ລາວ ບໍ່ມີກົດໝາຍໃຫ້ ຄົນເພດສາມ

ໄຊຍາ
2018.05.29
F-Gay ການແຕ່ງງານຂອງຄົນປະເພດສາມ ທີ່ເຮັດຕາມຄວາມປະສົງແລະຄວາມພໍໃຈ ແຕ່ຍັງບໍ່ເປັນຮູປທັມ ທາງດ້ານນິຕິກັມ
Screen captured : https://www.facebook.com/481623712018238/photos/pcb.683833118463962/683832955130645/?type=3&theater

ເພດທີສາມຫຼືກະເທີຍ ກຸ່ມຄົນຮັກເພດດຽວກັນຍັງບໍ່ໄດ້ຮັບການຮັບຮອງ ທາງກົດໝາຍ ຈາກທາງການລາວ ຢ່າງເປັນຮູປທັມ ເຊິ່ງຜ່ານມາ ຣັຖບານໄດ້ ຊຸກຍູ້ໃຫ້ທົ່ວປະເທດ ມີຄວາມເທົ່າທຽມ ກັນທາງເພດຍິງ-ຊາຍ ຫຼາຍດ້ານທັງການມີວຽກເຮັດງານທຳ, ການເຂົ້າເຖິງການສຶກສາ ແລະສິດ ໃນການແຕ່ງດອງ ສ້າງຄອບຄົວ ແຕ່ຄວາມເທົ່າທຽມ ສະເພາະພຽງແຕ່ ເພດຊາຍ-ຍິງ ເທົ່ານັ້ນ. ດັ່ງເຈົ້າໜ້າທີ່ ສະຫະພັນແມ່ຍິງ ກ່າວວ່າ:

"ບໍ່ໄດ້ມີການສຶກສາຄົ້ນຄວ້າມີແຕ່ປະຕິບັດ ຕາມຣະບຽບກົດໝາຍ ພວກເຮົາຍັງບໍ່ທັນໄດ້ມີມຸມມອງ ໃນອະນາຄົດແບບໃດ ເພາະວ່າປະຕິບັດ ຕາມຣະບຽບກົດໝາຍບ້ານເມືອງ ແລ້ວມັນບໍ່ມີນິຕິກັມ ໂດຍສະເພາະສຳລັບພວກນີ້ເທື່ອ ເພິ່ນກໍ່ບໍ່ໄດ້ຍົກເອົາມາ ເປັນບັນຫາ ເພາະວ່າຍ້ອນ ບໍ່ມີບັນຫາອີ່ຫຍັງ ແລ້ວເພິ່ນກໍ່ຍັງບໍ່ໄດ້ຄົ້ນຄວ້າກັນ."

ທ່ານກ່າວຕື່ມວ່າ ສຳລັບການແບ່ງແຍກກຸ່ມຄົນເຫລົ່ານີ້ ໃນບ້ານເມືອງເຮົາບໍ່ມີດອກ ເພາະເຂົາກໍມີວຽກເຮັດ ບໍ່ໄດ້ແຕກຕ່າງຈາກຜູ້ຊາຍ ຫລືແມ່ຍິງ ສ່ວນຫລາຍຈະໂດດເດັ່ນ ທາງດ້ານວຽກງານການເສີມສວຍ, ຮັບເໝົາຕົບແຕ່ງຕາມງານຕ່າງໆ, ເຮັດອາຫານ ການກິນຂາຍ ຫລາຍຄົນໄດ້ຮຽນໜັງສື ໄດ້ຮັບການຍອມຮັບ ໄດ້ຮັບເຂົ້າເປັນຣັຖກອນ.

"ບໍ່ເປັນແບບນັ້ນດອກ ເພາະວ່າຂະເຈົ້າກໍ່ມີການທຳມາຫາກິນ ລະກໍ່ປະຕິບັດຣະບຽບກົດໝາຍບ້ານເມືອງ ແລ້ວຂະເຈົ້າບໍ່ໄດ້ເຮັດຜິດພາດ ສັງຄົມກໍ່ບໍ່ໄດ້ເລືອກເຟັ້ນ ບໍ່ໄດ້ດູໝິ່ນປະໝາດ ເຂົາເຈົ້ານະ ເຂົາເຈົ້າເຮັດດີທຳດີນຳສັງຄົມ ສ້າງຜົນງານນໍາບ້ານ ນໍາເມືອງ ພັທນາບ້ານເມືອງ ຕາມຄວາມຮູ້ຄວາມສາມາດ ຂະເຈົ້າ ຜູ້ໃດຮຽນວິຊາສະເພາະໃດ ຂະເຈົ້າກໍ່ໄດ້ເຮັດວຽກເປັນ ຣັຖກອນກໍ່ມີ ຜູ້ທີ່ວ່າຂະເຈົ້າ ຮຽນບໍ່ສູງຂະເຈົ້າ ກໍ່ທຳມາຫາກິນ ຕາມແຮງງານເຂົາເຈົ້າເນາະ."

ທ່ານກ່າວຕື່ມວ່າ ເຣື່ອງກົດໝາຍການຮອງຮັບໃຫ້ສິດ ທາງດ້ານແຕ່ງດອງ ຄືກັບຕ່າງປະເທດ ພວກເຮົາບໍ່ສາມາດໃຫ້ ຄວາມເຫັນເຣື່ອງນີ້ໄດ້ ເພາະບໍ່ມີການຮອງຮັບ ເປັນຮູບປະທັມ ຊຶ່ງປະຊາກອນກຸ່ມນີ້ຍັງມີຈຳນວນໜ້ອຍຢູ່ ເມື່ອທຽບກັບປະເທດອື່ນໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.