ຣັຖບານລາວຊຸດໃໝ່ ມີຫຼາຍ ບັນຫາທ້າທາຍ
2021.03.23

ຄະນະຣັຖບານຊຸດໃໝ່ ທີ່ຫາກໍປະກາດຮັບຮອງເອົາເມື່ອວັນທີ 22 ມິນາ ຜ່ານມານຳໂດຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ, ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຼີ, ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ແລະ ຣັຖມົນຕຣີ ທັງ 17 ກະຊວງ ສ່ວນຫຼາຍກໍເປັນຣັຖມົນຕຣີ ໜ້າໃໝ່.
ຄວາມຄາດຫວັງຂອງປະຊາຊົນລາວ ຕໍ່ກັບຄະນະຣັຖບານຊຸດໃໝ່ ຂໍໃຫ້ປາບປາມການສໍ້ຣາດບັງຫຼວງ ຢ່າງເດັດຂາດໂດຍສະເພາະ ໃນອົງກອນຣັຖຍິ່ງກວດຍິ່ງເຫັນ ໂຕເລກເພີ່ມ ຂຶ້ນທຸກປີ. ເຊິ່ງສົ່ງຜົລກະທົບຕໍ່ ສະພາບການຄັງຂອງປະເທດ ຈົນຄະນະຣັຖບານ ຊຸດທີ 8 ຕ້ອງໄດ້ປະກາດຢຸດໂຄງການໃຫຍ່ ໄປຫຼາຍໂຄງການ.
ນອກຈາກນີ້ການແກ້ໄຂຊີວິດການເປັນຢູ່ ກໍເປັນເຣື່ອງຈຳເປັນ ແລະເລັ່ງດ່ວນ ເພາະປະຊາຊົນລຳບາກຫຼາຍ ທັງຜົລກະທົບຂອງພຍາດ ໂຄວິດ-19, ຄ່າຄອງຊີບ, ຄ່າແຮງງານຕໍ່າ ເປັນຕົ້ນ.
ປະເດັນການສໍ້ຣາດບັງຫຼວງ ຍັງເປັນບັນຫາ ທີ່ຣັຖບານຊຸດໃດ ກໍຍັງແກ້ບໍ່ຕົກ. ໃນກອງປະຊຸມສະພາ ແຕ່ລະສມັຍເຖິງວ່າໄດ້ພົບເຫັນ ໂຕເລກການສໍ້ຣາດບັງຫຼວງ ແຕ່ຂແນງການ ທີ່ກ່ຽວຂ້ອງກໍບໍ່ເປີດເຜີຍ ການປາບປາມ ທີ່ຊັດເຈນເຮັດໃຫ້ບັນຫາຊໍ້າເຮື້ອ ຈົນມາເຖິງ ຣັຖບານ ຊຸດທີ 9.
ໂດຍອາດີດພະນັກງານບໍານານ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ເມື່ອວັນທີ 22 ມີນາ ວ່າ: ການສໍ້ຣາດບັງຫຼວງ ໃນອົງກອນຂອງຣັຖ ມີຫຼາຍ ຮູບແບບນັບແຕ່ຂັ້ນນ້ອຍຈົນເຖິງຂັ້ນສູງ ຊຶ່ງຍາກ ທີ່ຈະປາບປາມ ໃຫ້ໝົດໄດ້.
