ຕັດສິນລົງໂທດປະຫານ ແຕ່ຍັງ ບໍ່ປະຫານ

ຈໍາປາທອງ
2018.06.22
F-drug ຕົວຢ່າງ: ສານຕັດສິນປະຫານຊີວິດ ຄູ່ຜົວເມັຽ ຍ້ອນຄ້າຢາເສບຕິດ. ທ້າວຊຽງຂາວ ອາຍຸ 41 ປີ ແລະ ນາງພັນ ອາຍຸ 35 ປີ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນ
Screen captured : https://www.facebook.com/mahasonmagazine/photos/

ນັກຄ້າຢາເສບຕິດລາວ ທີ່ຖືກສານປະຊາຊົນ ແຂວງສວັນນະເຂດ ຕັດສິນລົງໂທດ ປະຫານຊີວິດ ເມື່ອທ້າຍເດືອນ ພຶສພາ ທີ່ຜ່ານມາ ໃນຄະດີຮ່ວມກັນລັກລອບຂົນສົ່ງ ແລະຄ້າຢາບ້າຈໍານວນ 114 ພັນເມັດ, ໜັກ 14 ກິໂລກຣາມ ປາຍນັ້ນຍັງບໍ່ທັນຖືກ ປະຫານເທື່ອ ຍ້ອນພວກເຂົາຈະຂໍອຸທອນຄະດີ ຕາມຂັ້ນຕອນຂອງກົດໝາຍ ຢູ່. ດັ່ງເຈົ້າໜ້າທີ່ຫ້ອງການ ສານປະຊາຊົນ ແຂວງສວັນນະເຂດ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 22 ມິຖຸນານີ້ວ່າ:

"ຕົວນີ້ນີ່ເຮົາຕັດສິນປະຫານຊີວິດຢູ່ ເພາະວ່າມັນຍັງບໍ່ທັນໝົດຂັ້ນຕອນເທື່ອ ແຕ່ວ່າເພີ່ນສິປະຫານແທ້ຫລືບໍ່ ມັນຍັງມີຂັ້ນອຸທອນ ຂັ້ນລົບລ້າງ ແລະ ຂໍອະພັຍໂທດຈາກປະເທດ ຍັງບໍ່ທັນຮູ້ຈັກເພິ່ນສິແນວໃດຫັ້ນນະ ເຮົາບໍ່ທັນຮູ້ຈັກວ່າ ເພິ່ນສິຍັງຍື່ນເອົາຫລືບໍ່ ຫັ້ນນະ ມັນຕ້ອງວ່າໄປ ຕາມຂັ້ນຕອນ ມັນກ່ອນ ຮອດຂັ້ນສຸດທ້າຍ ເພິ່ນສິວ່າຈັ່ງໃດເພິ່ນສິປະຫານຫລືບໍ່ ກໍຍັງຮູ້ຈັກຕົວນີ້."

ທ່ານກ່າວຕື່ມວ່າ ເຖິງແມ່ນສານປະຊາຊົນແຂວງສວັນນະເຂດ ຈະໄດ້ຕັດສິນປະຫານຊີວິດຜູ້ຕ້ອງຫາ 3 ຄົນຄື; ນາງ ກະລຸນາ ອາຍຸ 33 ປີ, ທ້າວ ຈັນທະວີສຸກ ອາຍຸ 22 ປີ ແລະ ທ້າວ ລິນຍຸລາ ອາຍຸ 38 ປີໄປແລ້ວກໍຕາມ ແຕ່ພວກກ່ຽວມີສິດຍື່ນອຸທອນ ຄໍາຕັດສິນຂອງສານໄດ້.

ຕາມກົດໝາຍອາຍາ ສປປລາວ ມາດຕຣາ 146, ວັກສຸດທ້າຍຂອງຂໍ້ 2 ທີ່ເວົ້າເຖິງຢາບ້າ ກໍານົດເອົາໄວ້ວ່າ ບຸກຄົນຜູ້ໃດ ຫາກຜລິດ ປຸງແຕ່ງ ມີໄວ້ໃນຄອບຄອງ ຄ້າຂາຍ ຈໍາໜ່າຍ ນໍາເຂົ້າ ສົ່ງອອກ ຫລືນໍາ ຢາເສບຕິດ ຜ່ານ ສປປລາວ ເຊັ່ນ ເຮໂຣອິນ ມອກຟິນ ໂຄເຄນ ຢາອີ ຢາບ້າ ຫຼືວັດຖຸອອກລິດ ຕໍ່ຈິດປະສາດອື່ນໆ ຜ່ານ ສປປລາວ ເກີນກວ່າ ສາມກິໂລກຣາມ ຂຶ້ນໄປ ຈະຖືກລົງໂທດ ປະຫານຊວິດ.

ສື່ສັງຄົມຂອງທາງການລາວ ໄດ້ຣາຍງານວ່າ ມີນັກໂທດຢາເສບຕິດ ທີ່ຖືກສານຕັດສິນປະຫານຊີວິດ ທັງໝົດ 5 ຄົນ ຄື 3 ຄົນ ຢູ່ແຂວງສວັນນະເຂດ ແລະ 2 ຄົນ ຢູ່ແຂວງອຸດົມໄຊ ທີ່ຖືກສານຕັດສິນເມື່ອ ເດືອນ ກໍຣະກະດາ ປີທີ່ແລ້ວ ແຕ່ຍັງບໍ່ທັນມີ ຄົນໃດ ຖືກ ປະຫານຊີວິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.