ສາຍການບິນລາວຈະເປັນທັມ ຕໍ່ຜູ້ ເຄາະຮ້າຍ


2013.10.28
F-Relatives ວັນທີ 19 ຕຸລາ 2013 ທີ່ເມືອງປາກເຊ ສປປລາວ: ຄວາມຮູ້ສຶກ ທີ່ແສນສະເທືອນໃຈ ຂອງຍາຕພີ່ນ້ອງ ຫລັງຈາກໄດ້ ກວດກາຣະບຸ ຊາກສົບ ຜູ້ເຄາະຮ້າຍ ໃນຖ້ຽວບິນ QV301 ວຽງຈັນ-ປາກເຊ
AFP PHOTO / PORNCHAI KITTIWONGSAKUL

 

ຫລັງຈາກເກີດເຫດເຮືອບິນສາຍການບິນລາວ ຕົກທີ່ເມືອງປາກເຊ ໃນ ວັນທີ 16 ຕຸລາຜ່ານມາ ທີ່ເຮັດໃຫ້ຜູ້ໂດຍສານ ເສັຽຊີວິດ 49 ຄົນ ນັ້ນມາຮອດປັດຈຸບັນເຫດການດັ່ງກ່່າວກໍໄດ້ຜ່ານມານຶ່ງອາທິດ ແລ້ວຫລາຍພາກສ່ວນຍັງເປັນຫ່ວງ ກ່ຽວກັບ ການຈ່າຍຄ່າຊົດເຊີຍ ໃຫ້ຄອບຄົວ ຜູ້ທີິ່ໄດ້ຮັບເຄາະຮ້າຍ ແຕ່ເຈົ້າຫນ້າທີ່ກ່ຽວຂ້ອງ ລາວ ທ່ານນຶ່ງເວົ້າວ່າຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍຈະໄດ້ຮັບຄ່າຊົດເຊີຍ ຢ່າງສົມເຫດສົມຜົລ ທຸກຢ່າງຈະເປັນໄປ ຕາມຫລັກປະກັນພັຍ:

"ລະບຽບຂອງບໍຣິສັດປະກັນພັຍ ມັນມີເດ ບໍຣິສັດປະກັນພັຍຂອງ ລາວ ມັນກໍມີ ກະເປັນຂອງຕ່າງປະເທດ ຣະບຽບຂອງບໍຣິສັດປະ ກັນພັຍ ໄດ້ກໍານົດວ່າ ເຈົ້າຊີ່ປະກັນຢູ່ຣະດັບໃດ ຫລາຍຂັ້ນຕອນ ຂັ້ນຕໍ່າບໍ ຂັ້ນສູງບໍ ຂັ້ນກາງບໍ".

ໃນຂນະດຽວກັນ ທາງດ້ານເຈົ້າຫນ້າທີ່ໄທ ຜູ້ທີ່ໄປຊ່ອຍກູ້ສົບແລະ ຊາກເຮືອບິນ ໃນເຫດດັ່ງກ່າວ ໃຫ້ສໍາພາດວ່າ ສາຍການບິນລາວ ຕ້ອງສະແດງຄວາມຮັບຜິດຊອບ ແກ່ຄອບຄົວຜູ້ເສັຽຊິວິດ ແລະໃຫ້ ຊົດເຊີຍຄ່າເສັຽຫາຍ ເທົ່າທີ່ຈະເຮັດໄດ້. ດ່ັງທ່ານເວົ້າວ່າ:

"ເຂົາຮັບຮອງຕາມຫລັກສາກົນ ຕາມຫລັກ ຄໍ້າປະກັນ ເຂົາໃຫ້ຄໍາ ຫມັ້ນຢູ່ ເຂົາບໍ່ໄດ້ປະຖີ້ມ ຜູ້ໂດຍສານ ບໍ່ໄດ້ປະຖີ້ມພັນທະສັນຍາ ເຂົາກໍຕຣົງໄປຕຣົງມາ ທົດແທນໃຫ້ທຳນອງນີ້ແຫລະ".

ເຖິງຢ່າງໃດກໍຕາມ ວິທຍຸເອເຊັຽເສຣີກໍໄດ້ຕິດຕໍ່ ໄປຍັງບໍຣິສັດສາຍ ການບິນລາວເພຶ່ອສອບຖາມເຣື້ອງດັ່ງກ່າວ ແຕ່ເຈົ້າຫນ້າທີ່ການບິນ ຍັງບໍ່ໃຫ້ ຄໍາຕອບແຕ່ຢ່າງໃດ ເບຶ້ອງຕົ້ນສາຍການບິນລາວຈະຈ່າຍ ໃຫ້ຄອບຄົວ ລະ 5 ພັນໂດລາ ກັບ 20 ລ້ານກີບ ຫລືປະມານ 7 ພັນ 5 ຮ້ອຍໂດລາ ເພື່ອໃຊ້ໃນການຊາປະນະກິດສົບ ແລະຄ່າຊົດ ເຊີຍ ຈະຈ່າຍໃຫ້ຕາມຫລັງ. ຄອບຄົວຄົນໄທ ຮຽກຮ້ອງຄ່າຊົດເຊີຍ 5 ແສນໂດລາຕໍ່ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.