ຄວາມຄືບໜ້າຂອງຍົນຕົກ ຢູ່ເຂດ ປາກເຊ
2013.11.01

ການຊອກຄົ້ນຫາສົບຜູ້ເສັຍຊີວິດ ຈາກອຸບັດຕິເຫດຍົນຂອງສາຍການ ບິນລາວ ຕົກລົງນໍ້າຂອງ ໃນເຂດເມືອງໂພນທອງ ແຂວງຈໍາປາສັກ ວັນທີ 16 ຕຸລາ 2013 ທີ່ເຮັດໃຫ້ຄົນເສັຍຊີວິດທັງໝົດ 49 ຄົນນັ້ນ ມາຮອດປັດຈຸບັນນີ້ ໜ່ວຍກູ້ພັຍ ຄົ້ນຫາໄດ້ 47 ສົບ ແລະຊິ້ນສ່ວນ ຂອງຜູ້ເສັຍຊີວິດອີກ 34 ຊິ້ນ ແລະທັງຣະບຸສົບໄດ້ 44 ສົບ ດັ່ງເຈົ້າ ໜ້າທີ່ກ່ຽວຂ້ອງຂອງລາວທ່ານນຶ່ງເວົ້າວ່າ:
"ສໍາລັບການຊອກຄົ້ນສົບຫັ້ນນະໄດ້ 47 ກໍຣະນີ ເປັນຮ່າງສົບ ແລ້ວ ກໍ 34 ຊິ້ນສ່ວນຫັ້ນແຫລະ ສັລສູດ ຢັ້ງຢືນແລ້ວ 44".
ທ່່ານວ່າສໍາລັບຜູ້ເສັຍຊີວິດອີກ 2 ຄົນ ທີ່ຍັງບໍ່ທັນພົບສົບນັ້ນຄາດວ່າ ຊິ້ນສ່ວນຂອງຮ່າງກາຍ ອາຈຈະຢູ່ໃນຈໍານວນ 34 ຊິ້ນສ່ວນ ທີ່ຊອກ ຄົ້ນມາໄດ້ນັ້ນ ກ່ອນຈະຮູ້ ກໍຕ້ອງໄດ້ໃຊ້ເວລາ ສັລສູດອີກພໍສົມຄວນ. ສົບສ່ວນຫລາຍ ກໍໄດ້ມອບໃຫ້ ທາງຍາດພີ່ນ້ອງ ນໍາໄປຊາປະນະກິຈ ຕາມປະເພນີແລ້ວ ແລະ ທັງຍັງໄດ້ປະກາດ ໃຫ້ປະຊາຊົນ ທີ່ຢູ່ຕາມ ແຄມຂອງ ຊ່ວຍກັນຊອກຫາ ຊິ້ນສ່ວນ ຂອງຜູ້ທີ່ເສັຍຊີວິດ ຊຶ່ງອາຈ ໄຫລມາຕິດຝັ່ງ. ຫາກພົບເຫັນກໍຂໍໃຫ້ ແຈ້ງເຈົ້າໜ້າທີ່ໂດຍດ່ວນ.