ຂ່າວລື ເຣື້ອງ ແກັງ ລັກເດັກນ້ອຍ ທັງຢູ່ໄທ ແລະ ຢູ່ລາວ ທີ່ ມີ ຄົນ ນໍາມາ ເຜີຍແຜ່ ໃນ ສື່ສັງຄົມ ອອນລາຍ ຢ່າງ ກວ້າງຂວາງ ນັ້ນ ບໍ່ມີມູນ ຄວາມຈິງ ເພາະ ເຈົ້າໜ້າທີ່ ໄດ້ ນໍາ ຮູບພາບ ຜ່າ ອະວັຍວະ ເດັກນ້ອຍ ທີ່ ເຫັນຢູ່ໃນ ສື່ສັງຄົມ ອອນລາຍ ໄປ ກວດ ສອບ ແລ້ວ ພົບວ່າ ເປັນຮູບພາບ ຄົນລະ ເຫດການ: ຕາມຄໍາເວົ້າ ຂອງ ທ່ານ ເອກກະລັກ ຫລຸ່ມຊົມແຂ:
"ມັນບໍ່ເປັນ ຄວາມຈິງ ມັນເປັນພຽງ ຂ່າວລື ປະເທດ ອ້ອມຂ້າງ ຕົວຢ່າງ ກໍຣະນີ ທີ່ ມີສົບ ເດັກນ້ອຍ ແລ້ວ ບອກວ່າ ເອົາໄປຕັດ ແຂນ ຕັດຂາ ເດັກນ້ອຍ ທີ່ ແຂວງ ສວັນນະເຂດ ທີ່ ໄປເກັບ ຣະ ເບີດ ເອົາພາບ ຕ່າງໆ ທີ່ ພົບເຫັນ ໃນ ອິນເທີແນັຕ ແລ້ວ ເອົາມາ ຕັດຕໍ່ ເຊື່ອມ ເຂົ້າກັນ ແລ້ວ ເອົາມາເຮັດ ເປັນເຣື່ອງ ຂຶ້ນ".
ທ່ານກ່າວ ຕໍ່ໄປວ່າ ສາເຫດ ທີ່ ເກີດມີ ຂ່າວລື ແນວນັ້ນ ຍ້ອນຜູ້ໃຊ້ ສື່ສັງຄົມ ອອນລາຍ ບາງຄົນ ຢາກແຕ່ງເຣື້ອງ ທີ່ ໜ້າ ຢ້ານກົວ ຂຶ້ນມາ ແລ້ວ ກໍເຮັດຂຶ້ນ ພ້ອມທັງນໍາ ອອກ ເຜີຍແຜ່ ໃຫ້ ຄົນເຫັນວ່າ ຕົນເອງ ເປັນ ພົລເມືອງດີ ມັກຊ່ວຍເຫລືອ ສັງຄົມ ໂດຍທີ່ ບໍ່ ຄໍານຶງເຖິງ ຜົລກະທົບ ທີ່ຈະ ຕາມມາວ່າ ອາຈເຮັດໃຫ້ ປະຊາຊົນ ຫວາດ ຣະແວງ ຢ້ານກົວ.
ກ່ອນໜ້ານີ້ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ນະຄອນ ຫລວງ ວຽງຈັນ ກໍໄດ້ແຈ້ງ ການວ່າ ມີຄົນນໍາ ຮູບພາບ ທີ່ ບໍ່ເປັນ ຄວາມຈິງ ມາເຜີຍແຜ່ ໃນ ສັງຄົມ ອອນລາຍ ແລະວ່າ ເມື່ອ ທາງ ເຈົ້າໜ້າທີ່ ກວດພົບຄົນ ທີ່ເຮັດນັ້ນ ກໍຈະຖືກ ລົງໂທດ ຕາມ ກົດໝາຍ ທັນທີ ເພາະຖືວ່າ ເປັນການ ສ້າງ ຄວາມ ບໍ່ສງົບ ໃນສັງຄົມ.
ຢ່າງໃດກໍຕາມ ເຖິງ ແມ່ນວ່າ ເຣື້ອງ ການລັກ ເດັກນ້ອຍ ແບບເປັນ ຂະບວນ ເປັນພຽງ ຂ່າວລື ແຕ່ ປະຊາຊົນ ຮວມ ທັງ ພາກສ່ວນ ທີ່ ກ່ຽວຂ້ອງ ກໍຕ້ອງໄດ້ ຣະມັດ ຣະວັງ ເພາະ ປັຈຈຸບັນ ທັງ ໃນລາວ ແລະ ປະເທດ ອ້ອມຂ້າງ ກໍມີ ເຫດການ ລັກ ເດັກນ້ອຍ ເກີດຂຶ້ນ ຢູ່ເລື້ອຍ ເຖິງວ່າຍັງ ບໍ່ຮຸນແຮງ ກໍຕາມ.