ການສໍ້ໂກງຢູ່ລາວສ້າງຄວາມ ກັງວົນ
2014.05.21

ນັກການທູດ ໃນລາວ ທ່ານນຶ່ງ ເປີດເຜີຍວ່າ ບັນດາ ປະເທສ ແລະ ອົງການ ຈັດຕັ້ງ ສາກົນ ທີ່ ໃຫ້ການ ຊ່ວຍເຫລືອ ຣັຖບາລ ລາວ ໄດ້ຮ່ວມກັນ ສໍາຫຣວດ ຄວາມ ຄິດເຫັນ ຂອງ ພະນັກງານ ລາວ ແລະ ເຈົ້າໜ້າທີ່ ຂອງ ພວກຕົນ ທີ່ ປະຕິບັດ ງານ ຢູ່ ສປປລາວ ໃນ ປັດຈຸບັນ ແລະ ພົບວ່າ ບັນຫາ ທີ່ ໜ້າເປັນຫ່ວງ ທີ່ສຸດ ຢູ່ ປະເທດລາວ ຄື ການສໍ້ຣາສ ບັງຫລວງ ທີ່ ເພີ່ມຂຶ້ນ ຢ່າງ ຕໍ່ເນື່ອງ ແລະ ເກີດຂຶ້ນຢູ່ ໃນ ທຸກຣະດັບ ທັງໃນ ວົງການ ພັກ ປະຊາຊົນ ປະຕິວັດ ລາວ ແລະ ໃນວົງການ ຣັຖບາລ ລາວ.
ການສໍາຫຣວດ ດັ່ງກ່າວ ເປັນ ຄັ້ງທໍາອິດ ໃນລາວ ທີ່ ໄດ້ດໍາເນີນ ໄປໃນກຸ່ມ ຄົນ 5,000 ກວ່າຄົນ ແລະ ປາກົດ ວ່າເກືອບ ເຖິງ 93 ສ່ວນຮ້ອຍ ຄື 92.86 ສ່ວນຮ້ອຍ ມີຄວາມ ເປັນຫ່ວງ ກັງວົນນໍາ ການ ສໍ້ຣາດ ບັງຫລວງ ຊຶ່ງ ຈະຕ້ອງໄດ້ ຮັບການ ແກ້ໄຂ ຢ່າງ ຮີບດ່ວນ.
ເມື່ອມໍ່ໆ ມານີ້ ເຈົ້າໜ້າທີ່ ຣະດັບສູງ ຂອງ ອົງການ ກວດກາ ແຫ່ງຣັຖ ທ່ານນຶ່ງ ຢືນຢັນວ່າ ຫຼາຍ ປະເທສ ແລະ ອົງການ ຈັດຕັ້ງ ສາກົນ ໄດ້ສເນີ ຣາຍງານ ຜົລການ ສໍາຫຣວດ ດັ່ງກ່າວ ຕໍ່ອົງການ ກວດກາ ແຫ່ງຣັຖ ຍ້ອນ ເຫັນວ່າ ການສໍ້ຣາດ ບັງຫຼວງ ເຮັດໃຫ້ ການຊ່ວຍເຫລືອ ຈາກ ສາກົນ ໄປບໍ່ເຖິງ ປະຊາຊົນ:
"ບັນຫາ ການ ສໍ້ຣາດ ບັງຫລວງ ພວມເປັນ ພັຍຂົ່ມຂູ່ ຕໍ່ ສະເຖັຽຣະພາບ ຂອງ ການຈັດຕັ້ງ ແລະ ພະນັກງານ ເປັນ ບັນຫາ ທີ່ ປະເທສ ແລະ ອົງການ ຈັດຕັ້ງ ສາກົນ ເອົາໃຈໃສ່ ຕີດຕາມ ເປັນພິເສດ ທັງເປັນ ບັນຫານຶ່ງ ທີ່ ກະທົບເຖິງ ບົດບາດ ການຄຸ້ມຄອງ ຂອງຣັຖ ແລະ ຄວາມໝັ້ນຄົງ ຂອງ ຣະບອບ ການເມືອງ ພວກເຮົາ".
ໃນແຜນການ ສົກປີ 2012 ຫາ 2013 ທີ່ ຜ່ານມາ ຣັຖບາລ ລາວ ໄດ້ ຮັບການ ຊ່ວຍເຫລືອ ລ້າ ຈາກ ຕ່າງປະເທສ ຫລາຍກວ່າ 800 ລ້ານ ໂດລາ ສະຫະຣັຖ ແລະ ເຊື່ອ ກັນວ່າ ເງິນ ຈໍານວນ ນັ້ນ ຕົກໄປເຖິງ ປະຊາຊົນ ບໍ່ເຖິງ 50 ສ່ວນຮ້ອຍ.