ຜູ້ໃຊ້ ສື່ອ໋ອນລາຍນ໌ ຍັງບໍ່​ມີ ສິດເສຣີພາບ

ມະນີຈັນ
2018.09.28
F-WORKERS (ຊ້າຍຫາຂວາ)ທ້າວສຸການ ໃຈທັດ ນາງຫລອດຄໍາ ທໍາມະວົງ ແລະ ທ້າວ ສົມພອນ ພິມມະສອນ ທີ່ຖືກຈັບ ແບບບໍ່ມີການໄຕ່ສວນ ສອບສວນ
Citizen Journalist

ໃນປີ 2018 ນີ້ ຜູ້ໃຊ້ເຟສບຸກຄ໌ ໃນສ​ປ​ປລາວ ມີເຖິງ 2 ລ້ານ 4 ແສນ ລາຍຊື່ ເທົ່າກັບ 35 ສ່ວ​ນ​ຮ້ອຍ ຂອງພົລເມືອງລາວ ທັງໝົດ 6 ລ້ານ 6 ແສນປາຍຄົນ, ໃນນັ້ນ ນໍາໃຊ້ ຜ່ານໂທຣະສັບມືຖື 2 ລ້ານ 2 ແສນ ລາຍຊື່ ຄື ເພີ່ມຂຶ້ນ ເຖິງ 6 ແສນລາຍຊື່ ໃນໄລຍະ ພຽງ 1 ປີ, ຕາມຂໍ້ມູນ ກະຊວງ ໄປສະນີ ໂທຣະຄົມນາຄົມ ແລະ ການສື່ສານ ສປປລາວ.

ສື່ສັງຄົມອ໋ອນລາຍນ໌ ມີບົດບາດຫຼາຍຂຶ້ນ ເປັນຕົ້ນ ນັບຕັ້ງແຕ່ ເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ ແລະ ພັຍພິບັດນໍ້າຖ້ວມ ໃນທົ່ວປະເທດ, ຊຶ່ງມີທັງ ການວິຈານ ການເຮັດວຽກ ຂອງຣັຖບານ ແລະ ສະແດງຄວາມຄຶດຄວາມເຫັນສ່ວນໂຕ ຜ່ານເຟສບຸກຄ໌. ເຖິງຢ່າງໃດກໍຕາມ, ຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ກໍຍັງບໍ່ມີ ເສຣີພາບ ໃນການສະແດງຄວາມຄວາມ​ເຫັນ ຂອງຕົນ ຕໍ່ສັງຄົມໄດ້ ເທົ່າທີ່ຄວນ. ດັ່ງປະຊາຊົນລາວ ທ່ານນຶ່ງ ກ່າວຕໍ່ ວິ​ທ​ຍຸ ເອ​ເຊັຽ ເສ​ຣີ (RFA) ໃນມື້ວັນທີ 28 ກັນຍານີ້ ວ່າ:

"ຄັນຄືຢູ່ລາວນີ່ ມັນບໍ່ກ້າເດ໊ ບໍ່ຄືໄທເນາະ ເພາະວ່າ ຢູ່ລາວ ມັນມີພັກດຽວ ຄັນເຮົາ ເຮັດຜິດນີ່ ເຂົາກໍເອົາເຮົາ ໄປໂລດແລ໊ວ ຢູ່ໄທນີ່ ມັນສະບາຍ ຄັນສົມມຸດວ່າ ເຮົາບໍ່ມັກແນວໃດ໋ ເຮົາກໍທວງເອົາ ເພິ່ນກໍເອີ້ນເຮົາມາເວົ້າ ມາວ່າ ຄືອອກໂທຣະທັດ ອອກທີວີເນາະ ຄືຢູ່ລາວນີ່ ເຮັດຈັ່ງຊັ້ນ ບໍ່ໄດ້ ເຣື່ອງເຟສບຸກຄ໌ນີ່ ມັນ ໄວກວ່າຂ່າວໃດ໋."

ສ່ວນ​ໜຸ່ມ​ນ້ອຍລາວ ອີກທ່ານນຶ່ງ ກໍເວົ້າວ່າ ສື່ສັງຄົມອ໋ອນລາຍນ໌ ເປັນທາງອອກ ຂອງປະຊາຊົນ ເພື່ອຊຸກຍູ້ ໃຫ້ສັງຄົມ ເຫັນບັນຫາ ທີ່ເກີດຂຶ້ນ ເພາະບໍ່ມີຊ່ອງທາງ ແນວອື່ນ ທີ່ປະຊາຊົນ ຈະຮຽກຮ້ອງ ໃຫ້ຣັຖບານ ມາແກ້ໄຂບັນຫາໄດ້.

