ສິທທິມະນຸສ ໃນລາວ ຍັງບໍ່ມີການ ປັບປຸງ ໃຫ້ດີຂຶ້ນ
ບັນດາອົງການຈັດຕັ້ງສາກົນ ທີ່ເຮັດວຽກເຣື່ອງສິທທິມະນຸສ ຍັງສະແດງຄວາມເປັນຫ່ວງ ເຣື່ອງການເຄົາຣົບສິທທິມະນຸສ ໃນລາວ ທີ່ບໍ່ມີຄວາມຄືບໜ້າ ສ່ວນວ່າ ສະຫະພາບຢູ່ໂຣບ ມີການປະຊຸມ ຮ່ວມກັບ ທາງການລາວ ເຣື່ອງສິທທິມະນຸສ ຄັ້ງທີ 11 ໃນວັນທີ 13 ກໍຣະກະດາ ຢູ່ ນະຄອນຫຼວງ ບຣັສເຊລສ໌ ປະເທດ ເບລຢ້ຽມ.
-
ອຸ່ນແກ້ວ
2022-07-14 -
-
-
Your browser doesn’t support HTML5 audio
ບັນດາອົງການຈັດຕັ້ງສາກົນ ທີ່ເຮັດວຽກເຣື່ອງສິທທິມະນຸສ ຍັງສະແດງຄວາມເປັນຫ່ວງ ເຣື່ອງການເຄົາຣົບສິທທິມະນຸສ ໃນລາວ ທີ່ບໍ່ມີຄວາມຄືບໜ້າ ສ່ວນວ່າສະຫະພາບຢູ່ໂຣບ ມີການປະຊຸມຮ່ວມກັບ ທາງການລາວ ເຣື່ອງສິດທິມະນຸສ ຄັ້ງທີ 11 ໃນວັນທີ 13 ກໍຣະກະດາ ຢູ່ນະຄອນບຣັສເຊລສ໌ ປະເທດເບລຢ້ຽມ.
ທ່ານ Phil Robertson ຮອງຜູ້ອໍານວຍການອົງການ ສິທທິມະນຸສ Human Rights Watch ປະຈໍາຂົງເຂດເອເຊັຽ ໄດ້ຖແລງວ່າ:
“ມື້ດຽວບໍ່ພຽງພໍ ທີ່ເກັບກຳບັນຫາ ສິທທິມະນຸສທັງໝົດໃນລາວ ແຕ່ວ່າຢ່າງໜ້ອຍ ສະຫະພາບຢູ່ໂຣບ ກໍພະຍາຍາມເຮັດເຣື່ອງນີ້ ການລະເມີດສິດທທິມະນຸສ ເກີດຂຶ້ນໃນຊີວິດຕປະຈຳວັນ ຢູ່ລາວ.”
ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສດີເດັ່ນຂອງລາວ ທີ່ຖືກລັກພາໂຕໄປ ເປັນເວລາເກືອບ 10, ແຕ່ເຈົ້າໜ້າທີ່ ກໍຍັງບໍ່ມີຄວາມຄືບໜ້າ ໃນການຊອກຫາ.
ທ່ານ ທ່ານ Phil Robertson ໄດ້ກ່າວວ່າ:
“ຄວາມຈິງກໍຄື ຈະຕ້ອງມີການແກ້ໄຂ ເຣື່ອງສິທທິມະນຸສຫຼາຍເຣື່ອງໃນລາວ, ກ່ອນອື່ນໝົດ ຣັຖບານລາວ ຢູ່ນະຄອນຫລວງວຽງຈັນ ຈະຕ້ອງເຂົ້າມາແກ້ໄຂ ສິ່ງທີ່ເກີດຂຶ້ນກັບ ທ່ານ ສົມບັດ ສົມພອນ ແລະ ນັກເຂື່ອນໄຫວ ຄົນອື່ນໆ ທີ່ຖືກບັບຄັບໃຫ້ຫາຍສາບສູນ ໂດຍ ບໍ່ມີຮ່ອງຮອຍ.”
