ທາງການຈັດໜ່ວຍປ່ອນບັດ ເຄື່ອນທີ່
ທົ່ວທຸກແຂວງ ໃນ ສປປລາວ ມີການຈັດ ຕັ້ງຄນະ ກັມມະການ ເລືອກຕັ້ງ ເຄື່ອນທີ່ ເພື່ອ ອອກໄປຫາ ຜູ້ສູງອາຍຸ ຫຼື ຜູ້ເຈັບເປັນ ທີ່ ໄປປ່ອນບັດ ເລືອກຕັ້ງ ບໍ່ໄດ້.
-
ອະວາຣີ
2016-03-18 -
-
-
Your browser doesn’t support HTML5 audio
ໃນແຕ່ລະແຂວງ ຢູ່ ສປປລາວ ມີການຈັດຕັ້ງ ຄນະ ກັມມະການ ເລືອກຕັ້ງ ເຄື່ອນທີ່ ເພື່ອ ເດີນທາງ ໄປຫາຜູ້ເຖົ້າ ຜູ້ແກ່ ແລະ ຜູ້ທີ່ເຈັບເປັນ ໜັກເກີນໄປ ໃຫ້ ໄດ້ໃຊ້ສິດ ປ່ອນບັດ ເລືອກຕັ້ງ.
ໃນ ວັນເລືອກຕັ້ງ ວັນທີ 20 ຈະມາເຖິງນີ້ ຄນະ ກັມມະການ ເລືອກຕັ້ງ ເຄື່ອນທີ່ ຈະພາຍຖົງ ໄປຫາ ຜູ້ເຖົ້າຜູ້ແກ່ ຢູ່ແຕ່ລະບ້ານ ແຕ່ລະເຮືອນ ແລະ ໄປຫາຄົນເຈັບ ຢູ່ໂຮງໝໍ ເມືອງ ແລະ ແຂວງ ເພື່ອໃຫ້ ທຸກຄົນ ທີ່ບໍ່ສາມາດ ເດີນທາງ ໄປປ່ອນບັດ ຢູ່ ສະຖານທີ່ ປ່ອນບັດ ໄດ້ນັ້ນ ໃຫ້ມີໂອກາດ ໄດ້ປ່ອນບັດ ເລືອກຕັ້ງ ໃສ່ລົງຖົງນັ້ນ. ດັ່ງ ເຈົ້າໜ້າທີ່ ຄນະ ກັມມະການ ເລືອກຕັ້ງ ທ່ານນຶ່ງ ເວົ້າວ່າ:
“ມີໜ່ວຍເລືອກ ເຄື່ອນທີ່ ແລ້ວມີ ຄນະ ກັມມະການ ເຄື່ອນທີ່ ຫັ້ນ ພວກເຮົາເຮັດ ເປັນຖົງພາຍເດ໋ ຈະໄປຫາ ຜູ້ເຈັບເປັນ ຫັ້ນ ໃຫ້ເຂົາ ປ່ອນໃຫ້ເລີຍ ເຖົ້າຫຼາຍ ມາບໍ່ໄດ້ ຢູ່ເຮືອນໃດ ພວກເຮົາ ກໍໄປນຳ ຮອດເຮືອນພຸ້ນ ຖືວ່າພວກເຮົາ ມີແຜນຊຸກຍູ້ ເພື່ອບໍ່ໃຫ້ ຜູ້ມີສິດປ່ອນບັດ ເສັຽສິນະ.”
"ເຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ປັດຈຸບັນ ຄນະ ກັມມະການ ເລືອກຕັ້ງ ໃນທຸກເມືອງ ທຸກແຂວງ ກຳລັງ ກະຕຣຽມ ໃຫ້ຄວາມ ສະດວກສະບາຍ ແກ່ການເລືອກຕັ້ງ ຢ່າງ ເຕັມທີ່, ເຊັ່ນໄດ້ ຈັດສະຖານທີ່ ປ່ອນບັດ ເລືອກຕັ້ງ ຊຶ່ງ ສ່ວນຫຼາຍແລ້ວ ຈະຈັດຢູ່ວັດ ໂຮງຮຽນ ຫລື ສຳນັກງານ ຫ້ອງການ ຂອງຣັດ. ສ່ວນຜູ້ສມັກ ເລືອກຕັ້ງ ກໍກຳລັງ ໂຄສະນາ ຫາສຽງ.