ຄົນງານຕ່າງດ້າວ ເອົາກັບຄົນລາວ
2013.05.10

ບັນຫາ ຄົນງານ ຕ່າງດ້າວ ແຕ່ງດອງ ກັບຄົນລາວ ແບບບໍ່ຖືກຕ້ອງ ຕາມກົດໝາຍ ກໍາລັງມີ ຫລາຍ ເພີ່ມຂຶ້ນ ໃນ ສປປລາວ.
ບັນຫາ ທີ່ກໍາລັງ ເພີ່ມຂຶ້ນ ພ້ອມກັບ ໂຄງການ ສັມປະທານ ຂອງ ຕ່າງປະເທດ ໃນລາວ ຄືບັນຫາ ການແຕ່ງດອງ ແບບບໍ່ ຈົດທະບຽນ ຂອງ ຄົນຕ່າງດ້າວ ກັບຄົນລາວ ໂດຍສະເພາະ ຄົນວຽດນາມ ແລະ ຄົນຈີນ ຈົນກາຍເປັນ ບັນຫາ ທີ່ທັງ 2 ປະເທດ ຕ້ອງໄດ້ ປຶກສາຫາຣືກັນ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກະຊວງ ແຜນການ ແລະ ການລົງທຶນ:
"ບັນຫາແຮງງານ ຕ່າງປະເທດ ບາງຄົນ ກໍເຂົ້າມາແລ້ວ ມີຜູ້ເຂົ້າມາ ກໍເຂົ້າມາຈີບ ຜູ້ສາວ ກໍມີ ແລ້ວກໍມາ ແຕ່ງງານໄປ ແບບບໍ່ໄດ້ ປະກອບ ເອກສານ ກໍມີ".
ທ່ານກ່າວຕື່ມວ່າ ການແຕ່ງດອງ ຂອງ ຄົນງານ ຕ່າງປະເທດ ກັບຄົນລາວ ແບບບໍ່ຖືກຕ້ອງ ຈະສົ່ງຜົລ ກະທົບ ອັນບໍ່ດີ ຣະຍະຍາວ ໃນ ອະນາຄົດ ກ່ຽວກັບ ການຂໍໃຊ້ສິດ ຕ່າງໆ ຂອງລູກ ຕາມກົດໝາຍ. ບາງ ກໍຣະນີ ເມື່ອໝົດວຽກງານ ໃນໂຄງການ ສັມປະທານ ແລ້ວ ກໍປະລູກ ປະເມັຽ ກັບຄືນປະເທດ ຂອງເຂົາ ເຮັດໃຫ້ເກີດ ບັນຫາ ສັງຄົມ ຕາມມາ.
ແຂວງທີ່ມີ ຊາຍແດນ ຕິດກັບຈີນ ກັບ ວຽດນາມ ເຊັ່ນ ຜົ້ງສາລີ ຫລວງນໍ້າທາ ຫົວພັນ ຊຽງຂວາງ ຮວມເຖິງ ອັຕຕະປື ແລະ ເຊກອງ ຕ່າງກໍພົບກັບ ບັນຫານີ້ ຍ້ອນໂຄງການ ພັທນາ ທີ່ທາງ ບໍຣິສັດ ໄດ້ນໍາຄົນງານ ຕ່າງປະເທດ ເຂົ້າມາ ເຮັດວຽກ ທັງແບບ ຖືກກົດໝາຍ ແລະ ຜິດກົດໝາຍ. ຢ່າງໃດກໍຕາມ ທາງການລາວ ກໍບໍ່ໄດ້ ເປີດເຜີຍ ຕົວເລກ ຄົນງານ ຜິດກົດໝາຍ ແລະ ການແຕ່ງດອງ ຜິດກົດໝາຍ ແຕ່ຢ່າງໃດ.
ເມື່ອທາງການລາວ ພົບວ່າມີ ການແຕ່ງດອງ ແບບບໍ່ຖືກ ກົດໝາຍ ທາງຄົນງານ ຫລື ບໍຣິສັດ ທີ່ຮັບຜິດຊອບ ຄົນງານນັ້ນ ມັກໃຫ້ເຫດຜົລ ວ່າ ຂະບວນການ ເຮັດໜັງສື ຖືກກົດໝາຍ ນັ້ນ ມີຄວາມ ຫຍູ້ງຍາກ. ຄົນຕ່າງດ້າວ ຈໍານວນນຶ່ງ ກໍລັກເຂົ້າ ມາເຮັດວຽກ ແບບຜິດກົດໝາຍ ຈຶ່ງບໍ່ກ້າ ໄປເຮັດໜັງສື ແຕ່ງດອງ ເພາະຢ້ານຖືກຈັບ.
ຂ່າວ ທາງການລາວ ເວົ້າວ່າ ບັນຫາ ແຮງງານ ຜິດກົດໝາຍ ການແຕ່ງດອງ ຜິດກົດໝາຍ ແລະ ການອົພຍົບ ເຂົ້າມາ ຂອງຊາວ ວຽດນາມນັ້ນ ທາງການລາວ ແລະ ວຽດນາມ ກໍໄດ້ປຶກສາ ຫາຣືກັນ ເມື່ອບໍ່ດົນ ມານີ້ ແລະ ກໍອາຈມີການ ເຮັດສັນຍາ ຕົກລົງກັນ ໃນເດືອນ ມີຖຸນາ 2013 ນີ້.