ຊາວບ້ານ ຖືກຈັບ ຍ້ອນນັກທ່ອງທ່ຽວ ຫາຍໄປ
2017.06.08
ຊາວບ້ານຄົນນຶ່ງຢູ່ແຂວງຫລວງພຣະບາງ ຖືກເຈົ້າໜ້າທີ່ ຕຳຣວດຈັບ ມາສືບສວນ ຍ້ອນຖືກ ສົງໃສວ່າ ກ່ຽວຂ້ອງກັບ ການຫາຍໄປ ຂອງນັກທ່ອງທ່ຽວ ເກົາຫລີ ໃນຂນະທີ່ ຍາດພີ່ນ້ອງ ຜູ້ຖືກຈັບ ຊີ້ແຈງວ່າ ເປັນການຈັບກຸມ ແບບບໍ່ມີ ຫລັກຖານ.
ເຈົ້າໜ້າທີ່ຕໍາຣວດ ແຂວງຫລວງພຣະບາງ ໄດ້ຈັບໂຕ ທ້າວ ແພງ ພັດທະກອນ ອາຍຸ 45 ປີ ຊາວບ້ານຫຼັກ 8 ເມືອງ ຫລວງພຣະບາງ ໃນວັນທີ 3 ມິຖຸນາ ມາສືບສວນ ສອບສວນ ກ່ຽວກັບ ກໍຣະນີ ທີ່ນັກທ່ອງທ່ຽວ ຊາວເກົາຫລີໃຕ້ ໄດ້ຫາຍໄປ ຢູ່ເຂດ ຕາດກວາງຊີ ຊຶ່ງເປັນຈຸດທີ່ ທ້າວ ແພງ ເຄີຍເຈົ້າໄປເກັບ ໝາກປີ ມາຂາຍ.
ເຈົ້າໜ້າທີ່ຕຳຣວດ ບໍ່ໄດ້ບອກເຫດຜົນ ແລະ ສະແດງຫລັກຖານທີ່ແຈ່ມແຈ້ງ ໃນການຈັບກຸມ ຄັ້ງນີ້ ດັ່ງຍາດພີ່ນ້ອງຄົນນຶ່ງຂອງ ທ້າວ ແພງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 7 ມິຖຸນາ ວ່າ:
"ອັນເຈົ້າໜ້າທີ່ບໍ່ໄດ້ແຈ້ງລ່ວງໜ້າ ວ່າຜິດເຫດຜົນໃດ ມີຫລັກຖານອັນໃດ ທີ່ກ່ຽວຂ້ອງວ່າ ລາວໄປ ໄປຂ້ານາງ ອັນນີ້ ຫລືວ່າ ໄປພົບນາງ ອັນນີ້ ດ້ວຍວິທີໃດ ບໍ່ມີເລີຍ ໃຫ້ກັບ ຄອບຄົວເຮົາ ຄອບຄົວເຮົາ ມີແຕ່ຕົກຕະລຶງ ກ່ຽວກັບ ເຫດການ ທີ່ເກີດຂຶ້ນ".
ກ່ອນທີ່ນັກທ່ອງທ່ຽວ ຈະຫາຍໄປ ໃນວັນທີ 22 ພືສພາ ທ້າວ ແພງ ເຄີຍເວົ້າໃຫ້ ຊາວບ້ານຟັງວ່າ ຜູ້ກ່ຽວເຄີຍເຫັນ ນັກທ່ອງທ່ຽວ ຄົນ ດັ່ງກ່າວ ຢູ່ເຂດໃກ້ ທີ່ໃກ້ກັບ ຕາດກວາງຊີ ຫລັງຈາກນັ້ນ ກໍມີຊາວບ້ານ ໄປເວົ້າໃຫ້ ເຈົ້າໜ້າທີ່ ຕໍາຣວດຟັງ ແລະ ເຈົ້າໜ້າທີ່ ຕຳຣວດ ກໍມານຳຕົວ ທ້າວ ແພງ ໃຫ້ພາໄປເບິ່ງ ຈຸດທີ່ໄດ້ພົບ ນັກທ່ອງທ່ຽວ, ອີງຕາມຂໍ້ມູນ ຂອງຍາດພີ່ນ້ອງ.
ຕໍ່ມາ ໃນວັນທີ 3 ມິຖຸນາ, ເຈົ້າໜ້າທີ່ຕຳຣວດ ກໍມາຈັບເອົາ ທ້າວ ແພງ ໄປກັກຂັງໄວ້ ກອງຄະແຂວງ ແລະ ບໍ່ອະນຸຍາດ ໃຫ້ຍາດພີ່ນ້ອງ ຂອງຜູ້ກ່ຽວເຂົ້າພົບ. ແລະຍາດພີ່ນ້ອງ ຄົນນີ້ ຍັງສະແດງ ຄວາມກັງວົນວ່າ ທ້າວ ແພງ ຜູ້ທີ່ຖືກກັກຂັງ ຢູ່ນັ້ນ ຈະຖືກເຈົ້າໜ້າທີ່ ຕຳຣວດ ນາບຂູ່.
ແຕ່ໃນເວລາດຽວກັນ ເຈົ້າໜ້າທີ່ຕຳຣວດແຂວງ ປະຕິເສດວ່າ ບໍ່ແມ່ນ ການຈັບກຸມ ແຕ່ເຊີນມາໃຫ້ ປາກຄຳເທົ່ານັ້ນ, ດັ່ງ ຮ້ອຍເອກ ພອນ ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງ ຫລວງພຣະບາງ ໄດ້ກ່າວ ຕໍ່ ເອເຊັຽເສຣີ ໃນວັນທີ 7 ມິຖຸນາ ວ່າ:
"ກະບໍ່ໄດ້ຈັບເທື່ອ ເພາະວ່າເອົາ ມາສືບສວນສອບສວນ ບໍ່ໄດ້ຈັບ ເທື່ອ ມີແຕ່ວ່າກັກບໍລິເວນ ໃຫ້ສຶບສວນ ສອບສວນ ຈະແຈ້ງກ່ອນ ຈັ່ງຊີ້ ຫັ້ນນ່າ ບໍ່ໄດ້ຈັບອີ່ຫຍັງ ເທື່ອເນາະ ອັນນີ້ ມັນກະເປັນທິດຊີ້ນຳ ຂອງຂັ້ນເທີງ ຂອງ ກອງບັນຊາການ ຂອງອັຍການ".
ທ່ານກ່າວຕື່ມອີກວ່າ ປັດຈຸບັນ ເຈົ້າໜ້າທີ່ຕຳຣວດ ກຳລັງຮວບຮວມຂໍ້ມູນ ແລ ຈະມີ ການປະສານງານ ກັບອົງການ ອັຍການແຂວງ ຄືນກ່ຽວກັບ ເຣື່ອງນີ້. ແຕ່ໃນເວລາ ດຽວກັນ
ເຈົ້າໜ້າທີ່ຕຳຣວດ ບໍ່ໄດ້ບອກວ່າຈະກັງຂັງ ທ້າວ ແພງ ໄວ້ອີກດົນປານໃດ ແລະບໍ່ໄດ້ເປີດເຜີຍ ຄວາມຄືບໜ້າ ການສຶບສວນ ສອບສວນ ໃນຄັ້ງນີ້.