຜາອຸດົມ ແຂວງບໍ່ແກ້ວ ທີ່ເສັຽຊີວິດ ອາຈບໍ່ໄດ້ ຮັບເງິນຈາກ ນາຍຈ້າງຈີນ ຢູ່ ເມືອງຕົ້ນເຜິ້ງ ເຖິງຈະໄດ້ ພຍາຍາມ ທຸກ ວິທີທາງ ເພື່ອທວງ ເອົາເງິນ ທີ່ ນາຍຈ້າງ ຍັງຕິດຄ້າງ ຢູ່ນັ້ນແລ້ວ ກໍຕາມ, ຍ້ອນ ເຈົ້າໜ້າທີ່ ທ້ອງຖິ່ນ ໃນເມືອງ ຕົ້ນເຜິ້ງ ບໍ່ໃຫ້ຄວາມ ຮ່ວມມື ໃນການ ຕິດຕາມ ເຣື່ອງ ດັ່ງກ່າວ. ດັ່ງ ເຈົ້າໜ້າທີ່ ທີ່ຂໍສງວນຊື່ ກ່າວຕໍ່ RFA ໃນວັນທີ 2 ມິຖຸນາ 2016 ນີ້ວ່າ:
"ເພິ່ນກະ ພຍາຍາມຂໍແຫຼະ ແຕ່ວ່າຄືສິ ບໍ່ໄດ້ ຂະເຈົ້າ ກະບໍ່ຮ່ວມໄມ້ ຮ່ວມມືນໍາ ປິ່ນປົວ ຫົວໃຈ ຜູ້ທີ່ຍັງ ເປັນແລ້ວ ກະຄຶດ ບຸນຄຸນພໍ່ ທີ່ວ່າໄປເຝົ້າ ສວນກ້ວຍ ແຕ່ວ່າຍັງ ບໍ່ໄດ້ຄ່າ ແຮງງານ ຫັ້ນນະ".
ນາງເວົ້າວ່າ ກ່ອນໜ້ານັ້ນ ທາງຄອບຄົວ ໄດ້ໄປພົວພັນ ນໍາ ເຈົ້າໜ້າທີ່ ຕໍາຣວດ ເມືອງຕົ້ນເຜິ້ງ ເພື່ອຂໍໃຫ້ ເພິ່ນຂຽນ ຣາຍງານ ການເສັຽຊີວິດ ຂອງ ພໍ່ຂະເຈົ້າ ເພື່ອນໍາໄປ ປະກອບ ກັບ ໃບຢັ້ງຢືນ ຂອງ ໂຮງໝໍ ເພື່ອດໍາເນີນ ການຟ້ອງຮ້ອງ ຂໍເງິນ ຈາກນາຍ ຈ້າງ ຂອງ ຜູ້ເປັນພໍ່. ແຕ່ວ່າ ເຈົ້າໜ້າທີ່ ບໍ່ຍອມເຮັດ ເອກສານ ໃຫ້. ດັ່ງນັ້ນ ທາງຄອບຄົວ ຈຶ່ງ ບໍ່ສາມາດ ເຮັດຫຍັງໄດ້. ສ່ວນ ທາງເບື້ອງ ນາຍຈ້າງ ກໍໄດ້ມິດ ງຽບໄປ ບໍ່ມີທ່າທີ ວ່າຈະໃຫ້ ຄ່າຊົດເຊີຍ ແກ່ອາດີດ ລູກຈ້າງ ຂອງເຂົາ ທີ່ໄດ້ ເສັຽຊີວິດ ໄປນັ້ນ.
ນາງກ່າວ ອີກວ່າ ນີ້ເປັນຣາຍ ທໍາອິດ ທີ່ນາຍຈ້າງ ພຍາຍາມ ເມີນເສີຍ ຕໍ່ຄອບຄົວ ຂອງລູກຈ້າງ ແບບບໍ່ມີ ເຫດຜົລ ເພາະ ທີ່ ຜ່ານມາ ຄອບຄົວ ຂອງຄົນງານ ສວນກ້ວຍ ຣາຍອື່ນໆ ທີ່ເສັຽຊີວິດ ຍ້ອນໄປເຮັດວຽກ ໃນ ສວນກ້ວຍ ຂອງຈີນ ຢູ່ ເມືອງຕົ້ນເຜິ້ງ ນັ້ນ ໄດ້ຮັບເງິນ ຄ່າແຮງງານ ຈາກ ນາຍຈ້າງ.
ເຖິງຢ່າງໃດ ກໍຕາມ ກໍມີຣາຍງານ ວ່າ ທຸກມື້ນີ້ ຄົນງານ ເມືອງ ຜາອຸດົມ ແລະ ເມື່ອງອື່ນໆ ໃນແຂວງ ບໍ່ແກ້ວ ໄດ້ພາກັນ ໄປ ເຮັດວຽກ ໃນສວນກ້ວຍ ຂອງຈີນ ຢູ່ເມືອງ ຕົ້ນເຜິ້ງ ນັ້ນຢູ່ ຍ້ອນເປັນງານ ທີ່ ມີຣາຍໄດ້ ດີ ຂນະທີ່ ຄົນງານສ່ວນໃຫຍ່ ບໍ່ຮູ້ເລີຍວ່າ ພວກເຂົາເຈົ້າ ມີໂອກາດ ອາຈເສັຽຊີວິດ ຍ້ອນ ສານເຄມີ ທີ່ໃຊ້ ໃນ ສວນກ້ວຍ ນັ້ນ.