ຍານາງ ຊຸຍເມັງ ພັລຍາຂອງ ທ່ານ ສົມບັດ ສົມພອນ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ຈາກແນວຄວາມຄິດ ຂອງຜູ້ຕົກເປັນເຫຍື່ອ, ມັນເປັນສິ່ງທີ່ທໍ້ໃຈ ທີ່ຣັຖບານລາວ ຍັງເມີນເສີຍ ຕໍ່ຂໍ້ຮຽກຮ້ອງ ໃຫ້ປະຕິບັດພັນທະ ສິທທິມະນຸສ, ແລະ ບໍ່ດຳເນີນການແກ້ໄຂ ການລະເມີດສິດທທິມະນຸສ ທີ່ຍັງຄົງຄ້າງ ເຊັ່ນ ການຫາຍສາບສູນ ແບບຖືກບັງຄັບຂອງ ທ່ານ ສົມບັດ ສົມພອນ ເຊິ່ງໃກ້ຈະຄົບຮອບ 10 ປີແລ້ວ ໃນເດືອນທັນວາ ທີ່ຈະມາເຖິງນີ້.”
ຍາງ ນາງ ຊຸຍ ເມັງ ຍັງກ່າວຕື່ມວ່າ:
“ໃນຖານະ ຜູ້ເປັນເຫຍື່ອ ພວກເຮົາບໍ່ມີທາງເລືອກ ແຕ່ວ່າ ກໍຮຽກຮ້ອງ ປະຊາຄົມໂລກ ຄື ສະຫະພາບຢູໂຣບ ໃຫ້ສືບຕໍ່ ໃຫ້ຣັຖບານຮັບຜິດຊອບ ສືບຕໍ່ປະຕິບັດສິດທທິມະນຸສ ແລະ ແກ້ໄຂບັນຫາອາສຍາກຳທັງອະດີດ ແລະ ປັດຈຸບັນ, ແລະ ເພື່ອນຳໃຊ້ການບັນທຶກ ດ້ານສິທທິມະນຸສ ຂອງປະເທດ ເປັນຖານຂອງການຮ່ວມມື ການພັທນາແບບ 2 ຝ່າຍ ແລະ ຫຼາຍຝ່າຍ.”
ປະຊາຊົນຢູ່ປະເທດລາວ ຍັງບໍ່ມີສິທໃນການໂຮມຊຸມນຸມ ແລະ ການສະແດງຄວາມຄິດເຫັນ ທາງດ້ານການເມືອງ.
ທ່ານ Phil Robertson ກ່າວວ່າ:
“ຄອບຄົວ ແລະ ຄົນທີ່ຮັກຂອງເຂົາເຈົ້າ ຍັງລໍຖ້າຄຳຕອບ ເຊິ່ງບໍ່ພຽງແຕ່ເປັນຄວາມທໍຣະມານ ຂອງຜູ້ທີ່ຖືກເຈົ້າໜ້າທີ່ຣັຖ ບັງຄັບໃຫ້ຫາຍສາບສູນເທົ່ານັ້ນ. ສິທທິຂັ້ນພື້ນຖານ ແລະ ສິດທທິທາງການເມືອງ ຄື ເສຣີພາບ ການປາກເວົ້າ, ສະມາຄົມ ແລະ ການໂຮມຊຸມ ທາງສາທາຣະນະແບບສັນຕິ ແລະ ການປະທ້ວງ ຍັງຖືກຫ້າມ ຢູ່ໃນປະເທດລາວ, ເຊິ່ງປະຊາຊົນ ທີ່ກະທຳການແບບນັ້ນ ຈະຖືກລົງໂທດຢ່າງໜັກ. ບັນຫາດັ່ງກ່າວ ຈະຕ້ອງຢຸດໄປ.”
ປະຊາຊົນ ຖືກຍາດແຍ່ງທີ່ດິນ ແລະ ຖືກຍົກຍ້າຍຈາກບ້ານຂອງຕົນເອງ ແຕ່ໄດ້ຄ່າຊົດເຊີຍບໍ່ເໝາະສົມ ກໍຍັງເປັນບັນຫາ ທີ່ແກ້ໄຂໄດ້ຍາກ.
