ຊາກຍົນສ່ວນກາງເຫັນແລ້ວ ແຕ່ຍັງ ກ່ອງດໍາ

ໜ່ວຍກູ້ພັຍ ເກັບກູ້ເອົາ ສ່ວນກາງ ຂອງ ຊາກຍົນ ທີ່ຕົກລົງ ແມ່ນໍ້າຂອງ ໃນເຂດ ເມືອງໂພນທອງ ນັ້ນໄດ້ແລ້ວ ແຕ່ຍັງບໍ່ພໍ້ ກ່ອງດໍາ.

ຊາກຍົນສ່ວນກາງເຫັນແລ້ວ ແຕ່ຍັງ ກ່ອງດໍາ RFA

 

ການຊອກຄົ້ນຫາຊາກຍົນ ທີ່ຕົກລົງແມ່ນໍ້າຂອງ ໃນເຂດເມືອງໂພນທອງ ແຂວງຈໍາປາສັກ ທີ່ເຮັດໃຫ້ຜູ້ໂດຍສານ ແລະພະນັກງານການ ບິນ ທັງໝົດ 49 ຄົນເສັຍຊີວິດ ເມື່ອວັນທີ 16 ຕຸລາ 2013 ນັ້ນໄດ້ແລ້ວ. ແຕ່ກ່ອງດໍາຍັງອາຈຢູ່ໃນນໍ້າ.

ປະມານບ່າຍ 3 ໂມງ ວັນທີ 22 ຕຸລາ ເຈົ້າໜ້າທີ່ສາຍການບິນລາວ ຣາຍງານວ່າ ໜ່ວຍເກັບກູ້ ແລະຜູ້ຊ່ຽວຊານ ຈາກປະເທສ ຝຣັ່ງເສດ ໄດ້ກູ້ຊາກເຮືອບິນ ຂຶ້ນມາຈາກນໍ້າແລ້ວ. ແຕ່ທ່ານບໍ່ໄດ້ເວົ້າເຖິງກ່ອງດໍາ ວ່າໄດ້ພົບແລ້ວຫລືຍັງ ດັ່ງເຈົ້າໜ້າທີ່ການບິນລາວ ເວົ້າວ່າ:

"ກໍາລັງເຊັກຢູ່ເຈົ້າ ເພາະວ່າຕອນນີ້ ເຮົາຍັງບໍ່ທັນໄດ້ສັນຍານໂຕນີ້ເທື່ອ ກໍາລັງເຊັກຢູ່ ເຮົາກໍາລັງກຽມ Press Release ອອກໄປ".

ກ່ຽວກັບເຣື່ອງນີ້ ເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ທີ່ປະຕິບັດງານ ກູ້ຊາກເຮືອບິນ ແລະຊອກຫາຊາກສົບ ຢູ່ບ່ອນເກີດເຫດ ແລະໄດ້ຄໍາ ຕອບວ່າ ຈຸດທີ່ກູ້ຊາກເຮືອບິນໄດ້ນັ້ນ ຢູ່ຫ່າງຈາກຈຸດ ທີ່ເກີດເຫດ ປະມານ 900 ແມັດ ແລະຢູ່ໃນນໍ້າເລິກ 10 ແມັດ. ຊາກຍົນ ທີ່ໄດ້ນໍາຂຶ້ນ ມານັ້ນ ແມ່ນສ່ວນລໍາຕົວ ແລະຫົວທີ່ມີສະພາບເສັຍຫາຍໜັກ ສ່ວນທາງຫາງຂອງຍົນ ແມ່ນຂາດອອກໄປ.

ສໍາລັບການຊອກຫາຊາກສົບນັ້ນ ແມ່ນຍັງໄດ້ແຕ່ 43 ສົບ ແລະພາກສ່ວນຂອງສົບ 17 ສ່ວນຢູ່ຄືເກົ່າແລະຄາດວ່າ 6 ສົບທີ່ເຫລືອນັ້ນ ອາຈ ຖືກນໍ້າພັດລົງໄປໄກ ຫລືພາກສ່ວນຂອງສົບ ອາຈກະຈັກກະຈາຍໄປກໍເປັນໄດ້ ແລະມີການປະກາດ ໃຫ້ຜູ້ທີ່ພົບເຫັນບໍ່ໃຫ້ແຕະຕ້ອງສົບ ດ້ວຍ ມືເປົ່າ ແລະແຈ້ງໃຫ້ເຈົ້າໜ້າທີ່ໂດຍດ່ວນ.

ຣາຍງານຂອງໜັງສືພິມທາງການລາວວ່າ ກ່ອງດໍາ ທີ່ບັນຈຸຂໍ້ມູນການຕິດຕໍ່ ແລະບັນທຶກຣາຍລະອຽດ ຂອງສະພາບເຮືອບິນ ໃນເວລາ ບິນ ນັ້ນຍັງຢູ່ໃນໃຕ້ນໍ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org