ຂ່າວສານໃນລາວຍັງຖືກ ຈໍາກັດ
2017.04.27
ສື່ມວລຊົນລາວ ຍັງມີຂໍ້ຈຳກັດຫລາຍຢູ່ ໃນການຣາຍງານຂ່າວ ທີ່ຫລໍ່ແຫລມ ໃນແຕ່ລະມື້ ຕ້ອງໄດ້ຜ່ານການກວດກາ ຈາກພາກຣັດ ເຖິງ ແມ່ນວ່າຈະມີການປ່ຽນ ຣັຖບານຊຸດໃຫມ່ ມາເປັນຂອງ ທ່ານ ທອງລຸນ ສີສຸລິດ ກໍຕາມ. ດັ່ງຄຳເວົ້າ ຂອງເຈົ້າຫນ້າທີ່ ອົງການກໍ່ຕັ້ງ ສື່ມວນຊົນໃນລາວ ຜູ້ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງ ຕໍ່ເອເຊັຽເສຣີ ໃນມື້ວັນທີ 26 ເມສາ ນີ້ວ່າ,
"ສື່ທີ່ວ່າຢູ່ລາວເອງເນາະ ຂ້ອນຂ້າງທີ່ຈະມີຂອບເຂດຈຳກັດ ການກວດສອບ ຈາກພາກຣັດ ຂ້ອນຂ້າງທີ່ຈະ ເຂັ້ມງວດ ບໍ່ວ່າຈະເປັນເຣື້ອງ ຂອງການຕິດຕາມ ກວດກາ ເຣື້ອງຂອງພື້ນທີ່ ສເນີຂ່າວ ຂ້ອນຂ້າງ ຈະມີຈຳກັດ ເຖິງແມ່ນວ່າ ຈະມີການປ່ຽນແປງ ຣັຖບານຢູ່ລາວ ກໍຕາມ ແຕ່ວ່າໃນເຣື້ອງ ຂອງເວລາ ທີ່ມີຄົນເວົ້າອອກໄປ ໃນສື່ ຫລືວ່າ ໃນທີ່ສາທາຣະນະ ນີ້ກໍຈະຖືກ ຈັບຕາຫລາຍ ຈາກຫລາຍພາກສ່ວນ".
ທ່ານກ່າວຕື່ມວ່າ ການສເນີຂ່າວໃນລາວ ສ່ວນໃຫຍ່ຈະເປັນໄປຕາມ ທີ່ຣັດຕ້ອງການ ຢາກເປີດເຜີຍ, ດັ່ງນັ້ນ ເນື້ອຫາສາລະຂອງຂ່າວ ຈື່ງ ບໍ່ມີຣາຍລະອຽດ ແບບຄົບຖ້ວນ ເປັນຕົ້ນຂ່າວກ່ຽວກັບ ຜົລກະທົບຕໍ່ ສີ່ງແວດລ້ອມ ແລະການພັທນາ ຕ່າງໆຂອງຣັຖບານ ຊຶ່ງການສເນີ ຂ່າວໃນສື່ສັງຄົມລາວ ເປັນການສເນີຂ່າວ ແຕ່ຝ່າຍດຽວເທົ່ານັ້ນ:
"ເຮົາຄິດວ່າປະຊາຊົນຫລາຍຄົນບໍ່ໄດ້ຮັບ ຂໍ້ມູນຄົບຖ້ວນເນາະ ຢ່າງເຊັ່ນ ສື່ມວນຊົນ ອາດຈະເວົ້າຜົລດີເກີນໄປບໍ ເຮົາຢາກໃຫ້ ສື່ມວນຊົນ ເຜີຍແຜ່ຂໍ້ມູນ ໃຫ້ຮູ້ວ່າ ເອີ ບັນດາໂຄງການພັທນາ ຂອງພາກຣັດ ມັນເປັນແບບນີ້ເນາະ ມັນເປັນຜົລດີ ແນວນີ້ ແລະ ມັນມີຜົລເສັຽແບບນີ້ ຫັ້ນນ່າ ຫມາຍເຖີງການ ເອົາໃຫ້ຂໍ້ມູນ ໃຫ້ຄົບຖ້ວນເນາະ".
ໃນປັດຈຸບັນ ທັງປະຊາຊົນແລະເຈົ້າຫນ້າທີ່ອົງກອນສາກົນໃນລາວ ຂະເຈົ້າຊອກຫາຂໍ້ມູນ ຂ່າວສານໃນລາວ ຈາກຫນັງສືພີມ ຕ່າງຊາດ ເນືື່ອງຈາກວ່າ ສື່ມວນຊົນລາວ ຍັງຖືກຄວບຄຸມ ຈາກພາກຣັດຢູ່ ຍັງບໍ່ສາມາດເປີດເຜີຍຂໍ້ມູນ ໄດ້ຮອບດ້ານ.