"ເຂົ້າທະຫານ ເຂົາກະເອົາເງິນ 30 ລ້ານ ທ່ານກະບໍ່ຮູ້ຫຍັງ ກຳລັງປະກອບອາວຸດຕົ້ນຕໍ ຂອງຊາດລ້ວນແລ້ວແຕ່ເປັນທະຫານ ຊື້ຈ້າງ ໄປແລ້ວ 70% . ພ້ອມກັນນີ້ ໃຫ້ທ່ານເຂົ້າໃຈວ່າ ເຂົ້າຕຳຣວດແສນບາດ ສອງແສນບາດ ສາມແສນບາດ, ອີງໃສ່ຕຳແໜ່ງ ທີ່ມີເຂົາ ກະກິນໄປ ແລ້ວຕຳຣວດຈຳນວນນັ້ນມັ ນຈະກວມ 50% ແລ້ວ. ແລ້ວເວລານີ້ບ້ານ ເມືອງບໍ່ສາມາດ ແກ້ໄຂຫຍັງໄດ້ ຂໍສົ່ງຂ່າວໃຫ້ ຣັຖບານວ່າເງິນທີ່ເປັນຕື້ໆ ໂດລາ ເປັນຢູ່ໃນກໍາມືຂອງ ພວກບໍຣິສັດໄປຢູ່ໃນກໍາມື ຂອງພວກສໍ້ຣາດບັງຫຼວງ."
ປະຊາຊົນຢູ່ພາກກາງໄດ້ ໃຫ້ຄຳເຫັນການມີພັກດຽວໃນລາວ ມັນກໍເປັນການຍາກ ທີ່ຈະກວດກາກັນໄດ້ ຖ້າປຽບທຽບກໍແມ່ນຄົນໃນ ຄອບຄົວແລະເປັນຍາດຕິພີ່ນ້ອງກັນ. ເຊິ່ງມັນຕ່າງ ຈາກປະເທດທີ່ເຂົາ ຫຼາຍພັກຕ່າງຝ່າຍ ຕ່າງເຮັດໜ້າທີ່ ຖ່ວງດຶງກັນ.
"ທີ່ຂ້າພະເຈົ້າເຫັນໃນການເລືອກຕັ້ງ ເພື່ອໂຄສະນາຫາສຽງ ວ່າຖ້າວ່າ ພັກເຈົ້າໄດ້ ຜູ້ແທນເຂົ້າໄປນັ່ງໃນສະພາ ຫຼາຍກໍ່ຈະສາມາດ ຈັດຕັ້ງຣັຖບານໄດ້ ມີນະໂຍບາຍ ອັນໃດແດ່ທີ່ຈະ ເປັນປໂຍດໃຫ້ພໍ່ແມ່ພີ່ນ້ອງ ປະຊາຊົນ. ບໍ່ວ່າທາງດ້ານການເມືອງ, ທາງດ້ານ ເສຖກິຈ, ທາງດ້ານການລົງທຶນ, ທາງດ້ານການຄ້າຂາຍ, ທາງດ້ານກະສິກັມ ແມ່ນຫຍັງຕ່າງໆນາໆຂອງລາວ ຂະເຈົ້າມີແຕ່ລະພັກ ການເມືອງ ມີນະໂຍບາຍ ລົງຫາສຽງກັນ ຄັກແນ່. ບໍ່ຄືປະເທດລາວ ສມັກເປັນຜູ້ແທນທົ່ວປະເທດ ຕ້ອງມາຈາກອົງການນັ້ນ ມາຈາກອົງການນີ້ ຈະຕ້ອງ ເປັນຜູ້ແທນເກົ່າ ຈະຕ້ອງເປັນເລຂາທິການພັກ ໜ່ວຍພັກຕ່າງໆ ຈະຕ້ອງ ເປັນຜູ້ມີບົດບາດ ສຳຄັນໃນພັກ."
