ປກສ ຫຼວງນໍ້າທາວ່າບໍ່ໄດ້ ຈັບ ໃຜ
2014.11.07
ຫລັງຈາກ ທີ່ ມີຂ່າວ ວ່າ ມີການຈັບ ຊາວມົ້ງລາວ ຄຣິສຕຽນ 7 ຄົນ ທີ່ ບໍ່ຍອມ ປະລະ ຄວາມເຊື່ອ ສາສນາ ຄຣິສ ຢູ່ ເມືອງລອງ ແຂວງ ຫລວງນ້ຳທາ ເມື່ອ ວັນທີ 2 ພຶສຈິກາ 2014 ທາງ ວິທຍຸ ເອເຊັຽ ເສຣີ ກໍໄດ້ ຕິດຕໍ່ ເພື່ອ ຂໍຣາຍ ລະອຽດ ກ່ຽວກັບ ເຣື່ອງນີ້ ກັບ ເຈົ້າໜ້າ ທີ່ ປ້ອງກັນ ຄວາມສງົບ ເມືອງລອງ. ຫລ້າສຸດ ເຈົ້າໜ້າທີ່ ກໍ ເປີດເຜີຍ ວ່າ ບໍ່ໄດ້ມີ ການຈັບ ຫລື ກັກຕົວ ຊາວມົ້ງລາວ ຄຣິສຕຽນ ຕາມ ທີ່ເປັນຂ່າວ ແຕ່ເປັນພຽງ ການນຳ ມາສຶກສາ ອົບຮົມ ຍ້ອນຄົນ ເຫລົ່ານີ້ ໄດ້ກໍ່ເຫດ ຕີກັນ ສ້າງ ຄວາມ ບໍ່ສງົບ ແລະ ປັຈຈຸບັນ ກໍປ່ອຍຕົວ ໄປໝົດ ແລ້ວ. ທ່ານ ກ່າວວ່າ:
"ສ້າງ ຄວາມ ບໍ່ສງົບ ໃຫ້ບ້ານເຮົາ ຫັ້ນນະ ກໍ ອາລະວາດ ຜິດກັນ ພວກເຮົາ ກໍເອົາມາ ສຶກສາ ອົບຮົມ ນີ້ເດ໋ ບໍ່ໄດ້ຈັບ ອາລະວາດ ກໍມີ 4-5 ຄົນ ເດ໋ ທັງ ອາລະວາດ ກໍມີ ຜູ້ເສັຽຫາຍ ກໍມີ ຜູ້ກະທຳ ແຫລະເນາະ ມີຜູ້ດຽວ ກໍ ອາລະວາດ ບໍ່ໄດ້".
ທ່ານກ່າວ ຕໍ່ໄປວ່າ ຊາວມົ້ງລາວ ຄຣິສຕຽນ ທີ່ ຖືກຈັບ ນັ້ນ ເຂົ້າມາໃນ ເຂດບ້ານ ກາງແດງ ເມືອງລອງ ແລະ ເກີດເຫດ ຜິດຖຽງ ຕີກັນ ກັບຄົນ ໃນບ້ານ ເຈົ້າໜ້າທີ່ ຈຶ່ງຕ້ອງ ນຳຕົວ ມາ ສຶກສາ ອົບຮົມ. ແຕ່ຂ່າວ ທີ່ອອກໄປ ນັ້ນ ອາຈເປັນ ການເຂົ້າໃຈ ຜິດ.
ຄຳເວົ້າ ຂອງ ເຈົ້າໜ້າທີ່ ເມືອງລອງ ນັ້ນ ຂັດແຍ່ງ ກັບ ຂໍ້ມູລ ທີ່ ແຫລ່ງຂ່າວ ທ້ອງຖິ່ນ ໄດ້ ສົ່ງໃຫ້ ວິທຍຸ ເອເຊັຽ ເສຣີ ທີ່ວ່າ ເມື່ອວັນທີ 2 ພຶສຈິກາ 2014 ມີ ຊາວມົ້ງລາວ ຄຣິສຕຽນ 7 ຄົນ ໃນ ບ້ານ ແດງກາງ ຖືກຈັບ ພາຍຫລັງ ທີ່ ພວກເຂົາ ໄດ້ປ່ຽນຈາກ ການ ນັບຖືຜີ ມາຖື ສາສນາ ຄຣິສຕຽນ ອັນເຮັດໃຫ້ ເຈົ້າໜ້າທີ່ ປົກຄອງ ບ້ານ ແລະ ເຈົ້າໜ້າທີ່ ຕຳຣວດ ບໍ່ພໍໃຈ ຈຶ່ງເກີດ ການຈັບກຸມ ຕາມມາ.
ແຫລ່ງຂ່າວ ຍັງ ບອກອີກວ່າ ການຈັບ ຄັ້ງນີ້ມີ ເດັກນ້ອຍ ຜູ້ ຊາຍອາຍຸ 14 ປີ ຮວມ ຢູ່ດ້ວຍ ຫລັງຈາກ ນັ້ນ ກໍບໍ່ມີ ຜູ້ພົບເຫັນ ເດັກນ້ອຍ ຄົນນັ້ນ ອີກເລີຍ. ຄວາມ ຂັດແຍ່ງ ເຣື່ອງ ສາສນາ ຂອງ ຊາວມົ້ງລາວ ຄຣິສຕຽນ ນອກຈາກ ຈະເກີດຂຶ້ນ ຢູ່ ເມືອງລອງ ແຂວງ ຫຼວງນ້ຳ ທາ ແລ້ວ ແຫລ່ງຂ່າວ ຍັງບອກວ່າ ໄດ້ເກີດຂຶ້ນ ທີ່ ເມືອງ ຄຳເກີດ ແຂວງ ບໍຣິຄຳໄຊ ເມື່ອ ກາງເດືອນ ກັນຍາ ຜ່ານມາ ມີ ຊາວມົ້ງລາວ ຄຣິສຕຽນ 6 ຄອບຄົວ ຈຳນວນ 25 ຄົນ ຖືກຂັບໄລ່ ອອກຈາກ ບ້ານ ຍ້ອນໄປ ນັບຖື ສາສນາ ຄຣິສ ເຊັ່ນກັນ.