ທ່ານ ທ່ານ Phil Robertson ຍັງກ່າວຕື່ມວ່າ:
“ການແບ່ງແຍກ ແລະ ກີດກັນ ທາງດ້ານສາສນາ ໂດຍເຈົ້າໜ້າທີ່ທ້ອງຖິ່ນ ຂອງລາວ ຍັງຄົງເປັນບັນຫາໃຫຍ່ ທີ່ຈະຕ້ອງແກ້ໄຂ ໃນຫຼາຍເຂດທົ່ວປະເທດ. ຖ້າປະເທດລາວ ເປັນຂອງຄົນລາວທັງໝົດ ເຊັ່ນ ການກະທຳແບບແບ່ງແຍກ ຈະຕ້ອງຢຸດຕິ. ປະຊາຊົນລາວ ຕ້ອງສູນເສັຽທີ່ດິນ ແລະ ວິຖີຊີວິຕຂອງຕົນເອງ ຍ້ອນວ່າ ເຂົາເຈົ້າຖືກຍົກຍ້າຍ ຈາກໂຄງການ ໂດຍໄດ້ຮັບຄ່າຊົດເຊີຍໜ້ອຍດຽວ ຫຼື ບໍ່ໄດ້ເລີຍ.”
ທ່ານ Phil Robertson ຍັງກ່າວວ່າ:
“ບັນຫາໃຫຍ່ ໃນລາວ ກໍຄື ຄົນຊັ້ນສູງ ບໍ່ຈຳເປັນຕ້ອງຮັບຜິດຊອບ ຕໍ່ການລະເມີດສິທທິມະນຸສ ໃຊ້ອຳນາດໂຕເອງເຮັດ ຕາມອຳເຟີໃຈ ແລະ ສ້າງຄວາມຮັ່ງມີໃຫ້ໂຕເອງ. ອັນນີ້ ເປັນສິ່ງທີ່ ສະຫະພາບຢູໂຣບ ຈຳເປັນຕ້ອງຍົກຂຶ້ນມາເວົ້າ ບໍ່ສະເພາະແຕ່ຢູ່ໃນກອງປະຊຸມເທົ່ານັ້ນ ແຕ່ຈະຕ້ອງມີການຮ່ວມກັນຫຼາຍຝ່າຍ ຢູ່ນະຄອນຫລວງວຽງຈັນ ລະຫວ່າງສະຫະພາບຢູໂຣບ ແລະ ຣັຖບານລາວ.”
ນອກຈາກນີ້ ສະຫະພັນສາກົນ ເພື່ອສິທທິມະນຸສ ຫຼື FIDH ທີ່ມີຫ້ອງການຢູ່ ປາຣີ ປະເທດຝຣັ່ງ ໄດ້ອອກບົດແຖງຂ່າວ ໃນວັນທີ 12 ກໍຣະກະດາ ວ່າ:
“ສະຫະພາບຢູ່ໂຣບ ຈະຕ້ອງສະແດງຄວາມເປັນຫ່ວງ ກັບຣັຖບານລາວ ກ່ຽວກັບ ການຂາດຄວາມຄືບໜ້າ ໃນການແກ້ໄຂບັນຫາ ການລະເມີດສິທທິມະນຸສໃນລາວ ແລະ ຮຽກຮ້ອງໃຫ້ເຈົ້າໜ້າທີ່ລາວ ປະຕິບັດຕາມພັນທະດ້ານສິທທິມະນຸສ.”
ທ່ານ Andrea Giorgetta ຜູ້ອໍານວຍການ ຫ້ອງການ ສະຫະພັນສາກົນ ເພື່ອ ສິດທິມະນຸສ, ປະຈໍາຂົງເຂດເອເຊັຍຕາເວັນອອກສ່ຽງໃຕ້ຫລື FIDH ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 13 ກໍຣະກະດາ ວ່າ:
“ພວກເຮົາບໍ່ໄດ້ຄາດຫວັງຫຍັງຫຼາຍ ຈາກການປະຊຸມຄັ້ງນີ້, ແຕ່ ມັນຈະແຈ້ງແລ້ວວ່າ ມັນບໍ່ມີຄວາມຄືບໜ້າຫຍັງ. ຣັຖບານລາວ ຈະຕ້ອງຮັບຜິດຊອບ ຕໍ່ການລະເມີດສິທທິມະນຸສ ແລະ ຈະຕ້ອງບໍ່ເມີນເສັຽຕໍ່ບັນຫານີ້.”
ເພື່ອຖາມຄວາມຄືບໜ້າ ໃນການເຣື່ອງບັນຫາ ການລະເມີດສິທທິມະນຸສຢູ່ລາວ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ກ່ຽວຂ້ອງ ຢູ່ກະຊວງການຕ່າງປະເທດລາວ ແຕ່ບໍ່ມີ ເຈົ້າໜ້າທີ່ຄົນໃດຮັບໂທລະສັບ.