ເມື່ອຕົ້ນເດືອນມີນາຜ່ານມາ ຄະນະກວດກາ ສູນກາງພັກ ໄດ້ຣາຍງານວ່າ ໃນໄລຍະປີ 2016-2020 ໄດ້ກວດພົບການທຸຈຣິດ ທີ່ເປັນ ການຮ່ວມມືຣະຫວ່າງ ສະມາຊິກກັບບຸກຄົນ ພາຍນອກ 749 ຄົນ ເຮັດໃຫ້ເກີດຄວາມເສັຽຫາຍ 749 ຕື້ກີບ, 362 ລ້ານບາດ ແລະ 14 ລ້ານ ໂດລາ ສະຫະຣັຖ. ເຊິ່ງສາມາດເກັບຄືນໄດ້ແລ້ວ 391 ຕື້ກີບ, 25 ລ້ານບາດ ແລະ 10,000 ໂດລາສະຫະຣັຖ. ພ້ອມນີ້ ຍັງສະມາຊິກພັກ 3.200 ຄົນ ທີ່ພົວພັນ ກັບການທຸຈຣິດ ດ້ວຍການນຳໃຊ້ ອຳນາດໜ້າທີ່ ເພື່ອສແວງຫາຜົລປໂຍດ ໃຫ້ກັບຕົນເອງ.
ບົດຣາຍງານຣະບຸຕື່ມວ່າ ສະມາຊິກພັກຈຳນວນ 3,200 ຄົນ ຖືກລົງໂທດທາງວິນັຍ 473 ຄົນ ແລະ ຖືກລົງໂທດຂັງຄຸກ 71 ຄົນ. ສະເພາະໃນປີ 2021 ຈະກວດສອບໂຄງການ ການລົງທຶນຂອງ ຣັຖບານລາວ 137 ໂຄງການ ໃນນີ້ 90 ໂຄງການ ຢູ່ໃນສູນກາງ ແລະ 47 ໂຄງການຢູ່ທ້ອງຖິ່ນ ກໍ່ຄືພາກໃຕ້ 10 ໂຄງການ ແລະ ພາກເໜືອ 23 ໂຄງການ.
ສ່ວນການກວດສອບ 209 ໂຄງການ ທີ່ຈັດຕັ້ງປະຕິບັດ ບໍ່ຖືກຣະບຽບກົດໝາຍ ໃນປີ 2016-2020 ກໍຄືບໍ່ໄດ້ຈັດການປະມູນ ຫຼື ຈັດການ ປະມູນໂຄງການ ທີ່ບໍ່ຖືກຕ້ອງຕາມກົດໝາຽ,
ໃຊ້ຈ່າຍງົບປະມານ ບໍ່ມີປະສິດຕິພາບ ໃນມູນຄ່າ 5,331 ຕື້ກີບ ໂດຍໄດ້ກວດພົບ ການທຸຈຣິດ ທີ່ຮ່ວມມືຣະຫວ່າງ ພະນັກງານຣັຖ ກັບນັກທຸຣະກິດ 1,285 ຄົນ ນັ້ນກໍເຮັດ ໃຫ້ຣັຖບານ ລາວເສັຽຫາຍເຖີງ 999 ຕື້ກີບ ແລະ 67 ລ້ານ ໂດລາ ສະຫະຣັຖ.
ຄະນະຣັຖບານຊຸດທີ 8 ຜ່ານມາຕລອດໃນວາຣະ 5 ປີ ຕ້ອງປະເຊີນກັບບັນຫາ ທີ່ບໍ່ເຄີຍເກີດມາກ່ອນ ດັ່ງເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ, ພັຍພິບັດທາງທັມມະຊາດ, ພຍາດສັດຣະບາດ, ຄ່າຄອງຊີບສູງ, ຄ່າແຮງງານຕໍ່າ, ຄົນລາວຖືກຍາດອາຊີບ ແລະຜົລກະທົບ ຂອງການຣະບາດເຊື້ອພຍາດ ໂຄວິດ-19 ບັນຫາເລົ່ານີ້ເຮັດໃຫ້ ເສຖກິຈລາວ ຖົດຖອຍ ແລະ ການລົບລ້າງຄວາມທຸກຍາກ ບໍ່ບັນລຸ ເປົ້າໝາຽ.