"ເຣື່ອງມີແຕ່ ມັນມີຢູ່ ແຕ່ວ່າມັນປະຕິບັດບໍ່ໄດ້ ເນາະເວົ້າໄປຊື່ໆ ເວົ້າໆໄດ້ ແຕ່ວ່າ ເຮັດຕົວຈິງ ມັນກໍເຮັດບໍ່ໄດ້ ຄືເກົ່າ ມັນມີແຕ່ສຽງຫັ້ນແຫລະ ແຕ່ວ່າ ເຣື່ອງຊ່ອຍເພິ່ນ ກໍຊ່ອຍ ບໍ່ໄດ້ດອກ ລາວເຮົາ ມັນເປັນແບບນັ້ນ ຄືແບບເວົ້າ ຕ້ອງໄດ້ເຂົ້າຄຸກ ມັນກໍເລີຍເວົ້າຍາກ ບໍ່ມີໃຜຢາກເວົ້າເນາະ ເວົ້າໄດ້ຢູ່ ແຕ່ວ່າ ເຮົາກໍຢ່າໃຫ້ເຂົາຮູ້ ຖ້າເຂົາຮູ້ ເຂົາກໍນໍາຈັບ ຄືກັນ."

ທີ່ຜ່ານມາ ຊາວລາວ ທີ່ໃຊ້ອິນເທີແນັດ​ທ໌ ຢູ່ລາວ ແລະ ຢູ່ໄທ ຖືກຈັບເຂົ້າຄຸກ ຍ້ອນວິພາກວິຈານ ພັກ ແລະ ຣັຖບານ ກ່ຽວກັບ ສິ່ງບໍ່ດີ ທີ່ເກີດຂຶ້ນ ຢູ່ສປປລາວ ເປັນຕົ້ນ ເມື່ອປີ 2016 ທ້າວສົມພອນ ພິມມະສອນ, ທ້າວ ສຸການ ໃຈທັດ ແລະ ນາງ ຫລອດຄໍາ ທໍາມະວົງ ຖືກຈັບເຂົ້າຄຸກ ຍ້ອນໃຊ້ເຟສບຸກຄ໌ ວິຈານການປະຕິບັດງານ ຂອງຣັຖບານລາວ. ແລະ ໃນປີ 2015 ທ້າວ ບຸນທັນ ທໍາມະວົງ ຄົນລາວ ສັນຊາດໂປແລນ ກໍຖືກທາງການລາວ ຕັດສິນລົງໂທດ ຈໍາຄຸກ 4 ປີ 9 ເດືອນ ຍ້ອນຣັຖບານລາວ ກ່າວຫາ ທ່ານວ່າ ໃສ່ຮ້າຍປ້າຍສີ ຣັຖບານ ຜ່ານເຟສບຸກຄ໌ ສ່ວນໂຕ.

ແລະ ກໍຣະນີ ຫລ້າສຸດ ເມື່ອຕົ້ນເດືອນກັນຍາ 2018 ນີ້, ຍານາງ ພິຈິກາ ບຸນກວ້າງ, ປະທານສະໂມສອນ ກິລາເຕະບານ ວຽງຈັນ ຢູນາຍເຕັດ, ກໍຖືກສະຫະພັນເຕະບານລາວ ລົງວິນັຍ ສັ່ງຫ້າມ ບໍ່ໃຫ້ຫຍຸ້ງກ່ຽວກັບ ສະໂມສອນ 90 ມື້ ຍ້ອນອອກຂ່າວ ກ່ຽວກັບ ຫົນທາງ ເຂົ້າສູ່ ສູນຝຶກກິລາແຫ່ງຊາດ ທີ່ເປັນຂຸມ ແລະ ມີຂີ້ຕົມ ຜ່ານເຟສບຸກຄ໌ ສ່ວນໂຕ ໃນຂນະທີ່ ຣັຖທັມນູນແຫ່ງສປປລາວ ສະບັບປັບປຸງ ປີ 2015 ມາຕຣາ 44 ຣະບຸວ່າ ພົລເມືອງລາວ ມີສິດເສຣີພາບ ໃນການປາກເວົ້າ, ຂີດຂຽນ. ແຕ່ພາກປະຕິບັດ ໂຕຈິງ ຍັງຖືກກີດກັນຫຼາຍຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.