ທ.ໂອບາມາຈະໄປລາວຄັ້ງ ປວັດການ

ມະນີຈັນ
2016.08.22
F-Laos ພຣະທາດຫຼວງ ນະຄອນຫຼວງວຽງຈັນ
Photo by Jeff Hirschberg

ທໍານຽບຂາວ ໃນນະຄອນຫຼວງ ວໍຊິງຕັນ DC ໄດ້ປະກາດ ເມື່ອວັນພະຫັດ ຜ່ານມາວ່າ ການຢ້ຽມຢາມ ລາວ ຂອງ ປະທານາທິບໍດີ ບາຣັກ ໂອບາມາ ໃນ ຕົ້ນເດືອນໜ້າ ຈະເປັນການ ຢ້ຽມຢາມ ຢ່າງເປັນ ທາງການ ຄັ້ງທໍາອິດ ຂອງ ປະທານາທິບໍດີ ສະຫະຣັຖ. ທີ່ ປະເທດລາວ ທ່ານ ຈະສົ່ງເສີມ ຕລາດເສຣີ ພ້ອມໆກັບ ບັນດາຜູ້ນໍາ ປະເທດ ເອເຊັຽ ຕ່າງໆ.

ທ່ານ Josh Earnest ເລຂາຝ່າຍການຂ່າວ ທໍານຽບຂາວ ກ່າວ ໃນຖແລງການ ວ່າ ປະທານາທິບໍດີ ບາຣັກ ໂອບາມາ ຈະຫາລື ເຖິງ ວິທີທາງ ເສີມຂຍາຍ ການຮ່ວມມື ດ້ານເສຖກິດ ກັບບັນດາ ປະເທດເອເຊັຽ ຕາເວັນອອກ ສ່ຽງໃຕ້ ທີ່ເປັນ ຄູ່ພາຄີ ການຄ້າໃຫຽ່ ອັນດັບ 4 ຂອງ ອະເມຣິກາ ແລະ ຈະເພີ່ມທະວີ ການຮ່ວມມື ຂອງ ສະຫະຣັຖ ໃນການແກ້ໄຂ ບັນຫາ ທ້າທາຍ ຕ່າງໆ ໃນຣະດັບ ພາກພື້ນ ແລະ ຣະດັບໂລກ.

ການໄປຮ່ວມ ຂອງ ປະທານາທິບໍດີ ໂອບາມາ ໃນ ກອງປະຊຸມ ສຸດຍອດ ສະຫະຣັຖ-ອາຊຽນ ແລະ ກອງປະຊຸມ ສຸດຍອດ ເອເຊັຽ ຕາເວັນອອກ ຊຶ່ງກໍານົດ ຈັດຂຶ້ນ ໃນວັນທີ 6 ຫາ ທີ 8 ກັນຍາ 2016 ທີ່ ນະຄອນຫຼວງ ວຽງຈັນ ນັ້ນ ຈະຕິດຕາມ ດ້ວຍການໄປ ແວ່ຈີນ ອັນຈະເປັນ ການຢ້ຽມຢາມ ເອເຊັຽ ຄັ້ງທີ 11 ແລະ ຄັ້ງສຸດທ້າຍ ຂອງທ່ານ ນັບແຕ່ປີ 2009 ມາ.

ຂ່າວ TNS ຣາຍງານ ຕື່ມວ່າ ນີ້ເປັນການ ຢ້ຽມຢາມ ທີ່ ບົ່ງບອກ ເຊັ່ນດຽວກັນ ວ່າ ເຖິງເວລາ ທີ່ ສປປລາວ ຈະມີບົດບາດ ກວ້າງຂຶ້ນຕື່ມ ໃນ ນະໂຍບາຍ ຕ່າງປະເທດ ຂອງ ສະຫະຣັຖ. ທ່ານ Doug Hartwick ອະດີດ ເອກອັຄຣັຖທູດ ສະຫະຣັຖ ປະຈໍາລາວ ໄດ້ ໃຫ້ສັມພາດ ວ່າ ພວກທ່ານ ໄດ້ເຫັນ ການປ່ຽນແປງ ທີ່ດີຫຼາຍຢ່າງ ແລະວ່າ ນີ້ເປັນ ການພົວພັນ ປົກກະຕິ ໂດຍພື້ນຖານ ຊຶ່ງນັບມື້ ແຂ່ງແຮງ ຫຼາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.