ຕໍ່ການແກ້ໄຂບັນຫາ ຊີວິດການເປັນຢູ່ປະຊາຊົນລາວ ເຂດພາກໃຕ້ໄດ້ສເນີວ່າ ການແກ້ໄຂ ຊີວິດການເປັນຢູ່ ຣະຫວ່າງໂຕເມືອງ ກັບ ຊົນນະບົດ ບໍ່ຄວນແຕກໂຕນກັນຫຼາຍ.
"ເບີ່ງແຍງດູແລ ປະຊາຊົນທີ່ວ່າຢູ່ເຂດນອກເຂດໃນ ຫຼືວ່າ ສອກຫຼີກອັນໃດ ກະຢ່າຢາກໃຫ້ເພິ່ນຫັ້ນເບິ່ງໄປທົ່ວເຖິງ ທີ່ວ່າກັບ ປະຊາຊົນເນາະ ບໍ່ວ່າແຕ່ວ່າຊິວ່າໂອ ຜູ້ນີ້ບ້ານນອກ ຜູ້ນີ້ບ້ານນາ."
ປະຊາຊົນພາກໃຕ້ໄດ້ກ່າວວ່າ ການແກ້ໄຂຊີວິດການເປັນຢູ່ ຂອງຊາວສວນແຕ່ໃດມາ ກໍຍັງບໍ່ດີຂຶ້ນ. ສ່ວນຫຼາຍຊາວສວນຕ້ອງໄດ້ ຊ່ອຍຕົນເອງທາງພາກຣັຖ ບໍ່ຄ່ອຍເຂົ້າມາສນັບ ສນູນພໍປານໃດ.
"ໂຕຢ່າງປະຊາຊົນ ປູກໝາກຜິກ ປະຊາຊົນກະຫາຕລາດເອງ, ປະຊາຊົນ ຂາຍຖ່ານກະປະຊາຊົນຫາຕລາດເອງ ປະຊາຊົນຫາກົບ ຫາຂຽດ ຫາແຍ່ໄຂ່ໝົດແດງ ກະປະຊາຊົນຫາ ຕລາດເອງ. ເປັນຜູ້ບໍຣິຫານປະເທດຊາດ ເຮົາຄວນແລ່ນໄປຫາ ຕລາດໂລກເຂົາ."
ທະນາຄານໂລກປະຈຳລາວ ປະເມີນເສຖກິຈລາວ ໃນປີ 2020 ວ່າການຣະບາດຂອງ ໂຄວິດ-19 ຈະດຶງການຂຍາຍໂຕເສຖກິຈ ຂອງລາວ ມາຢູ່ຣະດັບ 3,6% ໃນກໍຣະນີຮ້າຍແຮງ ອາດຈະເຫຼືອພຽງ 2,2% ແຕ່ກໍເຊື່ອວ່າໃນປີ 2021ການຂຍາຍໂຕ ຈະດີຂຶ້ນ ມາຢູ່ໃນ ຣະດັບ 5,8%
ໃນໂອກາດ ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີຄົນໃໝ່ ຄະນະຣັຖບານ ຊຸດທີ 9 ທ່ານ ພັນຄຳ ວິພາວັນ ໄດ້ກ່າວວ່າຈະເນັ້ນສ້າງ ຣັຖບານ, ເວົ້າແທ້ທໍາຈີງ, ດຸໝັ່ນ ຊື່ສັດ ປະຢັດ ອົດທົນ ເພື່ອປະຊາຊົນ.
ຄະນະຣັຖບານລາວ ຊຸດທີ 9 ໄດ້ເຣີ້ມເປີດສາກ ກອງປະຊຸມຄັ້ງປະຖົມມະຣຶກ ເມື່ອວັນທີ 22 ມິນາ ຜ່ານມາ ໃນນັ້ນມີວາຣະຮັບຮອງ ຣັຖບານ ແລະ ວາຣະການພັທເສຖກິຈ. ຈາກນີ້ໄປ ຄະນະຣັຖບານຊຸດນີ້ ຈະຢູ່ໃນວາຣະ 5 ປີ.