ລາວຍັງບໍ່ມີການປະຫານ ຊີວິດ

ສປປ ລາວ ຍັງບໍ່ມີ ການ ປະຫານ ຊີວິດ ນັກໂທດ ປະຫານ.

ກະຊວງ ຍຸຕິທັມ ແຫ່ງ ສປປ ລາວ LPDR

ໃນ ລະຍະ 5 ປີ ຜ່ານມາ ທາງການ ລາວ ບໍ່ເຄີຍ ໄດ້ ດໍາເນີນ ການ ປະຫານ ຊີວິດ ນັກໂທດ, ທີ່ ສານ ໄດ້ຕັດສິນ ລົງ ອາຍາ ໃຫ້ ປະຫານ ຊີວິດ ແລ້ວ ກໍຕາມ. ດັ່ງ ເຈົ້າໜ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:

" ຫ້າປີ ຜ່ານມາ ຕັດສິນ ປະຫານ ນີ້ມີ ແຕ່ ໂຕຈິງ ບໍ່ໄດ້ ປະຕິບັດ ຈັກລາຍ ມີລົດໂທດ ຈາກ ປະຫານ ຊີວິດ ມາເປັນ ຕລອດ ຊີວິດ ຈາກ ຕລອດ ຊີວິດ ມາມີ ກໍານົດ ກະມີ ແຕ່ ຄະດີ ຄ້າ ຢາເສພຕິດ ດອກ ຄະດີ ອື່ນ ບໍ່ມີ ດອກ".

ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່ ໄດ້ຮູ້ວ່າ ທີ່ຜ່ານມາ ຍັງບໍ່ມີ ການ ບັນທຶກ ການ ປະຫານ ຊີວິດ ນັກໂທດ ຢ່າງ ເປັນ ທາງການ. ເຈົ້າໜ້າທີ່ ໄດ້ກ່າວ ຕໍ່ ເອເຊັຽ ເສຣີ ຕື່ມອີກວ່າ ການທີ່ ສານ ຈະ ຕັດສິນ ລົງໂທດ ປະຫານ ຊີວິດ ຄະດີ ຄ້າ ຢາເສພຕິດ ຫລືບໍ່ ນັ້ນ ກໍບໍ່ໄດ້ ເຮັດໃຫ້ ພວກຄ້າ ຢາເສພຕິດ ຢ້ານກົວ ເພາະວ່າ ຕາມ ປົກກະຕິ ແລ້ວ ພວກ ຄ້າ ຢາເສພຕິດ ກໍບໍ່ໄດ້ ຢ້ານກົວ ຕໍ່ ກົດໝາຍ ຢູ່ແລ້ວ.

ຫຼາຍຄົນ ຖືກ ສານຕັດສິນ ຈໍາຄຸກ ຫຼາຍປີ ແຕ່ເມື່ອ ພົ້ນໂທດ ອອກມາ ກໍ ກັບເຂົ້າໄປ ຫຍຸ້ງກ່ຽວກັບ ການຄ້າ ຢາເສພຕິດ ຄືເກົ່າ. ທາງ ເອເຊັຽ ເສຣີ ໄດ້ ສອບຖາມ ໄປຍັງ ເຈົ້າໜ້າທີ່ ສານ ປະຊາຊົນ ຢູ່ ນະຄອນຫຼວງ ວຽງຈັນ, ແຕ່ ເຈົ້າໜ້າທີ່ ກໍ ບໍ່ສະດວກ ທີ່ ຈະໃຫ້ ຂໍ້ມູນ ເພີ້ມເຕີມ.

ທີ່ຜ່ານມາ ສານ ປະຊາຊົນ ແຂວງ ຫຼວງນໍ້າທາ ໄດ້ຕັດສິນ ລົງໂທດ ປະຫານ ຊີວິດ ນັກຄ້າ ຢາເສພຕິດ 7 ຄົນ ລວມມີ ຊາວລາວ 5 ຄົນ, ຊາວຈີນ 1 ຄົນ, ແລະ ຊາວພະມ້າ 1 ຄົນ ໃນຂໍ້ຫາ ມີ ຢາເສພຕິດ ປະເພດ ເຮໂຣອິນ ນໍ້າໜັກ 500 ກຣາມ ແລະ ຢາບ້າ 60,000 ເມັດ ໃນ ຄອບຄອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org